Author Archive | Ilsta

ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ໃນວັນທີ 9 ພະຈິກ ທີ່ຜ່ານມາ, ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໄດ້ດຳເນີນຂຶ້ນທີ່ ນະຄອນປາກເຊ, ແຂວງຈຳປາສັກ. ທ່ານ ຈອນ ຄອນນໍລີ, ອຳນວຍການຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ມອບປື້ມຄູ່ມືເຕັກນິກ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 1,500 ສະບັບ ໃຫ້ແກ່ຕາງໜ້າຜູ້ພິພາກສາ ຈາກ 9 ແຂວງພາກກາງ ແລະ ໃຕ້, ທີ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ”. ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ຂອງສະຖາບັນ ILSTA ໃນຄັ້ງນີ້ ບໍ່ພຽງແຕ່ເປັນການແຈກຢາຍອຸປະກອບໃຫ້ຂໍ້ມູນທີ່ເປັນປະໂຫຍດພຽງແກ່ຜູ້ເຂົ້າຮ່ວມ 75 ທ່ານ ໃນການອົບຮົມທີ່ນະຄອນປາກເຊເທົ່ານັ້ນ, ແຕ່ຍັງເປັນການສະໜັບສະໜຸນ ໃນກິດຈະກຳການເຜີຍແຜ່ຂໍ້ມູນດ້ານກົດໝາຍຂອງບັນດາຜູ້ພິພາກສາ ໃນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ວຽງຈັນ, ຈຳປາສັກ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ອີກດ້ວຍ.

Continue Reading

ການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ

ສານປະຊາຊົນສູງສຸດ ພ້ອມດວ້ຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືຈັດການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ, ແຂວງຈຳປາສັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມພິດ ຊິນນິຈັກ, ປະທານສານປະຊາຊົນພາກໃຕ້ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA.​ ການເຝິກອົບຮົມໄດ້ເຕົ້າໂຮມເອົາບັນດາຜູ້ພິພາກສາ ຈຳນວນ 75 ທ່ານ, ຈາກທັງໝົດ 9 ແຂວງພາກກາງ ແລະ ໃຕ້, ລວມມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ການບັນຍາຍໃນຫົວຂໍ້ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂຽນຮ່າງຄຳຕັດສິນຂອງສານ ໄດ້ຖືກນຳສະເໜີໂດຍ […]

Continue Reading

ບົດບັນຍາຍເປີດກວ້າງໃນຫົວຂໍ້ການລັກລອບເຄື່ອນຍ້າຍແຮງງານຂ້າມຊາດ

ນັກສຶກສາ ແລະ ອາຈານຫຼາຍກ່າວ 100 ຄົນຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ໄດ້ເຂົ້າຮ່ວມໃນບົດບັນຍາຍເປີດກວ້າງໃນຫົວຂໍ້ການລັກລອບເຄື່ອນຍ້າຍແຮງງານຂ້າມຊາດ, ນຳສະເໜີໂດຍ ທ່ານນາງ ອາລິນາ ທີມຸດ, ຊ່ຽວຊານດ້ານກົດໝາຍ ຈາກສະຖາບັນ ILSTA. ບົດບັນຍາຍໄດ້ນຳສະເໜີຫຼາຍຂໍ້ມູນທີ່ສຳຄັນກ່ຽວກັບອົງປະກອບຂອງການລັກລອບເຄື່ອນຍ້າຍແຮງງານແບບຜິດກົດໝາຍ ແລະ ຕາມດວ້ຍກິດຈະກຳການຖາມ-ຕອບ ທີ່ນຳໄປສູ່ການສົນທະນາຢ່າງຄຶກຄື້ນລະຫວ່າງຜູ້ເຂົ້າຮ່ວມ ແລະ ຜູ້ບັນຍາຍ.

Continue Reading

ບົດບັນຍາຍເປີດກ້ວາງໃນຫົວຂໍ້ “ອາຊະຍາກຳທີ່ມີການຈັດຕັ້ງ”

ໃນຕົ້ນອາທິດທີ່ຜ່ານມາ,​ ທ່ານ ຈອນ ຄອນນໍລີ,​ ຜູ້ອຳນວຍການຈາກສະຖາບັນ ILSTA ໄດ້ດຳເນີນບົດບັນຍາຍເປີດກ້ວາງໃນຫົວຂໍ້ “ອາຊະຍາກຳທີ່ມີການຈັດຕັ້ງ” ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ບົດບັນຍາຍໄດ້ໃຫ້ຂໍ້ມູນໂດຍສັງເຂັບກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ. ນັກສຶກສາຫຼາຍກວ່າ 70 ຄົນ, ທີ່ເຂົ້າຮ່ວມໄດ້ຮັບປຶ້ມຄູ່ມືດ້ານກົດໝາຍຈາກສະຖາບັນ ILSTA. ບັນດານັກສຶກສາໄດ້ໃຫ້ຄວາມສົນໃຈຕໍ່ຫົວຂໍ້ດັ່ງກ່າວຢ່າງຫຼວງຫຼາຍ ໃນລະຫວ່າງການບັນຍາຍ ແລະ ກິດຈະກຳຂອງການຖາມ-ຕອບ.

