ເປີດການບັນຍາຍ – ການຮ່ວມມືສາກົນດ້ານຄວາມຍຸຕິທຳທາງກົດໝາຍອາຍາ

ໂລກາພິວັດໄດ້ເຫັນການເພີ້ມຂະຫຍາຍປະລິມານຂອງອາຊະຍາກຳຂ້າມຊາດ ແລະ ຄວາມຕ້ອງການທີ່ສຳຄັນສຳລັບການຮ່ວມມືສາກົນເພື່ອຕ້ານອາຊະຍາກຳນີ້.ທ່ານ. ຈອນ ໂຄໂນລີ, ILSTA, ໄດ້ໃຫ້ການບັນຍາຍ ໃນຫົວຂໍ້ ການຮ່ວມມືສາກົນດ້ານຄວາມຍຸຕິທຳທາງກົດໝາຍອາຍາ ໃນວັນທີ 6 ເດືອນ ທັນວາ 2016. ການບັນຍາຍ ການຄົ້ນຄ້ວາຫາ ວຽກງານການຮ່ວມມືສາກົນ ດ້ານຄວາມຍຸຕິທຳທາງກົດໝາຍອາຍາ ແລະ ວິທີການຄວບຄຸມໂດຍຜ່ານຂໍ້ຕົກລົງທັງສອງຝ່າຍ, ໂດຍພາກພື້ນ ແລະ ສາກົນ. ການບັນຍາຍປະກອບຕົວຢ່າງການປະຕິບັດໂດຍເນັ້ນໃສ່ສະຖານະການປັດຈຸບັນໃນປະເທດລາວ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບການຝຶກອົບຮົມຂອງພະນັກງານໃນທຸກລະດັບຂອງຂະແຫນງການທາງດ້ານກົດຫມາຍເພື່ອຮັບປະກັນການປັບປຸງປະສິດທິພາບ ແລະ ຄວາມປອດໄພຂອງການຮ້ອງຂໍ.

img_1965 img_1971 img_1969

Comments are closed.