Author Archive | Ilsta

ເປີດການບັນຍາຍ – ຄວາມພະຍາຍາມຕໍ່ສີ່ງທ້າທາຍ ຂອງ ສະຫະພາບເອີຣົບ

ທ່ານ. ສາດສະດາຈານ ມາຕີນ ຮອລແລນ, ເຊີ່ງເປັນຜູ້ອຳນວຍການຂອງ ສູນກາງຄົ້ນຄວ້າແຫ່ງຊາດ ກ່ຽວມະຫາວິທະຍາໄລ ສະຫະພາບເອີຣົບ ຂອງ ແຄນເຕີເບີຣີ ໃນປະເທດ ນິວຊີແລນ, ແລະ ຜູ້ທີ່ມີຕຳແໜ່ງ ຈີນໂມເນັດແຊ, ໃຫ້ການບັນຍາຍ ກ່ຽວກັບ ” ຍັງມີຮູບແບບ ສະຫະລັດເອີຣົບຢູ່ ” ຄວາມພະຍາຍາມ ຕໍ່ສິ່ງທ້າທາຍ ຂອງ ສະຫະພາບເອີຣົບ ໃນທົ່ວໂລກ. ທ່ານ. ສາດສະດາຈານ ຮອລແລນ ໄດ້ສະເໜີສະພາບລວມຂອງການພັດທະນາ ຂອງ ເອີຣົບ ແລະ ໄດ້ສຸມໃສ່ສິ່ງທ້າທາຍ ທີ່ມີການຂະຫຍາຍຕົວຢູ່ຕະຫລອດເວລາ ທີ່ເອີຣົບໄດ້ປະເຊີນໜ້າໃນໄລຍະທີ່ຜ່ານມານັ້ນ. ການນຳສະເໜີແມ່ນໄດ້ມີການຕັ້ງຄຳຖາມ ແລະ ໃຫ້ຄຳຕອບ ຂອງແຕ່ລະຄຳຖາມ.        

Continue Reading

ປະກາດກ່ຽວກັບ – ການເປີດຊຸດບັນຍາຍ ຂອງປີ 2016!

ເພື່ອເປັນການແບ່ງປັນຂໍ້ມູນຂ່າວສານ ແລະ ຍົກສູງໃຫ້ມີການແລກປ່ຽນພາຍໃນຂະແໜງການກົດໝາຍ, ຊຸດບັນຍາຍເປີດກ້ວາງ ແມ່ນຈະໄດ້ຈັດຂຶ້ນທີ່ ອາຄານຫໍສະມຸດ, ຊັ້ນ 3 ຫ້ອງ L1 ຂອງ ຄະນະ ນິດຕິສາດ ແລະ ລັດຖະສາດ, ທີ່ບ້ານ ດອນນົກຂຸ້ມ. ສະຖາບັນ ILSTA ມີຄວາມຍີນດີ ເຊີນທຸກທ່ານທີ່ສົນໃຈກ່ຽວກັບກົດໝາຍ ເຂົ້າຮ່ວມຮັບຟັງການບັນ ຍາຍ ແລະແລກປ່ຽນຮ່ວມກັບພວກເຮົາໄດ້, ແລະ ການບັນຍາຍຈະໃຊ້ເວລາປະມານ 1.5 – 2 ຊົ່ວໂມງ. ທ່ານສາມາດເຂົ້າເບິ່ງລິ້ງ ລຸ້ມນີ້ ສຳລັບຂໍ້ມູນລະອຽດ ແລະ ຕາຕະລາງການບັນຍາຍ: Open Lecture series 2016 part 1    

