ການບັນຍາຍ – ການນຳສະເໜີກ່ຽວກັບ ກົດໝາຍນິຕິບຸກຄົນ

ໃນວັນທີ 11 ເດືອນ ກຸມພາ ນີ້ ທ່ານ. ຣູເປີ ເຈດັບໂບຢູ ຮໍ ທີ່ເປັນ ອຳນວຍການ ຝ່າຍປົກຄອງ ຂອງ DFDL ເຊີ່ງເປັນ ບໍລິສັດກົດໝາຍຕ່າງປະເທດ ທີ່ເກົ່າແກ່ທີ່ສຸດ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ (http://www.dfdl.com), ໄດ້ໃຫ້ການນຳສະເໜີ ກ່ຽວກັບ ກົດໝາຍນິຕິບຸກຄົນ. ທ່ານ. ຮໍ ໄດ້ນຳສະເໜີກ່ຽວກັບວ່າ: ເປັນຫຍັງຈື່ງສ້າງຕັ້ງບໍລິສັດຂື້ນ, ປະເພດທີ່ແຕກຕ່າງກັນຂອງບໍລິສັດ, ແລະ ວິທີທີ່ເຂົາເຈົ້າໄດ້ຮັບການຄຸ້ມຄອງ ພາຍໃຕ້ກົດໝາຍລາວວ່າດ້ວຍ ວິສາຫະກິດ. ນອກນີ້ ທ່ານ. ຮໍ ຍັງໄດ້ປືກສາຫາລືຕໍ່ກ່ຽວກັບ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງທະນາຍຄວາມຕໍ່ບໍລິສັດ ເພີ້ມຕື່ມອີກດ້ວຍ.

IMG_1575 IMG_1565IMG_1564

Comments are closed.