ບົດບັນຍາຍເປີດກວ້າງ“ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”

ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ນີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ນີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນເພື່ອສິດສອນດ້ານກົດໝາຍ ແລະ ສຸມໃສ່ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”. ທ່ານ ສຈ. ນີເນເຕຣ ໄດ້ວິເຄາະ ແລະ ສົນທະນາກັບຜູ້ເຂົ້າຮ່ວມໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ, ລັດຖະທຳມະນູນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ.

ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ສຈ. ນີເນເຕຣ ໄດ້ດຳເນີນບົດບັນຍາຍເປີດກວ້າງພາຍໃຕ້ຫົວຂໍ້ກ່ຽວກັບສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ, ເຊິ່ງເຂົ້າຮ່ວມໂດຍບັນດານັກຮຽນ ແລະ ຄູອາຈານຫຼາຍກວ່າ 60 ທ່ານຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

Comments are closed.