Continue Reading

ເປິດການບັນຍາຍ – ຈັນຍາບັນ ນັກກົດໝາຍ

ໃນວັນທີ 19 ເດືອນ ມັງກອນ ໄດ້ເປີດການບັນຍາຍກ່ຽວກັບ ຈັນຍາບັນ ນັກກົດໝາຍ. ເຊີ່ງແມ່ນ ທ່ານ ຮອງສາດສະດາຈານ ວຽງວິໄລ ທ່ຽງຈັນໄຊ (ຄະນະບໍດີ, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ), ທ່ານ ຄຳພັນ ບຸນພາຄົມ (ຜູ້ພິພາກສາ, ທີ່ ສານປະຊາຊົນສູງສຸດ), ແລະ ທ່ານ ຄຳພາ ຫວ່າງດວງນະພາ (ຝ່າຍກວດສອບ, ທີ່ ມະຫາວິທະຍາໄລແຫ່ງ ຊາດລາວ) ໄດ້ຂື້ນບັນຍາຍໃນຄັ້ງນີ້. ທ່ານ ທັງສາມໄດ້ ບັນຍາຍເຖີງ ການເຊື່ອມຕໍ່ຈັນຍາບັນທາງດ້ານກົດຫມາຍ, ວັດທະນະທໍາ, ສາສະຫນາ, ປັດຊະຍາທາງດ້ານກົດຫມາຍ, ແລະ ການປະກອບອາຊີບທາງດ້ານກົດຫມາຍ ທີ່ແຕກຕ່າງກັນ, ເພື່ອເພີ້ມທະວິຄວາມຮູ້ຄວາມສາມາດຂອງຕົນໃຫ້ຫລາຍຂື້ນ.

Continue Reading

ເປີດການບັນຍາຍ – ກົດໝາຍທະເລສາກົນ

ພາກພື້ນຂອງອາຊຽນຈະກາຍເປັນກຸ່ມເສດຖະກິດ ຈາກປີ 2016 ໂດຍ ສປປ ລາວ ເປັນເຈົ້າພາບ, ທີ່ມີພຽງແຕ່ສະມາຊິກເຂົ້າຮ່ວມ. ໃນການບັນຍາຍ ຂອງວັນທີ 22 ເດືອນ ທັນວາ ປີ 2015  ໂດຍ ທ່ານ ຈອນ ໂຄໂນລີ ແລະ ອາຈານ ອາລູນາ ຄຳຮຸ່ງ ແມ່ນໄດ້ຍົກປະຫວັດສາດ ແລະ ວິວັດທະນາການຂອງກົດໝາຍວ່າດ້ວຍທະເລ ມີການລົງນາມ ໃນ ປີ 1982 ໂດຍ ສະຫະປະຊາຊາດ ໄດ້ສ້າງສົນທິສັນຍາວ່າດ້ວຍ ກົດໝາຍທະເລ (UNCLOS), ແລະ ເບີ່ງໃນດ້ານເສດຖະກິດ ແລະ ການເມືອງ ທີກຳລັງຂະຫຍາຍໂຕ ຂອງບັນດາປະເທດອາຊຽນໄດ້ ເຊັ່ນດຽວກັນກັບບາງບັນຫາ ແລະ ສີ່ງທ້າທາຍທີ່ກ່ຽວຂ້ອງ.

