Author Archive | Ilsta

ກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (E-library)

ມະຫາວິທະຍາໄລລຸກຊຳບວກ ໄດ້ເຊັນສັນຍາກັບອົງການ “ EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ຢ່າງເປັນທີ່ສຳເລັດເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, ໃນນີ້ແມ່ນເປັນການສົ່ງເສີມ ໃຫ້ເຂົ້າເຖິງແຫຼ່ງຂໍ່ມູນດ້ານກົດໝາຍ ແລະ ການຝຶກອົບຮົມພະນັກງານຫ້ອງສະໝຸດ ໃນການນຳໃຊ້ແຫຼ່ງຂໍ້ມູນເຫຼົ່ານັ້ນ. ໃນວັນທີ 24-25 ກຸມພາ ທີ່ຜ່ານມາ, ຄນລ ໄດ້ຕ້ອນຮັບ ທ່ານນາງ Rima Kupryte, ຜູ້ຈັດການຂອງ EIFL. ທ່ານໄດ້ມາພົບກັບບັນດາພາກສວ່ນທີ່ກ່ຽວຂອ້ງທັງໝົດ ເພື່ອໂຄສະນາຫໍສະມຸດອີເລັກໂທຣນິກດັ່ງກ່າວ ແລະ ເພື່ອກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານໃນອະນາຄົດ. ກອງປະຊຸມໄດ້ຈັດຂື້ນໂດຍຜ່ານກິດຈະກຳຂອງ ໂຄງການລາວ031, ຫໍສະໝຸດຂອງຄນລ ແລະ ຫໍສະໝຸດສູນກາງຂອງມະຫາວິທະນາໄລແຫ່ງຊາດລາວ, ລວມທັງຮອງອະທິບໍດີຂອງມະຫາວິທະນາໄລແຫ່ງຊາດລາວ ທ່ານ ດຣ ອຸດົມພອນ ຄຳເພັງ ແລະ ທ່ານ ດຣ Perrine Simon ຜູ້ປະສານງານຈາກມະຫາວິທະຍະໄລລຸກຊຳບວກ. ບາງຖານຂໍ້ມູນເອເລັກໂຕຣນິກທີ່ມີຄວາມພ້ອມດ້ານວິຊາການທີ່ມີຢູ່ສຳລັບຄນລ ຍັງສາມາດສ້າງຜົນປະໂຫຍດໃຫ້ແກ່ຄະນະວິຊາອື່ນໆຂອງມະຫາວິທະນາໄລແຫ່ງຊາດລາວ. ການພັດທະນາຫ້ອງສະໝຸດເອເລັກໂຕຣນິກ ແມ່ນບູລິມະສິດໜຶ່ງໃນການປັບປຸງທັກສະການສຶກສາທາງດ້ານກົດໝາຍ ແລະ ການຄົ້ນຄ້ວາໃຫ້ມີປະສິດຕິພາບສູງຂຶ້ນ […]

Continue Reading

ພິທີມອບລາງວັນຈົບຫຼັກສູດອັງກິດດ້ານກົດໝາຍ

ສະຖາບັນ ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີສະແດງຄວາມຍິນດີກັບທັງ 95 ທ່ານທີ່ສຳເລັດການເຂົ້າຮ່ວມໃນຫຼັກສູດການຮຽນພາສາອັງກິດດ້ານກົດໝາຍ! ພິທີມອບລາງວັນຈົບຫຼັກສູດອັງກິດໄດ້ເຕົ້າໂຮມຜູ້ເຂົ້າຮ່ວມທັງໝົດ, ຄູອາຈານສອນພາສາອັງກິດ ແລະ ຜູ້ຕາງໜ້າ ຈາກສະຖາບັນ ILSTA ແລະ ອອປສ. ໃບຢັ້ງຢືນສຳລັບການສຳເລັດຫຼັກສູດໄດ້ມອບໃຫ້ເຈົ້າໜ້າທີ່ລັດ, ທີ່ມາຈາກ ອອປສ, ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ອົງການກວດກາລັດຖະບານ, ຫ້ອງການສຳນັກງານນາຍົກລັດຖະມັນຕີ, ກະຊວງການຕ່າງປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່,​ ກະຊວງກະສິກຳ ແລະ ປ່າໄມ້, ກະຊວງໄປຊະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທະນາຄານແຫ່ງ ສປປລາວ, ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ ແລະ ສະພາທະນາຍຄວາມ.