Continue Reading

ບົດບັນຍາຍເປີດກວ້າງໃນຫົວຂໍ້ “ການຄ້າມະນຸດ”

ນັກສຶກສາຈຳນວນຫຼາຍກ່ວາ 80 ຄົນ ຈາກຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມໃນບົດບັນຍາຍເປີດກວ້າງໃນຫົວຂໍ້ “ການຄ້າມະນຸດ”, ນຳສະເໜີໂດຍ ທ່ານນາງ ອາລິນາ ທີມຸດ, ຊ່ຽວຊານຈາກສະຖາບັນ ILSTA. ຂໍ້ມູນທີ່ສຳຄັນກ່ຽວກັບອົງປະກອບຂອງການຄ້າມະນຸດ ແລະ ວິທິການໃນການລະບຸອາຊະຍາກຳທີ່ມີການຈັດຕັ້ງປະເພດນີ້ ແມ່ນໄດ້ຖືກນຳສະເໜີໃຫ້ແກ່ນັກສຶກສາທີ່ເຂົ້າຮ່ວມ. ບັນຍາກາດຂອງການບັນຍາໄດ້ດຳເນີນໄປຢ່າງຄຶກຄື້ນໃນລະຫວ່າງການຖາມ-ຕອບກ່ຽວກັບຫົວຂໍ້ດັ່ງກ່າວ. ບົດບັນຍາຍເປີດກວ້າງນີ້ແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຖາບັນ ILSTA ແລະ ຄະນະນິຕິສາດ-ລັດຖະສາດ.

Continue Reading

ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມວນ

ສະຖາບັນ ILSTA ໄດ້ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງໃນອາທິດແລ້ວນີ້ ທີ່ແຂວງຄຳມວນ. ໃນກິດຈະກຳດັ່ງກ່າວ, ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບ ກິດຈະກຳທາງອອນລາຍ, ວິດິໂອຕົວຢ່າງສານຈຳລອງ ແລະ ພື້ນທີ່ໃນການຮັບຊົມບົດບັນຍາຍທາງອອນລາຍ ກ່ຽວກັບຫົວຂໍ້ດ້ານກົດໝາຍ ໃຫ້ແກ່ພະນັກງານລັດ ຈາກ 6 ແຂວງພາກກາງ. ປື້ມຄູ່ມືເຕັກນິກ, ປະມວນກົດໝາຍອາຍາ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 3800 ສະບັບ ໃນຫົວຂອງກອງປະຊຸມພາກພື້ນກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ” ໄດ້ຖືກແຈກຢາຍໃຫ້ແກ່ເຈົ້າໜ້າທີ່ເຂົ້າຮ່ວມໃນກອງປະຊຸມທີ່ເມືອງທ່າແຂກ.

Continue Reading

ກອງປະຊຸມພາກພື້ນຄັ້ງທີສອງກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມ່ວນ

ເຈົ້າໜ້າທີ່ລະດັບສູງຈາກ 6 ແຂວງພາກກາງ, ລວມມີຫ້ອງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະພາທະນາຍຄວາມລາວ, ໄດ້ເຕົ້າໂຮມກັນຢູ່ເມືອງທ່າແຂກ, ແຂວງຄຳມ່ວນ ໃນວັນທີ 13 ຫາ 15 ຕຸລາ ໃນກອງປະຊຸມພາກພື້ນຄັ້ງທີສອງ ຂອງອອປສ ແລະ ສະຖາບັນ ILSTA ກ່ຽວກັບ “ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໂດຍສຸມໃສ່ບັນຫາການຟອກເງິນ, ການຄ້າມະນຸດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ“. ກອງປະຊຸມພາກພື້ນຄັ້ງທີສອງຂອງປີ 2020 ນີ້ແມ່ນຈັດຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຍັງ ຈັນດາລາສານ, ຮອງປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮິດຊາດ ຟີລິບປາກ, ປະທານສະຖາບັນ ILSTA. ທ່ານ ບຸນຍັງ ຈັນດາລາສານ ໄດ້ຍົກໃຫ້ເຫັນວ່າ“ ອາຊະຍາກຳທີ່ມີການຈັດຕັ້ງ, ໂດຍສະເພາະການຟອກເງິນ, ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດຂອງຊາດ ແລະ ທົ່ວໂລກ. ໃນຍຸກໂລກາພິວັດນີ້, ກຸ່ມອາຊະຍາກອນ ໄດ້ຊອກຫາທຸກວິທີທາງເພື່ອແຊກແຊງໃນລະບົບເສດຖະກິດ ແລະ ເພື່ອຜົນປະໂຫຍດແກ່ຕົນເອງ. […]