Continue Reading

ເປີດການບັນຍາຍ – ການບັງຄັບໃຊ້ ສິດຕໍ່ຊັບສິນທາງປັນຍາ ໃນ ສປປ ລາວ

ທ່ານ ດຣ. ສົມເດດ ແກ້ວວົງສັກ ເຊີ່ງເປັນອາຈານສອນພາກວິຊາກົດໝາຍມ ທີ່ຄະນະ ນິຕິສາດ ແລະ ລັດຖະສາດມ ຂອງ ມະຫາວິທະຍາໄລແຫ່ງຊາດລາວ. ທ່ານ ດຣ. ສົມເດດ ໄດ້ຮັບປະລີນຍາເອກ ທາງດ້ານ ສິດທິຊັບສິນທາງປັນຍາ.  ໃນວັນທີ 8 ເດືອນ ທັນວາ ທ່ານ ດຣ. ສົມເດດ ໄດ້ໃຫ້ການບັນຍາຍ ກ່ຽວກັບ ການບັງຄັບໃຊ້ ສິດຕໍ່ຊັບສິນທາງປັນຍາ ໃນ ສປປ ລາວ. ເຊີ່ງໃນຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຮັບຟັງ ຈຳນວນ 150 ທ່ານ. ນອກນີ້ການບັນຍາຍຂອງ ທ່ານ ດຣ. ສົມເດດ ໄດ້ລວມເອົາສິດທິ ທີ່ແຕກຕ່າງກັນ, ພັນທະທາງດ້ານກົດໝາຍ ແລະ ກົນໄກໃນການປະຕິບັດ ທີ່ເໝາະສົມກັບສະຖານທີ່ຕ່າງອີກດ້ວຍ.    

Continue Reading

ເປີດການບັນຍາຍ – ການລັກລອບເຄື່ອນຍ້າຍແຮງງານ

ຜ່ານການສືກສາໄດ້ສະແດງໃຫ້ເຫັນວ່າ: ການຄ້າມະນຸດ ສ່ວນຫລາຍແມ່ນການເຄື່ອນຍ້າຍທີ່ຜິດກົດໝາຍ ແລະ ການລັກລອບເຄື່ອນຍ້າຍແຮງງານ. 9,2 ລ້ານຄົນ ແມ່ນຖືກບັງຄັບແຮງງານ ໃນພາກພື້ນ ອາຊີປາຊີຟິກ. ໃນວັນທີ 27 ເດືອນພະຈິກ, ທ່ານ ຣິດຊາດ ຟິລິບພາດ (ILSTA) ໄດ້ຂື້ນບັນຍາຍກ່ຽວກັບ ການລັກລອບເຄື່ອນຍ້າຍແຮງງານ ແລະ ອົງປະກອບທີ່ເຊື່ອມຕໍ່ໄປເຖີງ ການຄ້າມະນຸດ.  ໂດຍສະເພາະກໍລະນີສືກສາ ທີ່ມີຄວາມໜ້າສົນໃຈ, ອົງການສະຫະປະຊາຊາດ ໄດ້ຈັດຕັ້ງສົນທິສັນຍາວ່າດ້ວຍອາສະຍາກຳ ແລະ ຂໍ້ຜູກມັດຂອງອານຸສັນຍາ; ອານຸສັນຍາວ່າດ້ວຍການລັກລອບເຄື່ອນຍ້າຍແຮງງານ ແລະ ອານຸສັນຍາວ່າດ້ວຍ ການຄ້າບຸກຄົນ. ໃນລະຫວ່າງການບັນຍາຍແມ່ນໄດ້ມີການວິເຄາະ ທີ່ເຮັດໃຫ້ເຫັນວ່າກົດໝາຍລາວກໍສາມາດກ້າວເຂົ້າສູ່ກົດໝາຍອາຊຽນເຊັນດຽວກັບປະເທດອື່ນໆໄດ້. ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍໃນຄັ້ງນີ້ 138 ຄົນ.

Continue Reading

ເປີດການບັນຍາຍ – ການຄຸ້ມຄອງສິດຜູ້ຖືກຫາໃນຂະບວນການຍຸຕິທຳທາງອາຍາ

ການເປີດບົດບັນຍາຍ ກ່ຽວກັບ ບັນຫາການຄຸ້ມຄອງສິດຜູ້ຖືກຫາໃນຂະບວນການຍຸຕິທຳທາງອາຍາ ສປປ ລາວ ໂດຍ ທ່ານ ດຣ. ພອນແສງ ຄູນທະວີດວງໃຈ, ຜູ້ທີ່ເປັນອາຈານສອນ ຢູ່ທີ່ພາກກົດໝາຍອາຍາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ລາວ. ທ່ານ ດຣ. ພອນແສງ ໄດ້ເຮັດບົດວິທະຍານິພົນປຣີນຍາເອກ ກ່ຽວກັບ ສິດບໍ່ໃຫ້ການເປັນປໍລະປັກແກ່ຕົນເອງຂອງຜູ້ຖືກຫາ, ສົມທຽບການຮຽນລະຫວ່າງ ກົດໝາຍລາວ ແລະ ໄທ, ຢູ່ທີ່ ມະຫາວິທະຍາໄລທຳມະສາດ ປະເທດໄທ ຈົບໃນປີ 2015.  

