Author Archive | Ilsta

ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍ ຈາກສານປະຊາຊົນສູງສຸດ ໃນການຮ່ວມມືເປັນເວລາ 5 ປີ

ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ລິຊາດ ຟີລິບປາກ ແລະ ຜູ້ອຳນວຍການ, ທ່ານ ຈອນ ຄອນນໍລີ ຖືເປັນກຽດທີ່ໄດ້ຮັບໃບຍ້ອງຍໍ ຈາກປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ແສງດາລາ, ຖືໂອກາດເພື່ອເປັນການຮັບຮູ້ເຖິງການສະໜັບສະໜູນທີ່ສະຖາບັນ ILSTA ໄດ້ປະກອບສ່ວນໃຫ້ແກ່ ສານປະຊາຊົນສູງສຸດແຫ່ງ ສປປ ລາວ, ໂດຍຜ່ານການຝຶກອົບຮົມ ແລະ ການສະໜັບສະໜູນດ້ານວິຊາການໃນໄລຍະ 5 ປີທີ່ຜ່ານມາ. ໃນດ້ານສະເພາະ, ທ່ານ ຄຳພາ ໄດ້ແນມເຫັນເຖິງ ການແລກປ່ຽນດ້ານຄວາມຊ່ຽວຊານທີ່ມີຄຸນຄ່າສູງ, ເຊິ່ງສະໜັບສະໜູນໂດຍສະຖາບັນ ILSTA ໃນການສ້າງຕັ້ງລະບົບສານປົກຄອງໃນລາວ ຜ່ານການແລກປ່ຽນກັບຊ່ຽວຊານຈາກປະເທດລຸກຊຳບວກ, ທ່ານ ສະຕິບ ເຮມິງເກີ ທີ່ໄດ້ມາຢ້ຽມຢາມມາປະເທດລາວ ສອງຄັ້ງເພື່ອແລກປ່ຽນຄວາມຮູ້ກ່ຽວກັບຫົວຂໍ້ດັ່ງກ່າວ. ແຕ່ຍ້ອນຂໍ້ຈຳກັດດ້ານການເດີນທາງໃນຊ່ວງໂຄວິດ19, ທ່ານ ສະຕິບ ເຮມິງເກີ ຈື່ງບໍ່ສາມາດເຂົ້າຮ່ວມພິທີດັ່ງກ່າວໄດ້. ກອງປະຊຸມ ແລະ ໂອກາດໃນການພົບປະໃນຄັ້ງນີ້ ໄດ້ແນໃສ່ໃຫ້ເຫັນເຖິງໂອກາດໃນການຮ່ວມມືໃນອະນາຄົດທັງໃນປະເທດ ແລະ ຂັ້ນພາກພື້ນ.

Continue Reading

ສືບຕໍ່ການຝຶກອົບຮົມກ່ຽວກັບ ” ວິທີການໃຊ້ຫ້ອງສະໝຸດອອນລາຍ (E-library)”

ມະຫາວິທະຍາໄລລຸກຊຳບວກ ໄດ້ສະໜັບສະໜູນໃນການພັດທະນາ ແລະ ຈັດງານຝຶກອົບຮົມກ່ຽວກັບ ” ວິທີການໃຊ້ຫ້ອງສະໝຸດອອນລາຍ (E-library)” ໃນວັນທີ 2-3 ແລະ ວັນທີ 8-11 ກັນຍາ ທີ່ຜ່ານມາ. ການຝຶກອົບຮົມທາງອອນລາຍໄດ້ຖືກດຳເນີນຂຶ້ນເປັນພາສາໄທ, ນຳສະເໜີໂດຍບັນດາຜູ້ດູແລຫ້ອງສະໝຸດ ຈາກມະຫາວິທະຍາໄລທຳມະສາດ, ຜ່ານເຄືອຂ່າຍຂອງ EIFL. ບັນດາອາຈານທັງໝົດ 12 ທ່ານໄດ້ເຂົ້າຮ່ວມການສຳມະນາອອນລາຍ, ນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ທ່ານນາງ ອະໂຣຊາ ເຫຼົ່າຣັກວົງ ແລະ ທ່ານນາງ ຊານິນພອນ ສູ່ໂຊກວິລາວົງ, ຈາກປະເທດໄທ ຈາກປະເທດໄທ ແລະ ທ່ານນາງ ດຣ ເພີລີນ ຊີມອນ, ຈາກປະເທດຝຣັ່ງ ຈັດຂຶ້ນຜ່ານການເຊື່ອມຕໍ່ທາງ Zoom. ບັນດາອາຈານໄດ້ເຂົ້າຮ່ວມໃນການສຳມະນາອອນລາຍ ທີ່ຫ້ອງໄອຊີທີ (ICT) ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອໃນການຈັດໂດຍ ອາຈານ ສັງຄອນ […]

