Author Archive | Ilsta

ພີທີຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍສະຖາບັນ ILSTA ຜ່ານການຮ່ວມມືກັບ ອົງການກວດກາລັດທີ່ ແຂວງຫົວພັນ.

ພີທີຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍສະຖາບັນ ILSTA ຜ່ານການຮ່ວມມືກັບ ອົງການກວດກາລັດ, ໄດ້ຖືກຈັດຂຶ້ນໃນວັນທີ 15 ຫາ 17 ມັງກອນ, ທີ່ແຂວງຫົວພັນ. ໃນການເປັນປະທານຮ່ວມລະຫວ່າງ ທ່ານ ຄຳສອນ ເທບວົງສົມ, ປະທານຄະນະກວດກາພັກແຂວງ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA, ການຝຶກອົບຮົມໄດ້ເຕົ້າໂຮມຜູ້ເຂົ້າຮ່ວມປະມານ 96 ທ່ານ ແລະ ຜູ້ຕາງໜ້າຂັ້ນແຂວງຈາກອົງການກວດກາລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຍຸຕິທຳ, ສະພາການຄ້າ ແລະ ອຸດສາຫະກຳ, ລວມເຖິງສະຫະພັນແມ່ຍິງລາວ. ໃນໄລຍະການຝຶກອົບຮົມເປັນເວລາ 3 ວັນ, ປະສົບການ ແລະ ບົດຮຽນກ່ຽວກັບການຕ້ານການສໍ້ລາດບັງຫຼວງໃນພາກພື້ນ ແລະ ສາກົນ ໄດ້ຖືກນຳສະເໜີ ແລະ ຖ່າຍທອດ ໂດຍຜ່ານການເຮັດກິດຈະກຳເປັນກຸ່ມ ແລະ ກໍລະນີສຶກສາ ໂດຍຊ່ຽວຊານຈາກສະຖາບັນ ILSTA, ທ່ານ Keith Farquharson […]

Continue Reading

ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນ’

ໃນຂອບການຮ່ວມມືກັບ ມະຫາວິທະຍາໄລລຸກຊໍາບວກ, ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບ ທ່ານ ແອນດຣີ ຮູໄບ, ນັກຄົ້ນຄວ້າ ຈາກມະຫາວິທະຍາໄລ ເປັນຄັ້ງທີສອງ ເຊິ່ງທ່ານໄດ້ມາແບ່ງປັນຄວາມຮູ້ກ່ຽວກັບ ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງນອກສານ ຫຼື ອະນຸຍາໂຕຕຸລາການ ແລະ ການລົງທຶນຕ່າງປະເທດ ຢູ່ພາຍໃນ ກອງປະຊຸມການຄົ້ນຄວ້າວິໄຈທາງກົດໝາຍ ທີ່ໄດ້ຈັດຂຶ້ນໂດຍ ຄະນະນິຕິສາດ ແລະ ລັດຖະສາດ. ທ່ານ ແອນດຣີ ຍັງໄດ້ໃຫ້ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນ’ ເພື່ອປະກອບໃນການຄົ້ນຄວ້າວິໄຈ ຢູ່ທີ່ຫ້ອງໄອທີພາຍໃນຫໍສະມຸດ ແລະ ພ້ອມທັງ ຈັດການເຝິກອົບຮົມກ່ຽວກັບ ກົດໝາຍວ່າດ້ວຍການລົງທຶນໂດຍກົງຈາກຕ່າງປະເທດນຳອີກດ້ວຍ.

Continue Reading

ກອງປະຊຸມສຳມະນາກ່ຽວກັບ ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ການດຳເນີນຄະດີປົກຄອງ