Continue Reading

ການສົ່ງເສີມໃນການເຜີຍແຜ່ ປະມວນກົດໝາຍ ແລະ ບັນດາສິ່ງພິມດ້ານຄວາມຮູ້ກ່ຽວກັບການຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ສະຖາບັນ ILSTA ຍັງຄົງມຸ່ງໜ້າສົ່ງເສີມໃນການເຜີຍແຜ່ຂໍ້ມູນ. ໃນຕົ້ນປີນີ້, ພວກເຮົາສະໜັບສະໜູນໃນການຕີພິມປະມວນກົດໝາຍອາຍາລາວ ແລະ ໄດ້ມອບປະມວນກົດໝາຍສະບັບຫຼ້າສຸດ ຈຳນວນໜຶ່ງໃຫ້ແກ່ ສານປະຊາຊົນສູງສຸດ, ເຊິ່ງເປັນໜຶ່ງໃນຄູ່ພາຄີຂອງພວກເຮົາ. ນອກຈາກນັ້ນ, ສະຖາບັນ ILSTA ຮູ້ສຶກປິຕິຍິນດີໃນການສະໜັບສະໜູນ ສຳນັກງານຕ້ານການຟອກເງິນ (AMLIO) ໃນການແຈກຢາຍ ແລະ ເຜີຍແຜ່ປະມວນກົດໝາຍລາວ ແລະ ບັນດາສິ່ງພິມດ້ານຄວາມຮູ້ກ່ຽວກັບການຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈຳນວນໜຶ່ງໃຫ້ແກ່ບັນດາພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.  

Continue Reading

ການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4

ໃນຂອບເຂດໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຈາກປະເທດລຸກຊຳບວກແລະ ສປປ ລາວ, ຄະນະນິຕິສາດ ແລ ະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຈາກຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ຈາກມະຫາວິທະຍາໄລລຸຊຳບວກ ໃນລະຫວ່າງວັນທີ 18 ຫາ 20 ພຶດສະພາທີ່ຜ່ານມາ. ເພື່ອເປັນການເປີດການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4. ປອ. Stefan Braum, ທ່ານ ດຣ Perrine Simon ແລະ ນັກສຶກສາປະລິນຍາເອກສີ່ທ່ານ, ລວມມີ Florence, ‘Teresa Quintel, Roila Mavrouili ແລະ Natalia Vorobyeva, ໄດ້ນຳພາການສຳມະນາເປັນເວລາສາມວັນ. ຄູອາຈານສອງທ່ານຂອງຄນລ, ອາຈານ ສົມສັກ ຫົງວິຈິດ ແລະ ປາງທອງ ໄຊຍະວົງ ໄດ້ແບ່ງປັນປະສົບການຂອງພວກເຂົາໃນການຂຽນເອກະສານຜ່ານການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ນອກຈາກນັ້ນກໍຍັງມີການນຳສະເໜີ ກ່ຽວກັບ “ການສຶກສາປະລິນຍາເອກທີ່ປະເທດລຸກຊຳບວກ”. ກອງປະຊຸມສຳມະນາໄດ້ສຸມໃສ່ຕໍ່ກັບການສ້າງທັກສະການຄົ້ນຄວ້າທາງດ້ານກົດໝາຍຂັ້ນພື້ນຖານ, ລວມທັງການຄົ້ນຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ການລັກລອບ, ການອ້າງອີງ, […]

Continue Reading

ຜູ້ຊະນະເລີດເເບບທົດສອບຖາມ-ຕອບໃນກອງປະຊຸມເເຫ່ງຊາດຄັ້ງທີ 4

ໃນຊ່ວງກອງປະຊຸມເເຫ່ງຊາດທາງສະຖາບັນ ILSTA ໄດ້ຈັດເເບບທົບສອບຖາມ-ຕອບກອງປະຊຸມຂຶ້ນໃນທຸກໆປີ. ໂດຍເເບບທົບສອບດັ່ງກ່າວນັ້ນປະກອບມີຄຳຖາມທາງດ້ານກົດໝາຍຫຼາຍໆຢ່າງໂດຍເນັ້ນໃສ່ອາຊະຍະກຳເເບບມີການຈັດຕັ້ງ, ປະເພດຂອງອາຊະຍາກຳ ເເລະ ກ່ຽວກັບກໍລະນີສຶກສາທາງດ້ານກົດໝາຍອາຍາ. ໃນປີນີ້ຜູ້ຊະນະເລີດເເບບທົດສອບຖາມ-ຕອບເເມ່ນ ທ່ານ ໄຊພົນ ສີສຸພັນ, ຈາກຄະນະກຳມະການເເຫ່ງຊາດລາວເພື່ອກວດກາ ເເລະ ຄວບຄຸມຢາເສບຕິດ, ນະຄອນຫຼວງວຽງຈັນ. ຂໍສະເເດງຄວາມຊົມເຊີຍຈາກສະຖາບັນ ILSTA ເເລະ ອົງການໄອຍະການປະຊາຊົນສູງສຸດ.

