ພະນັກງານກວດກາແຂວງພາກໃຕ້ ຍົກສູງທັກສະຕໍ່ຕ້ານການສໍ້ລາດບັງຫຼວງ

ພະນັກງານກວດກາ 50 ກ່ວາທ່ານຈາກ 5 ແຂວງພາກໃຕ້: ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບ ການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ໄລຍະສາມວັນ ທີ່ແຂວງ ຈຳປາສັກ, ເຊິ່ງຈັດຂຶ້ນຮ່ວມກັນໂດຍ ອົງການກວດກາລັດ ແລະ ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA ພາຍໃຕ້ການສະໜັບສະໜຸນຂອງລັດຖະບານລຸກຊຳບວກ.

ເປົ້າໝາຍສຳຄັນ ຂອງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອຮັບປະກັນ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເລີກເຊິ່ງຍິ່ງຂຶ້ນ ກ່ຽວກັບກອບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການສາກົນ ໃນການຈັດການກັບ ການສໍ້ລາດບັງຫຼວງ ແລະ ເພື່ອເປັນການປັບປຸງ ຄວາມຮູ້ ແລະ ທັກສະ ໃນການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ຂອງບັນດາພະນັກງານກວດກາ.

ທ່ານວັນຄຳ ໄຊວົງສັກ ຕາງໜ້າໃຫ້ ອົງການກວດກາລັດ ໄດ້ກ່າວໃນພິທີເປີດວ່າ: ‘ການສໍ້ລາດບັງຫຼວງ ຍັງສືບຕໍ່ສົ່ງຜົນກະທົບອັນໃຫ່ຍຫຼວງແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ອົງການຈັດຕັ້ງ ແລະ ລັດ, ປະເຊີນກັບສິ່ງທ້າທາຍດັ່ງກ່າວ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສຳຄັນ ຂອງການ ສະກັດກັ້ນ ແລະຕໍ່ຕ້ານການສໍ້ລາດບັງຫຼວງ ແລະ ໄດ້ອອກມາດຕະການຫຼາຍຢ່າງເພື່ອຕໍ່ສູ້ກັບໄພຄົ່ມຄູ່ຂອງການສໍ້ລາດບັງຫຼວງ ດັ່ງທີ່ໄດ້ລະບຸໄວໃນ ມະຕິກອງປະຊຸມໃຫ່ຍຄັ້ງທີ10ຂອງພັກ, ຍຸດທະສາດແຫ່ງຊາດໃນການຕໍ່ຕ້ານການສໍ້ລາດບັງຫຼງແຕ່ນີ້ຮອບປີ 2020 ແລະ ນິຕິກຳອື່ນໆ ເພື່ອແກ້ໄຂບັນ ຫາການສໍ້ລາດບັງຫຼວງໃນທຸກລະດັບ ແລະ ທຸກອົງການຈັດຕັ້ງລັດ.’

ອາທິດຜ່ານມາ ພະນັກງານກວດກາຈຳນວນ 55 ທ່ານ ຈາກ 8 ແຂວງພາກເໜທືອ ກໍ່ໄດ້ຮັບການຝຶກອົບຮົມຫົວຂໍ້ດຽວກັນ ກ່ຽວກັບການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ແລະ ການຝຶກອົບຮົມຄັ້ງຕໍ່ໄປຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ສຳລັບພະນັກງານກວດກາທີ່ມຈາກບັນດາແຂວງພາກກາງ.

ທ່ານວັນຄຳ ໄຊວົງສັກກ່າວຕື່ມອີກວ່າ: ‘ພາຍຫຼັງທີ່ພະນັກງານກວດກາໄດ້ຮັບຄວາມຮູ້ທີ່ພຽງພໍ ແລະ ມີຄວາມເຂົ້າໃຈໜ້າວຽກຂອງເຂົາເຈົ້າດີກ່ວາເດີມແລ້ວ, ຂ້າພະເຈົ້າເຊື່ອໜັ້ນວ່າ ພະນັກງານກວດກາຈະສາມາດປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ  ໃນການບັງຄັບໃຊ້ກົດໝາຍ ຢ່າງເຄັງຄັດ ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ.’

ໄລຍະຝຶກອົມຮົມ3ວັນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບບັນດານິຕິກຳ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງໃນລະດັບພາຍໃນປະເທດ, ພາກພື້ນ ແລະ ສາກົນ. ທິດທາງໃນການຈັດຕັ້ງປະຕິບັດຍຸດທະສາດ ການສະກັດກັ້ນການສໍ້ລາດບັງຫຼວງ ແຕ່ນີ້ ເຖິງປີ 2020 ກໍ່ໄດ້ຮັບການປຶກສາຫາລື ແລະ ນອກນີ້ ກໍ່ໄດ້ມີການນຳສະເໜີປະສົບການສາກົນ ກ່ຽວກັບທິດທາງໃນການຕໍ່ສູ້ກັບ ການສໍ້ລາດບັງຫຼວງ ໂດຍຊ່ຽວຊານຈາກ ສະຖາບັນ ILSTA. ການຝຶກໃນຄັ້ງນີ້ ແມ່ນກວມເອົາ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມ ຜັນຂະຫຍາຍແຜນການໃຫ້ກາຍເປັນການປະຕິບັດຕົວຈິງ

IMG_2297IMG_2314IMG_2309

Comments are closed.