Continue Reading

ການເຝິກອົບຮົມຄັ້ງທີ 3 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’

ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫໍສະໝຸດອີເລັກໂຕຣນິກ E-library. ການເຝິກອົບຮົມຄັ້ງທີ 3 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ຊຶ່ງໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 5 ສິງຫາ ທີ່ຜ່ານມາ. ມີທັງໝົດ 11 ທ່ານໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງມະຫາໄລລຸກຊຳບວກ, ທ່ານນາງ ເພີລີນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫໍສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດວິໄຈ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາ. E-library ແມ່ນ ຫໍສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕໍທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ), ບົດຄວາມວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ: http://flp.nuol.edu.la/e-library/

Continue Reading

ການຈັດງານ University Challenge Quiz ຄັ້ງທິ 3

ສະຖາບັນຊ່ວຍເຫຼືອທາງດ້ານກົດໜາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືກັບ ກຸ່ມນັກສຶກສາກົດໜາຍລາວ-ອາຊີ ຫລື ALSA Laos ໃນການຈັດງານ University Challenge Quiz ຄັ້ງທິ 3 ຂຶ້ນຢູ່ທີ່ ສະໂມສອນໃຫຍ່ , ມະຫາວິທະຍາໄລແຫ່ງຊາດລາວ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອາຈານ ເລັງສັກ ບຸນທະລາດ, ຫົວຫນ້າພະແນກຄຸ້ມຄອງນັກສຶກສາ, ຄະນະນິຕິສາດ-ລັດຖະສາດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການ ສະຖາບັນຊ່ວຍເຫລືອດ້ານກົດຫມາຍ ແລະ ວິຊາການ. ພ້ອມດ້ວຍບັນດານັກສຶກສາຈາກສະຖາບັນ ແລະ ຄະນະຕ່າງໆ, ປີນີ້ພວກເຮົາມີນັກສຶກສາເຂົ້າຮວ່ມເຖິງ 150 ຄົນ. ກິດຈະກຳນີ້ກໍແມ່ນເພື່ອສົ່ງເສີມການສຶກສາ-ຮຽນຮູ້ໂດຍການສົ່ງເສີມໃຫ້ນັກສຶກສາລາວພັດທະນາຄວາມຮູ້-ຄວາມສາມາດຜ່ານກິຈະກຳນອກຫຼັກສູດ. ບັນຍາກາດໄດ້ດຳເນີນໄປຢ່າງຄຶກຄື້ນ. ຂໍສະແດງຄວາມຍິນດີແກ່ທຸກໆທີມທີ່ຜ່ານເຂົ້າຮອບ ແລະ ເປັນພາກສວ່ນໜຶ່ງໃນກິດຈະກຳເສີມສ້າງຄວາມຮູ້ໃນຄັ້ງນີ. ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຮັບປະສົບການ, ຄວາມຮູ້ໃນຫລາຍໆດ້ານ ແລະ ມິດຕະພາບທີ່ດີຈາກງານ.  

Continue Reading

ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບ ” ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ” ທີ່ນະຄອນຫຼວງພະບາງ.