Continue Reading

ການສະແດງການທົດລອງຂອງສານຈຳລອງທີ່ກອງປະຊຸມແຫ່ງຊາດຄັ້ງທີ 4

ເພື່ອເປັນການສຸມໃສ່ຫຼັກຖານໃນການດຳເນີນຄະດີອາຍາ, ກອງປະຊຸມແຫ່ງຊາດຄັ້ງທີ 4, ຈັດໂດຍ ອອປສ ແລະ ສະຖາບັນ ILSTA, ໄດ້ນຳສະເໜີການສະແດງການທົດລອງຂອງສານຈຳລອງ, ສະແດງໃຫ້ເຫັນຕົວຢ່າງທີ່ເປັນປະໂຫຍດ ແລະຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ. ນີ້ຖືວາເປັນປາກົດການ ແລະ ການນຳສະເໜີເຖິງວິທີການໃໝ່ໆ, ເຊິ່ງສາມາດເຫັນໄດ້ຈາກການນຳສະເໜີຂອງບັນດາຊ່ຽວຊານ, ການຈຳລອງຮູບເເບບການພິຈາລະນາຄະດີອາຍາທັງສອງຄະດີໃນການເຮັດສານຈຳລອງ. ກິດຈະກຳດັ່ງກ່າວໄດ້ເຮັດໃຫ້ຜູ້ເຂົ້າຮ່ວມມີໂອກາດສຳພັດເຖິງຄວາມສຳຄັນຕໍ່ກັບຂະບວນການພິຈາລະນາຄະດີຂອງສານຕ່າງໆ, ການເຄົາລົບສິດທິຂອງຜູ້ເຂົ້າຮ່ວມທັງໝົດ ເເລະ ການນຳໃຊ້ກົດໝາຍໃຫ້ມີປະສິດທິພາບໂດຍທົ່ວໄປ. ກິດຈະກຳເເບບນີ້ສາມາດຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ເເລະ ປັບປຸງເເນວທາງການປະຕິບັດຕໍ່ກັບຂັ້ນຕອນຕ່າງໆທີ່ຖືກວາງອອກ, ເເນວທາງທີ່ຄວນປະຕິບັດຕາມກົດໝາຍ.

Continue Reading

ຄັ້ງທີ 4 ຂອງກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ

ກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ ໄດ້ຈັດຂຶ້ນໃນວັນທີ 11 ຫາ 13 ກຸມພາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ເຕົ້າໂຮມເອົາບັນດາເຈົ້າໜ້າທີ່ຈຳນວນໜຶ່ງຈາກຫ້ອງການໄອຍະການປະຊາຊົນສູງສຸດ, ຜູ້ຊ່ຽວຊານສາກົນ ຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ອຳນາດການປົກຄອງຈາກ 17 ແຂວງ ແລະ ແຂກຈາກບັນຫາສະຖານທູດ. ໃນປີນີ້ປະເທດລາວຈະປະເຊີນກັບການປະເມີນຜົນຄັ້ງທີສອງໂດຍກຸ່ມຮວ່ມມືເພື່ອຕໍ່ຕ້ານການຟອກເງິນອາຊີປາຊີຟິກ ເພື່ອປະເມີນການຈັດຕັ້ງປະຕິບັດຕາມຄຳແນະນຳທັງ40ຂໍ້ຈາກໜວ່ຍງານປະຕິບັດທາງດ້ານການເງິນ (FATF). ຂໍ້ສະເໜີແນະແມ່ນມາດຕະການຕອບໂຕ້ຕໍ່ການຟອກເງິນເຊິ່ງກວມເອົາລະບົບຍຸຕິທຳທາງອາຍາແລະ ການບັງຄັບໃຊ້ກົດໝາຍ, ລະບົບການເງິນ ແລະ ລະບຽບການ, ແລະ ການຮ່ວມມືສາກົນ. ກອງປະຊຸມແຫ່ງຊາດຄັ້ງນີ້ໄດ້ສະໜັບສະໜູນວາລະການປະຕິຮູບຂອງປະເທດລາວໃຫ້ຈົບຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັບອາຊະຍາກຳທີ່ມີການຈັດຕັ້ງ. ປະເທດລາວໄດ້ເປັນສະມາຊິກຂອງສົນທິສັນຍາສາກົນໃນການແກ້ໄຂບັນຫາເຫຼົ່ານີ້ ແລະ ໃນປີທີ່ຜ່ານມາໄດ້ມີການເຜີຍແຜ່ປະມວນກົດໝາຍອາຍາສະບັບປີ 2017 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປີ 2017. ໃນຄັ້ງນີ້ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນ ປະທານຮ່ວມຂອງ ທ່ານ ຈັນທີ ໂປລິວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ແຊມ […]

Continue Reading

ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳແບບມີການຈັດຕັ້ງ ແລະ ປະເພດຂອງອາຊະຍາກຳ ທີ່ແຂວງຊຽງຂວາງ.