Continue Reading

ເປີດຊຸດບັນຍາຍ – ຄວາມຮັບຜິດຊອບທາງດ້ານກົດໝາຍອາຍາຂອງນິຕິບຸກຄົນ ຢູ່ໃນ ສປປ ລາວ

ການເປີດບັນຍາຍກ່ຽວກັບ ຄວາມຮັບຜິດຊອບທາງດ້ານກົດໝາຍອາຍາຂອງນິຕິບຸກຄົນ ຢູ່ໃນ ສປປ ລາວ ໂດຍ ທ່ານ ບຸນລ້ຽງ ວົງສຳພັນ ໃນວັນທີ 6 ເດືອນ ພະຈິກ ປີ 2015.  ທ່ານ ບຸນລ້ຽງ ແມ່ນເປັນອາຈານສອນພາກວິຊາກົດໝາຍອາຍາ ຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລາວ ແລະ ໄດ້ຂຽນກ່ຽວກັບຫົວຂໍ້ນີ້ ໃນເວລາເຮັດບົດປ້ອງກັນ ປຮິນຍາໂທ ຢູ່ທີ່ມະຫາວິທະຍາໄລທຳມະສາດ, ປະເທດໄທ. ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍເປັນຈຳນວນ 150 ທ່ານ.

Continue Reading

ການເຂົ້າຢ້ຽມຢາມຫ້ອງການ ILSTA ຂອງຄະນະຜູ້ແທນສະວິເດັນ

ຄະນະຜູ້ແທນຂອງສະວິເດັນຈຳນວນ 15 ທ່ານ, ຜູ້ທີ່ມີສ່ວນຮ່ວມໃນການຮ່ວມມືພັດທະນາລະຫວ່າງ ສະວິເດັນ ກັບ ປະເທດລາວ ໃນໄລຍະ 40 ປີທີ່ຜ່ານມາ, ໄດ້ມາຢ້ຽມຢາມຫ້ອງການ ILSTA ໃນປະເທດລາວ ແລະ ທີ່ໄດ້ຮັບການປັບປຸງຂະແໜງການທາງດ້ານກົດໝາຍໂດຍ ຮອງປະທານ ຂອງ ILSTA. ໃນຄະນະຜູ້ແທນທີ່ເຂົ້າມາຢ້ຽມຢາມຄັ້ງນີ້ໄດ້ລວມມີອະດິດຫົວໜ້າສະຖານທູດສະວິເດັນ ປະຈຳ ສປປ ລາວ 4 ທ່ານ ແລະ ນອນຢູ່ໃນພາກສ່ວນໜື່ງໃນການຢ້ຽມຢາມປະເທດລາວ ເປັນເວລາ ສອງອາທິດ.

Continue Reading

ພາກວິຊາ – ພາສາອັງກິດ ສຳລັບ ກົດໝາຍສາກົນ

ໃນເດືອນ ຕຸລາ – ເດືອນ ພະຈິກ ປີ 2015 ILSTA, ໃນການຮ່ວມມືກັບ ຄະນະຜູ້ແທນເອີລົບ ໃນ ສປປ ລາວ, ເພື່ອສຸມໃສ່ວິຊາພາສາອັງກິດສຳລັບກົດໝາຍສາກົນ ໂດຍມີຜູ້ຊຽວຊານທາງດ້ານກົດໝາຍຈຳນວນ 25 ທ່ານ ທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ແລະ ຄະນະສະພາແຫ່ງຊາດ.

Continue Reading