ສະຖາບັນ ILSTA ໄດ້ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບ ” ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ” ໃນອາທິດແລ້ວນີ້, ທີ່ ນະຄອນຫຼວງພະບາງ. ໃນກິດຈະກຳດັ່ງກ່າວ, ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບ ກິດຈະກຳທາງອອນລາຍ ແລະ ພື້ນທີ່ໃນການຮັບຊົມບົດບັນຍາຍທາງອອນລາຍ ກ່ຽວກັບຫົວຂໍ້ດ້ານກົດໝາຍ ໃຫ້ແກ່ພະນັກງານລັດ ຈາກບັນດາແຂວງພາກເໜືອ. ປື້ມຄູ່ມືເຕັກນິກ, ໃບປິວຂໍ້ມູນ ແລະ ສື່ສິ່ງພິມຕ່າງໆ ຫຼາຍກວ່າ 1360 ສະບັບ ໃນຫົວຂໍ້ “ອາຊະຍາກຳທີ່ມີການຈັດຕັ້ງ” ໄດ້ຖືກແຈກຢາຍໃນກອງປະຊຸມພາກພື້ນກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ”. ສະຖາບັນຂອງພວກເຮົາຮູ້ສຶກເປັນກຽດ, ທີ່ໄດ້ສະໜັບສະໜູນ ໃນວຽກງານການໂຄສະນາເຜີຍແຜ່ຄວາມຮັບຮູ້ ຂອງເຈົ້າໜ້າທີ່ທ້ອງຖິ່ນ ນັບຕັ້ງແຕ່ຂັ້ນຮາກຖານ ຈົນປໄເຖິງປະຊາຊົນທົ່ວໄປ.

Continue Reading

ຜູ້ຊະນະກິດຈະກຳການຖາມ-ຕອບຄວາມຮູ້ດ້ານກົດໝາຍ

ກິດຈະກຳການຖາມ-ຕອບຄວາມຮູ້ດ້ານກົດໝາຍ ແມ່ນຂ້ອນຂ້າງພິເສດ ແລະ ຕື່ນເຕັ້ນ. ໃນປີນີ້, ພວກເຮົາມີຜູ້ຊະນະເລີດເຖິງ 2 ທ່ານທີ່ແຂ່ງຂັນໃນກອງປະຊຸມພາກພື້ນທີ່ແຂວງຫຼວງພະບາງ! ສະຖາບັນ ILSTA ຂໍສະແດງຄວາມຍິນດີກັບຜູ້ຊະນະເລີດຂອງພວກເຮົາ,ເຊິ່ງໄດ້ແກ່ ທ່ານ ບຸນໄຊ ບຸນແກ່ນ (ຮູ້ບດ້ານຊ້າຍ) ຈາກພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫ້ອງການຕຳຫຼວດ ປກສ ແຂວງ ໄຊຍະບູລີ ແລະ ທ່ານ ມີຊົ່ງ ຊື່ນູ (ຮູ້ບດ້ານຂວາ) ຈາກ ອົງການໄອຍະການປະຊາຊົນພາກເໜືອ. ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ!

Continue Reading

ກອງປະຊຸມພາກພື້ນໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໃນວັນທີ 28-30 ກໍລະກົດ 2020

ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າອົງການຕຸລາການ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ເຂົ້າມາປຶກສາຫາລືກ່ຽວກັບ ວິທີການຕ້ານການຟອກເງິນ ແລະ ການຄ້າມະນຸດໃນກອງປະຊຸມພາກພື້ນກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ, ກອງປະຊຸມຖືກຈັດຂື້ນທີ່ນະຄອນຫຼວງພະບາງ. ກອງປະຊຸມຂັ້ນພາກພື້ນຄັ້ງນີ້ ແມ່ນເຂົ້າຮ່ວມໂດຍພະນັກງານລັດຫຼາຍກ່ວາ 90 ທ່ານທີ່ມາຈາກ 7 ແຂວງໃນພາກເໜືອຂອງ ສປປ ລາວ. ປະທານກອງປະຊຸມ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ຄຳສານ ສຸວົງ ກ່າວວ່າ “ ອາຊະຍາກຳທີ່ມີການຈັດຕັ້ງທີ່ມີລັກສະນະຂ້າມຊາດ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມສະຖຽນລະພາບ ແລະ ການພັດທະນາເສດຖະກິດ – ສັງຄົມໃນພາກພື້ນຂອງເຮົາ .” ໃນກອງປະຊຸມທີ່ຫຼວງພະບາງ, ຊ່ຽວຊານຈາກສະຖາບັນ ILSTA ໄດ້ນຳສະເໜີກໍລະນີສຶກສາກ່ຽວກັບການຟອກເງິນ ແລະ ອະທິບາຍເຖິງວິທີດຳເນີນການສືບສວນໃນຮູບແບບຄູ່ຂະໜານ ຕໍ່ການກະທຳຜິດຕັ້ນ ແລະ ການສືບສວນທາງການເງິນຕໍ່ກັບຄະດີອາຍາ. ໃນໄວໆນີ້, ປະເທດລາວຈະໄດ້ຜ່ານການປະເມີນຜົນເຊິ່ງກັນ ແລະ ກັນຄັ້ງທີສອງ ໂດຍກຸ່ມອາຊີປາຊີຟິກກ່ຽວກັບການຟອກເງິນ. ການປະເມີນຜົນເຊິ່ງກັນ ແລະ ກັນຈະສຸມໃສ່ການຈັດຕັ້ງປະຕິບັດຄຳ […]

