ກອງປະຊຸມຄະນະກຳມະທິການ ດ້ານອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ ຄັ້ງທີ 28, ຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຮິກ ວັນທີ 20-24 ພຶດສະພາ

ກອງປະຊຸມ ຄະນະກຳມະທິການ ດ້ານອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ ຄັ້ງທີ 28, ເຊິ່ງເປັນກອງປະຊຸມລະດັບໂລກ ກ່ຽວກັບ ຄວາມຍຸຕິທຳທາງອາຍາ ແລະ ການຕ້ານອາຊະຍາກຳ ໄດ້ຖືກຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຮິກ ໃນ ວັນທີ 20-24 ພຶດສະພາ, ກອງປະຊຸມດັ່ງກ່າວ ໄດ້ນໍາສະເໜີ ແລະ ສົນທະນາກ່ຽວກັບແນວທາງ ແລະ ຂໍ້ຫຍຸ້ງຍາກ ຕໍ່ກັບຫົວຂໍ້ດັ່ງກ່າວຢ່າງເລິກເຊິ່ງ ແລະ ກວມລວມໃນຫຼາຍດ້ານ.

ການຮວ່ມມືຢ່າງເປັນທາງການ ແລະ ບໍ່ເປັນທາງການ ລວມເຖິງການແບ່ງປັນບົດຮຽນທີ່ດີທີ່ສຸດ ຖືວ່າເປັນຈຸດສຳຄັນໃນການແກ້ໄຂ ອາຊະຍາກຳຂ້າມຊາດແບບມີການຈັດຕັ້ງ. ກອງປະຊຸມຄັ້ງທີ 28 ຂອງຄະນະກໍາມະການສະຫະປະຊາຊາດ ກ່ຽວກັບການປ້ອງກັນອາຊະຍາກໍາ ແລະ ຄວາມຍຸຕິທຳທາງອາຍາ ທີ່ພວມຖືກຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຣິກ, ແຕ່ວັນທີ 20-24 ພຶດສະພາ, ບໍ່ແມ່ນເປັນພຽງແຕ່ ການຖອດຖອນແລກປ່ຽນ ບົດຮຽນທີ່ຜ່ານມາ ແລະ ແນວທາງ, ແຕ່ຫາກເປັນກອງປະຊຸມລະດັບໂລກທີ່ສຳຄັນໃນການສ້າງຄວາມເຂັ້ມແຂງ ຕໍ່ການຮວ່ມມືສາກົນ ຕ້ານອາຊະຍາກຳທີ່ມີການຈັດຕັ້ງ. ຫຼາຍພາກສວ່ນຈາກ ອາຊຽນ ຫຼື ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ໄດ້ເຂົ້າຮວ່ມໃນກອງປະຊຸມທີ່ສຳຄັນຄັ້ງນີ້. ໃນນັ້ນ ທ່າມກາງບັນດາຊະມາຊິກຕົວແທນຈາກ ອາຊຽນ, ຄະນະຜູ້ແທນຂັ້ນສູງຈາກ ກະຊວງຍຸຕິທຳ, ສຳນັກງານໄອຍາການສູງສຸດ ແລະ ສະຖາບັນຍຸຕິທຳ ແຫ່ງປະເທດໄທ ກໍໄດ້ເຂົ້າຮວ່ມເຊັ່ນດຽວກັນ.
ເຊິ່ງໃນຫຼາຍປີທີ່ຜ່ານມາ ສະຖາບັນຊວ່ຍເຫຼືອດ້ານ ກົດໝາຍ ແລະ ວິຊາການ ກໍໄດ້ມີການເຊື່ອມໂຍມ ກັບ ຄະນະກຳມະທິການ ອາຊະຍາກຳ ແລະ ກົດໝາຍອາຍາ. ເຊື່ອໝັ້ນວ່າ ຄະນະກຳມະທິການ ດ້ານອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ ແມ່ນເປັນສອ່ງທາງໃນການແບ່ງປັນ. ທ່ານ Cesaro Sirignano, ໄອຍາການຕໍ່ຕ້ານມາເຟີຍແຫ່ງຊາດ ຈາກ ປະເທດ ອິດຕາລີ, ໄດ້ແບ່ງປັນປະສົບການ ແລະ ຄວາມຮູ້ ທີ່ໄດ້ຮຽນມາກ່ຽວກັບ ບົດປະຕິບັດທາງກົດໝາຍຂອງປະເທດ ອິດຕາລີ, ກ່ຽວກັບ “ຜູ້ໃຫ້ຄວາມຮວ່ມມືດ້ານຄວາມຍຸຕິທຳ” ທ່ານໄດ້ຍົກ ຕົວຢ່າງວ່າ ”ມາເຟີຍ ຜູ້ທີ່ສຳນຶກຜິດ ແລະ ພະຍານ. ທັງສອງຝ່າຍນັ້ນມີບົດບາດສຳຄັນໃນການຕ້ານ ແລະ ດຳເນີນຄະດີ ຕໍ່ອາຊະຍາກຳທີ່ມີການຈັດຕັ້ງໃນປະເທດອິດຕາລີ”. ພ້ອມທັງກ່າວຕື່ມອີກວ່າ ”ຄົນສວ່ນຫຼາຍ ຈະບໍກ້າເວົ້າກ່ຽວກັບ ອາຊະຍາກຳທີ່ມີການຈັດຕັ້ງ, ເພາະພວກເຂົ້າຢ້ານວ່າຖ້າເວົ້າໄປແລ້ວ ຈະເກີດໄພອັນຕະລາຍຕໍ່ຄອບຄົວ ແລະ ໂຕຂອງພວກເຂົາເອງ”

   

 

 

Comments are closed.