ການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ

ສານປະຊາຊົນສູງສຸດ ພ້ອມດວ້ຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືຈັດການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ, ແຂວງຈຳປາສັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມພິດ ຊິນນິຈັກ, ປະທານສານປະຊາຊົນພາກໃຕ້ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA.​ ການເຝິກອົບຮົມໄດ້ເຕົ້າໂຮມເອົາບັນດາຜູ້ພິພາກສາ ຈຳນວນ 75 ທ່ານ, ຈາກທັງໝົດ 9 ແຂວງພາກກາງ ແລະ ໃຕ້, ລວມມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.
ການບັນຍາຍໃນຫົວຂໍ້ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂຽນຮ່າງຄຳຕັດສິນຂອງສານ ໄດ້ຖືກນຳສະເໜີໂດຍ ທ່ານ ຄິດ ຟາຄູຮາຊັນ, ຊ່ຽວຊານສະຖາບັນ ILSTA ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການ ສະຖາບັນ ILSTA. ການບັນຍາຍໄດ້ຕາມດວ້ຍກິດຈະກຳການຖາມ-ຕອບ ທີ່ນຳໄປສູ່ການສົນທະນາຢ່າງຄຶກຄື້ນລະຫວ່າງຜູ້ເຂົ້າຮ່ວມ ແລະ ຊ່ຽວຊານດ້ານກົດໝາຍ.
ການເຝິກອົບຮົບຄັ້ງນີ້ແມ່ນສຸມໃສ່ ການສ້າງຄວາມເປັນເອກະພາບໃນການປັບປຸງເນື້ອໃນຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ເສີມສ້າງທັກສະການຂຽນຄຳຕັດສີນຂອງຜູ້ພິພາກສາໃຫ້ມີຄວາມເປັນເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ເຮັດໃຫ້ການພິຈາລະນາຕັດສິນມີຄວາມວ່ອງໄວ, ຖືກຕ້ອງ ແລະ ຍຸຕິທໍາ.
Comments are closed.