ກອງປະຊຸມ – ວິທີການຂອງການຄົ້ນຄວ້າ

ໃນວັນທີ 26 ເດືອນ ເມສາ ໄດ້ເປີດກອງປະຊຸມກ່ຽວກັບ ວິທີການຂອງການຄົ້ນຄວ້າ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ. ເປົ້າໝາຍກອງປະຊຸມແມ່ນເພື່ອໃຫ້ ຄູອາຈານ ແລະ ນັກຄົ້ນຄວ້າ ພາຍໃນຄະນະ. ສະມາສິກທີ່ເປັນນັກຄົ້ນຄວ້າໄວໜຸ່ມ ຈາກຄະນະ ໄດ້ໃຫ້ການນຳສະເໜີ ແລະ ໄດ້ຮັບຟັງຄວາມຄິດເຫັນ ພ້ອມຄຳແນະນຳຈຸດດີ ແລະ ຈຸດອ່ອນ ໃນການດຳເນີນວຽກງານຂອງພວກເຂົາເຈົ້າ ຈາກ ຊຽວຊານ. ທ່ານ ສເຕຟານ ເບຣີມ, ເຊີ່ງເປັນຄະນະບໍດີ ຂອງຄະນະກົດໝາຍ, ເສດຖະກິດ ແລະ ການເງີນ, ມະຫາວິທະຍາໄລ ຂອງ ລຸກຊຳບວກ ແລະ ສະມາຄົມສາດສະດາຈານ. ທ່ານ ນາງ ສິລເວບ ອາເລເກຣຊາ, ທີ່ມາຈາກຄະນະ ດຽວກັນນັ້ນ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທຳອິດ ພາຍໃຕ້ການຮ່ວມມື ຂອງສະຖາບັນ ທີ່ກຳລັງຈະສ້າງຕັ້ງຂື້ນ ລະຫວ່າງ ສອງ ຄະນະ. ເຊີ່ງແມ່ນ ສະຖາບັນ ILSTA ເປັນສະນັບສະນູນກອງປະຊຸມໃນຄັ້ງນີ້.

IMG_1689IMG_1696IMG_1705IMG_1701LogoNom.quadri.7cm1

 

 

Comments are closed.