ການຮັບຮອງເອົາກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ

ສະຖາບັນ ILSTA ຂໍສະແດງຄວາມຍິນດີມາຍັງ ສະພາແຫ່ງຊາດລາວ ໃນການຮັບຮອງເອົາ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8.
 
ການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນ ແລະ ກັນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຕ້ານອາຊະຍາ ກຳທີ່ມີການຈັດຕັ້ງ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະຖາບັນກັບປະເທດອື່ນໆ. ການຮັບຮອງເອົາກົດໝາຍດັ່ງກ່າວ ແມ່ນບາດກ້າວທີ່ສຳຄັນ ໃນການປະເມີນຜົນຂອງກຸ່ມການຮ່ວມມືເພື່ອຕ້ານການຟອກເງິນ ອາຊີ-ປາຊີຟິກ (APG) ທີ່ຈະມາເຖິງໃນຕໍ່ໜ້າ. ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແມ່ນເຄື່ອງມືທີ່ຈຳເປັນແກ່ ອົງການບັງຄັບໃຊ້ດ້ານກົດໝາຍແຫ່ງຊາດໃນການພົວພັນກັບຄູ່ຮ່ວມງານຕ່າງປະເທດ ແລະ ການປະຕິບັດໜ້າທີ່ຮ່ວມກັນໃນການຕ້ານການເຄື່ອນໄຫວຂອງອາຊະຍາກຳຂ້າມຊາຍແດນ.
 
ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນໃນການສ້າງກົດໝາຍໃຫ້ມີຄວາມຈະແຈ້ງ ແລະ ຈະສືບຕໍ່ສະໜັບສະໜູນ, ພ້ອມທັງ ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກແກ່ຜູ້ປະຕິບັດງານໃນລະດັບປະເທດ ແລະ ພາກພື້ນ ໃນຄະດີອາຍາ ແລະ ຄະດີແພ່ງເພື່ອປະຕິບັດກົດໝາຍໃຫ້ມີປະສິດຕິຜົນ.


Comments are closed.