Continue Reading

ຜູ້ຊະນະເລີດກິດຈະກຳຖາມ-ຕອບໃນ ” ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງ”

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂໍສະແດງຄວາມຍິນດີກັບຜູ້ຊະນະເລີດກິດຈະກຳຖາມ-ຕອບໃນກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງສຳລັບພະນັກງານກວດກາຈາກມະຫາວິທະຍະໄລແຫ່ງຊາດ, ທີ່ຜ່ານໃນອາທິດທີ່ແລ້ວນີ້. ຜູ້ຊະນະເລີດແມ່ນ ທ່ານ ແກ້ວສິດທິພອນ ຈັນທະລາ, ຈາກມະຫາວິທະຍາໄລແຫ່ງຊາດ. ໃນວັນສຸດທ້າຍຂອງກອງປະຊຸມ, ທ່ານ ຈອນ ຄອນນໍລີ ໄດ້ໃຫ້ກຽດມອບລາງວັນ ແລະ ສະແດງຄວາມຍິນດີແກ່ຜູ້ຊະນະເລີດ.

Continue Reading

ໂຄງການເຜີຍແຜ່ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ຂອງສະຖາບັນ ILSTA

ນອາທິດທີ່ຜ່ານມາ, ໂຄງການເຜີຍແຜ່ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ຂອງສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຖືກດຳເນີນໄປຄຽງຄູ່ກັບການຈັດ ” ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງ ສຳລັບພະນັກງານກວດກາ ຈາກມະຫາວິທະຍະໄລແຫ່ງຊາດ “. ໃນການສົ່ງເສີມການເຂົ້າເຖິງດ້ານຂໍ້ມູນ, ສະຖາບັນ ILSTA ໄດ້ແຈກຍາຍສິ່ງຕີພິມດ້ານກົດໝາຍຕ່າງໆ, ເຊິ່ງລວມມີ: ປຶ້ມປະມວນກົດໝາຍອາຍາ, ປຶ້ມຄູ່ມືກ່ຽວກັບຫົວຂໍ້ດ້ານກົດໝາຍ, ໂປສເຕີກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ແລະ ໃບປິວຕ່າງໆ, ໃຫ້ແກ່ຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ. ນອກຈາກນັ້ນ, ກໍຍັງມີການນຳສະເໜີ ໂດຍພະນັກງານຈາກສະຖາບັນ ILSTA ກ່ຽວກັບກິດຈະກຳບົດບັນຍາຍອອນລາຍ ແລະ ວິດີໂອສັ້ນກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ.

Continue Reading

ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງສຳລັບພະນັກງານກວດກາ, ມະຫາວິທະຍະໄລແຫ່ງຊາດ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ແລະ ຫ້ອງກວດກາມະຫາວິທະຍະໄລແຫ່ງຊາດ ໄດ້ຮ່ວມມືກັນຈັດ “ ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງສຳລັບພະນັກງານກວດກາ, ມະຫາວິທະຍະໄລແຫ່ງຊາດ “ ຂຶ້ນໃນວັນທີ 22-24 ກໍລະກົດ, ໂດຍການເປັນປະທານຮ່ວມຂອງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ຮອງອະທິການບໍດີ ມະຫາວິທະຍະໄລແຫ່ງຊາດ; ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ແລະ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ, ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງໃນຄັ້ງນີ້, ໄດ້ມີພະນັກງານກວດກາຈາກມະຫາວິທະຍະໄລແຫ່ງຊາດເຂົ້າຮ່ວມເຖິງຫຼາຍກວ່າ 60 ທ່ານ. ຈຸດປະສົງຂອງການຈັດກອງປະຊມແມ່ນກໍເພື່ອສົ່ງເສີມສັກກະຍະພາບ ແລະ ຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານກວດກາໃໝ່.

Continue Reading