ການບັນຍາຍເປີດກ້ວາງ: ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ

ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ ແມ່ນຫົວຂໍ້ການບັນຍາຍເປີດກ້ວາງ ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 24 ພຶດສະພາ 2015. ການບັນຍາຍເປີດດັ່ງກ່າວນຳສະເໜີໂດຍ ທ່ານ ປອ ຈີໂອວານນີ ຊັກກາໂຣນີ ອາຈານສອນທີ່ມາຈາກ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊຳບວກ ເຊິ່ງເປັນສ່ວນໜຶ່ງ ຂອງຊຸດບັນຍາຍເປີດກ້ວາງ ຈັດຂຶ້ນໂດຍສະຖາບັນ ILSTA ຮ່ວມມືກັບ ຄະນະນິຕິສາດ ແບະ ລັດຖະສາດ.

ທ່ານ ປອ ຈີໂອວານນີ ໄດ້ນຳສະເໜີ ປະຫວັດຄວາມເປັນມາຂອງ ອີຢູ ແລະ ໄດ້ອະທິບາຍ ກ່ຽວກັບບົດບາດ ສະຖາບັນຕ່າງໆ ຂອງສະຫະພາບເອີຣົບ. ຊ່ອງທາງທີ່ສະຫະພາບເອີຣົບ ໄດ້ພົວພັນຮ່ວມມືກັບປະເທດອື່ນໆ ແລະ ບົດບາດຂອງສະຫະພາບເອີຣົບໃນເວທີສາກົນ ກໍ່ໄດ້ຮັບການນຳສະເໜີ. ເປັນ ເໝືອນດັ່ງເດີມ ພາຍຫຼັງການນຳສະເໜີສິ້ນສຸດ ກໍ່ມີການຖາມຕອບ ຢ່າງຄືກຄື້ນ.

 

1234UL Logo

Comments are closed.