Author Archive | Ilsta

ກອງປະຊຸມ – ສະຖາບັນຍຸຕິທຳແຫ່ງຊາດ

ກອງປະຊຸມ ກ່ຽວກັບແບບການສິດສອນ ທີ່ຈັດຂື້ນໂດຍ ສະຖາບັນ ILSTA ເປັນເວລາ 2 ມື້ ແມ່ນວັນທີ 22 – 23 ໃນເດືອນ ຕຸລາ ປີ 2015, ເພື່ອຄູຝືກຂອງ ສະຖາບັນຍຸຕິທຳແຫ່ງຊາດ (NIJ). ເຊີ່ງມີຄູອາຈານເຂົ້າຮ່ວມລວມທັງໝົດ 25 ທ່ານ, ໃນນີ້ມີ ຄູອາຈານປະຈຳ ແລະ ແຂກຮັບເຊີນຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ໄດ້ແນໃສ່ການສິດສອນແບບຜູ້ຮຽນເປັນໃຈກາງ. ສະຖາບັນຍຸຕິທຳແຫ່ງຊາດ ແມ່ນສະຖາບັນທີ່ຮັບຜິດຊອບໃນການຝືກອົບຮົມຜູ້ພິພາກສາໃນອານາຄົດ, ໄອຍະການສານ ແລະ ສະມາຊິກສະພາທະນາຍ.

Continue Reading

ເປີດຊຸດບັນຍາຍ – ກົດລະບຽບຂອງກົດໝາຍ

ການເປີດການບັນຍາຍ ກ່ຽວກັບກົດລະບຽບຂອງກົດໝາຍ (RoL) ບັນຍາຍໂດຍ ທ່ານ ອີຣີກ ແຮກວິດສ໌ ຫົວໜ້າບໍລິຫານ ສະຖາບັນ ILSTA,  ໃນວັນທີ 20 ເດືອນ ຕຸລາ 2015. ບົດບັນຍາຍໄດ້ສະເໜີ ພາບລວມ ວ່າດ້ວຍ ແນວຄວາມຄິດໃນກົດລະບຽບຂອງກົດໝາຍ. ສປປ ລາວ ວ່າມີຄວາມມຸ່ງໝັ້ນໃນການສ້າງ ກົດລະບຽບຂອງກົດໝາຍ (RoL) ໃຫ້ບັນລຸຜົນພາຍໃນປີ 2020 – ໄດ້ມີການປືກສາຫາລືເພື່ອໃຫ້ໄດ້ຮັບໝາກຜົນທີ່ຈະແຈ້ງເພື່ອໃຫ້ບັນລຸຈຸດປະສົງນີ້. ຕໍ່ຄຳສັນຍາທີ່ ສປປ ລາວ ໄດ້ເຮັດ ໂດຍຜ່ານສົນທິສັນຍາສາກົນ, ກົດບັດອາຊຽນ ແລະ ລັດຖະທຳມະນູນລາວ ແມ່ນຫຍັງ? ການບັນຍາຍດັ່ງກ່າວຍັງໄດ້ຍົກເອົາປະຫວັດສາດຂອງ ກົດລະບຽບຂອງກົດໝາຍ RoL ແລະ ຄວາມແຕກຕ່າງກັນຂອງ ກົດລະບຽບຂອງກົດໝາຍ RoL ປະກອບເຂົ້າພ້ອມ.  

Continue Reading

ພາສາອັງກິດ ສຳລັບກົດໝາຍສາກົນ

ເນື້ອໃນ ແລະ ບົດຝຶກຫັດ ສຳລັບການຮຽນ ກົດໝາຍສາກົນ ເປັນພາສາອັງກິດ ໄດ້ຮັບການພັດທະນາ ເພື່ອສ້າງເປັນວິຊາສອນ ຊ່ຽວຊານດ້ານກົດໝາຍຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ສະພາແຫ່ງຊາດ ແລະ ພາກສ່ວນ ອື່ນໆ. ເຊິ່ງຈັດພີມເປັນພາສາອັງກິດ, (ຈຳນວນ 60 ໜ້າ). ຖ້າຫາກທ່ານສົນໃຈ ກະລຸນາຕິດຕໍ່ ສະຖາບັນ ILSTAT ເພື່ອຂໍຮັບປຶ້ມດັ່ງກ່າວ. English for International Law (cover only)

Continue Reading

ຫ້ອງຮຽນແບບຜູ້ຮຽນເປັນໃຈກາງ

ຄູ່ມືວິທີການຝຶກອົບຮົມສຳລັບການສອນກົດໝາຍ, ຈັດພີມເປັນພາສາລາວ ປີ 2015, (ຈຳນວນ 60 ໜ້າ). ຖ້າທ່ານສົນໃຈ ຕ້ອງການ ເປັນເຈົ້າຂອງ ກະລຸນາຕິດຕໍ່ສະຖາບັນ  ILSTA ເພື່ອຮັບເອົາປຶ້ມດັ່ງກ່າວໄດ້. The Learner-Centered Classroom (cover only)

Continue Reading

ເປີດຊຸດບັນຍາຍ – ການຄ້າມະນຸດ

ໃນວັນທີ 2 ເດືອນ ກໍລະກົດ ປີ 2015 ໄດ້ມີການເປີດບັນຍາຍ ກົດໝາຍອາຍາວ່າດ້ວຍການຄ້າມະນຸດ ທີ່ໄດ້ຈັດຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ທີ່ນະຄອນຫລວງວຽງຈັນ. ໃນກອງປະຊຸມນີ້, ບໍ່ວ່າ ຜູ້ຊຽວຊານ ຫຼື ນັກສືກສາ ໄດ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ໂດຍຜ່ານ ກໍລະນີສືກສາ ສະເພາະໃນການຄ້າມະນຸດ ແລະ ຄວາມແຕກຕ່າງຈາກການກະທຳຜິດທາງດ້ານອາຍາອື່ນໆ, ໂດຍສະເພາະການລັກລອບເຄື່ອນຍ້າຍແຮງງານທີ່ຜິດກົດໝາຍ. ບົດບັນຍາຍທີ່ປະກອບມີການວິເຄາະແບບສົມທຽບກົດໝາຍພາຍໃນ ແລະ ສາກົນ. ການຄ້າມະນຸດແມ່ນມີການແຜ່ຂະຫຍາຍຢ່າງຫລວງຫລາຍ ແລະ ຮ້າຍແຮງ ຢູ່ໃນພາກພື້ນແມ່ນຳ້ຂອງ.

Continue Reading