ILSTA, ຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳແບບມີການຈັດຕັ້ງ ແລະ ປະເພດຂອງອາຊະຍາກຳຂຶ້ນ ໃນວັນທີ 31 ມັງກອນ ທີ່ແຂວງຊຽງຂວາງ. ໂດຍການເປັນປະທານຂອງ ທ່ານ ນາງ ບຸນໄທ ປັນແກ້ວ, ຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ຈັນໄຄ ສຸດທິຈັກ, ຫົວໜ້າອົງການປະຊາຊົນແຂວງຊຽງຂວາງ ແລະ ທ່ານ ຈອນ ຄອນນໍລີ ຜູ້ອຳນວຍການສະຖາບັນ ILSTA. ຖືເປັນອີກໜຶ່ງບາດກ້າວໃນການສ້າງຄວາມເຂັ້ມແຂງ ແລະ ເຜີຍແຜ່ຂໍ້ມູນ. ກອງປະຊຸມດັ່ງກ່າວໄດ້ລວບລວມ ພະນັກງານລັດ ຈຳນວນ 40 ກວ່າທ່ານ ຈາກຂັ້ນສູນກາງ ແລະ ແຂວງ ເພື່ອແລກປ່ຽນບົດຮຽນກ່ຽວກັບທິດສະດີ ແລະ ປະເພດກິດຈະກຳທາງອາຍາ. ພ້ອມດຽວກັນນັ້ນ, ເອກະສານການຝຶກອົບຮົມຈຳນວນໜຶ່ງ ແລະ ປະມວນກົດໝາຍອາຍາລາວ ກໍໄດ້ຖືກເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມທັງໝົດ.

Continue Reading

ກອງປະຊຸມສຳມະນາກ່ຽວກັບ “ ປະເພດອາຊະຍາກຳ ແລະ ອາຊະຍາກຳທີ່ມີການການຈັດຕັ້ງ ” 

ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ, ILSTA ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ ປະເພດອາຊະຍາກຳ ແລະ ອາຊະຍາກຳທີ່ມີການການຈັດຕັ້ງ ”  ໃນວັນທີ 28 ມັງກອນທີ່ຜ່ານມາ. ບົດບັນຍາຍໄດ້ສຸມໃສ່ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຂອງການຈັດແບ່ງປະເພດກິດຈະກຳການກະທຳຜິດທາງອາຍາ ແລະ ການແບ່ງປັນການປະຕິບັດທີ່ດີທີ່ສຸດຂອງສາກົນໃນຂົງເຂດດັ່ງກ່າວ. ເຊິ່ງກອງປະຊຸມສຳມະນາທີ່ຖືກຈັດຂຶ້ນນີ້ ແມ່ນໄດ້ເຂົ້າຮ່ວມໂດຍໄອຍະການ ຈຳນວນ 24 ທ່ານຈາກບັນດາແຂວງພາກເໜືອ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເຮັດໜ້າທີ່ເປັນເວທີສຳລັບການເຜີຍແຜ່ກົດໝາຍອາຍາລາວ ແລະເອກະສານອົບຮົມດ້ານກົດໝາຍອື່ນໆ.  

Continue Reading

ການຝຶກອົບຮົມວຽກງານ “ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ”

ສະຖາບັນ ILSTA ຮວ່ມມືກັບ ສານປະຊາຊົນສູງສຸດຈັດເປີດການຝຶກອົບຮົມວຽກງານ “ ການພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ”, ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ. ການຈັດສຳມະນາຄັ້ງນີ້ແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ບັນດາຜູ້ພິພາກສາເພື່ອເປັນການສ້າງການຫັນປ່ຽນທີ່ສຳຄັນ ໃນສານຜູ້ພິພາກສາຄົນດຽວໃນລະດັບສານເຂດ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານ ໂດຍ ທ່ານ ຄໍາພາ ແສງດາຣາ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການ ILSTA. ການສຳມະນາໄດ້ເຕົ້າໂຮມຜູ້ພິພາກສາ ແລະ ຫົວໜ້າ ສານປະຈຳແຂວງ ຈຳນວນ 84 ທ່ານ ແລະ ດຳເນີນໄປເປັນເວລາ 5 ວັນ. ໃນໄລຍະຂອງການສຳມະນາ, ສະຖາບັນ ILSTA ໄດ້ຊວ່ຍໃນການແຈກຢາຍ ແລະ ເຜີຍແຜ່ປຶ້ມປະມວນກົດໝາຍອາຍາ ໃຫ້ແກບັນດາຜູ້ເຂົ້າຮວ່ມໃນການຝຶກອົບຮົມ.

Continue Reading