ILSTA ໄດ້ຮັບໃບຍ້ອງຍໍ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ຖືເປັນກຽດຢ່າງສູງ ທີ່ໄດ້ຮັບໃບຍ້ອງຍໍ ຈາກ ອົງການໄອຍະການປະຊາຊົນສູງສຸດ (OSPP) ຂອງ ສປປ ລາວ ໃນວັນສຸກ ທີ 10 ມີນາ 2017  ທີ່ຜ່ານມານີ້. ທ່ານ. ໄຊຊະນະ ໂຄດພູທອນ ຮອງຫົວຫນ້າ ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບໃບຍ້ອງຍໍ ໃຫ້ກັບ ທ່ານ. ຣິດຊາດ ຟີລີບປາກ ຫົວໜ້າ ສະຖາບັນ ILSTA ເພື່ອເປັນການຍົກຍ້ອງ ເຖິງຄຸນງາມຄວາມດີ ສຳລັບການຊ່ວຍເຫຼືອຂອງ ສະຖາບັນ ILSTA ໃນຖານະເປັນຜູ້ນຳໜ້າ ໃນການສະໜອງການຊ່ວຍເຫຼືອແກ່ຂະແໜງກົດໝາຍ ໃນ ສປປ ລາວ. ພິທີມອບ-ຮັບ ໃບຍ້ອງຍໍຢ່າງເປັນທາງການ ດັ່ງກ່າວ ຈັດຂຶ້ນໃນໂອກາດ ມອບ-ຮັບ ຫ້ອງຝືກອົບຮົມພາສາອັງກິດ ຕັ້ງຢູ່ພາຍໃນ ອົງການໄອຍະການປະຊາຊົນສູງສຸດ, ໃຫ້ການຊ່ວຍເຫຼືອໂດຍສະຖາບັນ ILSTA, ເຊິ່ງຈະເປັນອົງການທີ່ຮັບຜິດຊອບ ການຝຶກອົບຮົມ ໃຫ້ແກ່ຊ່ຽວຊານກົດໝາຍ ຂອງລາວ ໃນທົ່ວຂະແໜງກົດໝາຍ.

IMG_20170310_142959IMG_2025 2

Comments are closed.