ບົດບັນຍາຍອອນລາຍໃນຫົວຂໍ້ກົດໝາຍສາກົນກ່ຽວກັບຜູ້ລີ້ໄພ

ບົດບັນຍາຍອອນລາຍໃນຫົວຂໍ້ກົດໝາຍສາກົນກ່ຽວກັບຜູ້ລີ້ໄພ, ນຳສະເໜີໂດຍ ທ່ານນາງ ທິບພາພອນ ສີພັນດອນ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA ໄດ້ຖືກຈັດຂຶ້ນຜ່ານທາງ Zoom ໃນວັນທີ 25 ພຶດສະພາທີ່ຜ່ານມາ. ການບັນຍາຍໃນຄັ້ງນີ້ໄດ້ຮັບສຽງຕອບຮັບເປັນຢ່າງດີຈາກຜູ້ເຂົ້າຮ່ວມທັງໝົດ 120 ກວ່າທ່ານ, ລວມທັງນັກສຶກສາ ແລະ ອາຈານ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.
 
ຜູ້ບັນຍາຍໄດ້ນຳສະເໜີພາບລວມຂອງກົດໝາຍສາກົນກ່ຽວກັບຜູ້ລີ້ໄພ ແລະ ເປີດໂອກາດສຳລັບຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບສິດທິຂອງຜູ້ລີ້ໄພ, ຜ່ານການສົນທະນາກ່ຽວກັບກໍລະນີສຶກສາ ແລະ ການຖາມ-ຕອບຢ່າງຄຶກຄື້ນ. ສະຖາບັນ ILSTA ຂໍຂອບໃຈຜູ້ເຂົ້າຮ່ວມທຸກຄົນທີ່ປະກອບສ່ວນໃນກິດຈະກຳຄັ້ງນີ້. ພວກເຮົາຈະສືບຕໍ່ສົ່ງເສີມການຮຽນຮູ້ທາງອອນລາຍ ພ້ອມທັງ, ການມີສ່ວນຮ່ວມ ແລະ ເຂົ້າເຖິງຄວາມຮູ້ດ້ານກົດໝາຍໃນ ສປປ ລາວ.
Comments are closed.