ການຝຶກອົບຮົມກ່ຽວກັບການຕ້ານ ແລະ ສະກັດກັ້ນການຟອກເງິນ

ບັນດາພະນັກງານຈາກນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງທ້ອງຖິ່ນ ຈຳນວນ 65 ທ່ານ ໄດ້ເຂົ້າຮ່ວມໃນການຝຶກອົບຮົມ ເພື່ອຝຶກຝົນທັກສະ ແລະ ຄວາມພ້ອມໃນການກຽມເປັນຜູ້ຊ່ວຍໄອຍະການ ໃນວຽກງານການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ.

ໃນວັນທີ 13 ພະຈິກ ທີ່ຜ່ານມາ, ການຝຶກອົບຮົມກ່ຽວກັບການຕ້ານ ແລະ ສະກັດກັ້ນການຟອກເງິນໄດ້ຖືກຈັກຂຶ້ນໂດຍສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ອົງການໄອຍະການປະຊາຊົນສູງສຸດ(ອອປສ). ການຝຶກອົບຮົມດັ່ງກ່າວແມ່ນດຳເນີນ ໂດຍເລຂາທິການຄະນະບໍລິຫານສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ຊ່ຽວຊານຈາກສະຖາບັນILSTA, ທ່ານ ຄິດ ຟາຣຄູຮາຣຊັນ. ການຝຶກອົບຮົມໃນຄັ້ງນີ້ ແມ່ນສຸມໃສ່ການຖ່າຍທອດຄວາມຮູ້ກ່ຽວກັບການຟອກເງິນຢ່າງເລິກເຊິ່ງ ແລະ ການໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມໃນກິດຈະກຳການເຮັດວຽກເປັນກຸ່ມ ທີ່ມີລັກສະນະຕອບໂຕ້ ແລະ ເນັ້ນໃສ່ພາກປະຕິບັດ ຜ່ານກໍລະນີສຶກສາດ້ານການສຶບສວນ-ສອບສວນດ້ານການເງິນ.

ນອກຈາກການນຳສະເໜີດ້ານຂໍ້ມູນ ແລະ ການຖ່າຍທອດພາກປະຕິບັດຜ່ານກໍລະນີສຶກສາແລ້ວ, ສະຖາບັນ ILSTA ກໍຍັງເນັ້ນໜັກເຖິງການຖ່າຍທອດຄວາມຮູ້ຕ່າງໆດ້ານກົດໝາຍ, ຜ່ານກິດຈະກຳຖາມ-ຕອບຄວາມຮູ້ດ້ານກົດໝາຍ, ທີ່ບັນດາຜູ້ເຂົ້າຮວ່ມໄດ້ມີສ່ວນຮ່ວມໃນອາທິດທີ່ຜ່ານມາ. ດັ່ງທີ່ກິດຈະກຳໄດ້ຈົບລົງ, ພວກເຮົາຂໍສະແດງຄວາມຍິນດີກັບ ທ່ານນາງ ສີສຸພັນ ໄຊຍະສຸກ ຈາກ ອອປສ, ຜູ້ຊະນະເລີດໃນກິດຈະກຳໃນຄັ້ງນີ້.

Comments are closed.