Continue Reading

ການເຜີຍແຜ່ຂໍ້ມູນດ້ານກົດໝາຍໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ

ກິດຈະກຳການເຜີຍແຜ່ຂໍ້ມູນດ້ານກົດໝາຍໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໄດ້ຖືກຈັດຂຶ້ນທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດ. ໃນຕອນເຊົ້າຂອງມື້ນີ້, ປະທານສະຖາບັນ ILSTA, ທ່ານ ລິຊາດ ຟິລິບປາກ ໄດ້ມອບປຶ້ມປະມວນກົດໝາຍອາຍາ ຈຳນວນ 70 ຫົວ, ພ້ອມດ້ວຍ ໃບປິວ ແລະ ປຶ້ມຄູ່ມືດ້ານກົດໝາຍ ໃນຫົວຂໍ້ກ່ຽວກັບ ການຕ້ານການສໍ້ລາດບັງຫຼວງ, ການຄ້າມະນຸດ ແລະ ປະເພດຂອງອາຊະຍາກຳທີ່ມີການຈັດຕັ້ງ ຈຳນວນ 770 ສະບັບ ໃຫ້ແກ່ບັນດາຜູ້ພິພາກສາສານປະຊາຊົນເຂດ ທີ່ມາຈາກທົ່ວປະເທດ. ກິດຈະກຳການເຜີຍແຜ່ຂໍ້ມູນຂອງສະຖາບັນ ILSTA ແມ່ນຖືວ່າເປັນອົງປະກອບຫຼັກໃນການສະໜັບສະໜູນໃນການສືບຕໍ່ເຜີຍແຜ່ຂໍ້ມູນຂອງບັນດາຜູ້ເຂົ້າຮ່ວມເອງ ໃນຂົງເຂດຂອງຕົນພາຍຫຼັງສຳເລັດການຝຶກອົບຮົມ.

Continue Reading

ການຝຶກອົບຮົມ “ວຽກງານການຂຽນຄຳຕັດສີນ” ໃຫ້ແກ່ຜູ້ພິພາກສາສານປະຊາຊົນເຂດ

ພິທີເປີດຝຶກອົບຮົມ “ວຽກງານການຂຽນຄຳຕັດສີນ” ໃຫ້ແກ່ຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດ ໄດ້ຖືກໄຂຂຶ້ນ ໃນຕອນເຊົ້າຂອງມື້ນີ້, ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ, ໂດຍຮ່ວມມືລະຫວ່າງສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ. ການຝຶກອົບຮົມດັ່ງກ່າວ ໄດ້ເປີດຂຶ້ນໂດຍການເປັນປະທານ ຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ. ພ້ອມທັງ, ເຕົ້າໂຮມເອົາບັນດາຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດຈໍານວນ 59 ທ່ານ; ລວມເຖິງ, ບັນດາຫົວໜ້າກົມ, ຮອງກົມ ແລະ ຫົວໜ້າຄະນະສານ ຂອງສານປະຊາຊົນສູງສຸດ. ຈຸດປະສົງຂອງການຈັດການຝຶກອົບຮົມໃນຄັ້ງນີ້ ແມ່ນກໍເພື່ອການເສີມສ້າງທັກສະການຂຽນຄຳຕັດສີນຂອງຜູ້ພິພາກສາໃຫ້ມີຄວາມເປັນເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ເຮັດໃຫ້ການພິຈາລະນາຕັດສິນມີຄວາມວ່ອງໄວ, ຖືກຕ້ອງ ແລະ ຍຸຕິທໍາ.  

Continue Reading

ກອງປະຊຸມລາຍງານການເຄື່ອນໄຫວກາງປີ 2020 ຂອງ ໂຄງການລາວ/031

ໃນກອງປະຊຸມລາຍງານການເຄື່ອນໄຫວກາງປີ 2020 ຂອງ ໂຄງການລາວ/031 ໄດ້ມີການທົບທວນຄືນກິດຈະກຳຕ່າງໆຂອງໂຄງການພາຍໃນໄລຍະເວລາ 8 ເດືອນທີ່ຜ່ານມາ. ພະນະທ່ານ ແຊມ ເຊຣນເນີ, ອຸປະທູດ ຈາກ ສະຖານທູດແຫ່ງລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວເນັ້ນເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານ ແລະ ການເສີມສ້າງກິດຈະກຳໃໝ່ໆຂອງ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແລະ ໂຄງການລາວ/031 ເຊິ່ງໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃຫ້ສຳເລັດຜົນຢ່າງຕໍ່ເນື່ອງໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ບັນດາຄູ່ຮ່ວມມືຈາກອົງການຈັດຕັ້ງລັດ ໄດ້ຮັບຮູ້ເຖິງຜົນສຳເລັດດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ການສືບຕໍ່ເຄື່ອນໄຫວກິດຈະກຳໃຫ້ດີເທົ່າທີ່ຈະເປັນໄປໄດ້ ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດນີ້. ຮັບຊົມວິດີໂອ ກ່ຽວກັບກິດຈະກຳຂອງສະຖາບັນ ILSTA ໃນປີ 2019 ຫາ 2020 ໃດ້ທີ່: https://www.youtube.com/watch?v=1yq0v6hDYF4&t=4s

Continue Reading