ບົດບັນຍາຍເປີດກວ້າງ ໃນຫົວຂໍ້ ”ຄວາມຮັບຜິດຊອບທາງອາຍາຂອງບໍລິສັດ” ໂດຍ ຊ່ຽວຊານຈາກ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ Keith Farquharson

ໃນວັນທີ 8 ພຶດສະພາ ທີ່ຜ່ານມາ, ທ່ານ Keith Farquharson, ຊ່ຽວຊານ ຈາກ ສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໄດ້ນໍສະເໜີ ບົດບັນຍາຍເປີດກວ້າງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນຫົວຂໍ້ ”ຄວາມຮັບຜິດຊອບທາງອາຍາຂອງບໍລິສັດ”. ຫົວຂໍ້ຫຼັກຂອງການບັນຍາຍ ແມ່ນ ກ່ຽວກັບ ຂໍ້ກຳນົດໃໝ່ຕໍ່ພາລະຂອງນິຕິບຸກຄົນ ໃນປະມວນກົດໝາຍສະບັບໃໝ່, ເງື່ອນໄຂທາງດ້ານກົດໝາຍຂອງຄວາມຮັບຜິດຊອບ ຈົນເຖິງ ຫຼັກມູນ ແລະ ທາງເລືອກ ໃນການອະນຸມັດ. ຜູ້ເຂົ້າຮວ່ມທຸກຄົນ ໄດ້ສະແດງ ທັກສະໃນການວິເຄາະ ຕໍ່ການແກ້ໄຂບັນຫາ ໃນກໍລະນີສຶກສາ ລວມເຖິງ ການເຂົ້າຮວ່ມໃນພາກ ຖາມ-ຕອບ ທີ່ເຕັມໄປດວ້ຍຂໍ້ມູນທີ່ຫນ້າສົນໃຈ. ຜູ້ເຂົ້າຮວ່ມ ໃນບົດບັນຍາຍເປີດກວ້າງໃນຄັ້ງນີ້ ລວມມີ ບັນດາ ນັກສຶກສາ, ຄູອາຈານ ແລະ ນັກກົດໝາຍ.

Comments are closed.