ໃນວັນທີ 17 ທັນວາ ທີ່ຜ່ານມານີ້ ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ການດຳເນີນຄະດີປົກຄອງ. ທ່ານ ຄຳພາ ແສງດາລາ, ປະທານສານປະຊາຊົນສູງສຸດ ໄດ້ເປັນປະທານກອງປະຊຸມດັ່ງກ່າວ ເຊິ່ງບັນດາຮອງລັດຖະມົນຕີ, ເຈົ້າແຂວງ, ເຈົ້າເມືອງ ແລະ ນັກຊ່ຽວຊານທາງດ້ານກົດໝາຍລະດັບອາວຸໂສ ກໍໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້. ປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ກ່າວວ່າ “ ສານປົກຄອງແມ່ນໄດ້ກວດກາວ່າການກະທຳຂອງລັດຖະບານແມ່ນໄດ້ສອດຄ່ອງກັບກົດໝາຍ. ປະຈຸບັນພົນລະເມືອງທຸກຄົນຈະສາມາດປ້ອງກັນສິດທິຂອງເຂົາເຈົ້າໄດ້ ຖ້າຫາກວ່າພວກເຂົາເຈົ້າບໍ່ໄດ້ຮັບການເຄົາລົບຈາກເຈົ້າໜ້າທີ່ລັດ. ຈົນເຖິງປະຈຸບັນນີ້, ບັນດາກໍລະນີດັ່ງກ່າວສ່ວນຫຼາຍແມ່ນຕົກຢູ່ໃນສະພາແຫ່ງຊາດ, ເຊິ່ງບໍ່ແມ່ນສະຖານທີ່ ທີ່ເໝາະສົມສຳລັບການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ”. ທ່ານ ຄຳພັນ ບຸນຜາຄົມ ຮອງປະທານສານປະຊາຊົນສູງສຸດໄດ້ສະເໜີ ກ່ຽວກັບຄວາມຄືບໜ້າຂອງຮ່າງກົດໝາຍ ດັ່ງກ່າວ ແລະ ໄດ້ຊີ້ໃຫ້ເຫັນວ່າ “ ການສ້າງຕັ້ງສານປົກຄອງແມ່ນເປັນບາດກ້າວທີ່ສຳຄັນໃນການກ້າວໄປສູ່ລັດແຫ່ງກົດໝາຍ, ເພື່ອຕ້ານການສໍ້ລາດບັງຫຼວງ ແລະ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ທີ່ຫຼາຍກວ່າເກົ່າ ໃຫ້ແກ່ນັກລົງທຶນທີ່ສົ່ງເສີມການເຕີບໂຕຂອງເສດຖະກິດ ”. ເຂດອຳນາດສານປົກຄອງນີ້ ແມ່ນແບ່ງອອກເປັນ 3 ຂັ້ນ ໂດຍປະກອບມີ […]

Continue Reading

ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ”

ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ” ໄດ້ຖືກຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ບົດບັນຍາຍດັ່ງກ່າວເປັນໜຶ່ງໃນກິດຈະກຳເພື່ອການເສີມຂະຫຍາຍຄວາມຮູ້ ແລະ ຂໍ້ມູນກ່ຽວກັບການສໍ້ລາດບັງຫຼວງ. ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນນີ້, ທາງສະຖາບັນ ILSTA ຂອງພວກເຮົາຖືເອົາກິດຈະກຳດັ່ງກ່າວ ເປັນການເສີມຂະຫຍາຍຄວາມສຳຄັນ ໃນການຕ້ານການສໍ້ລາດບັງຫຼວງ. ໃນການບັນຍາຍຄັ້ງນີ້ ແມ່ນນຳສະເໜີໂດຍ ທ່ານນາງ ອາລີນາ ທີມຸດສ໌, ຊ່ຽວຊານຈາກສະຖາບັນ ILSTA. ບັນຍາກາດໃນການຮຽນຮູ້ ແລະ ແລກປ່ຽນຂໍ້ມູນ ແມ່ນດໍາເນີນໄປຢ່າງຄຶກຄື້ນ, ຜ່ານການຖາມ-ຕອບ ແລະ ປະກອບສວ່ນໂດຍ ນັກຮຽນ ແລະ ຄູອາຈານເຂົ້າຮ່ວມເຖິງ 149 ທ່ານ.

Continue Reading

ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ

ວັນຕ້ານການສໍ້ລາດບັງຫຼວງສາກົນ ແມ່ນຖືກຈັດຂື້ນໃນວັນທີ 9 ທັນວາ ຂອງທຸກໆປີ, ເຊິ່ງເລີ່ມມານັບຕັ້ງແຕ່ການຮັບຮອງເອົາສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (UNCAC), ເພື່ອປູກຈິດສຳນຶກກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແຕ່ວັນທີ 31 ຕຸລາ 2003 ທີ່ຜ່ານມາ. ປະເທດລາວໄດ້ໃຫ້ສັດຕະຍາບັນແກ່ UNCAC ໃນປີ 2009 ແລະ ການຕ້ານການສໍ້ລາດບັງຫຼວງ ແມ່ນເປັນອີກໜຶ່ງໃນຄວາມສຳຄັນລະດັບຊາດ ເພື່ອການດຳເນີນການກາຍເປັນລັດແຫ່ງກົດໝາຍ. ມື້ນີ້ໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ, ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ ” ໃນໂອກາດອັນລໍ້າຄ່ານີ້, ໃນນາມລັດຖະບານລາວ, ອົງການກວດກາສູນກາງ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແລະ ໃນນາມຂອງຂ້າພະເຈົ້າເອງ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກອົງການຈັດຕັ້ງ, ທັງພາຍໃນ ແລະ ຕ່າງປະເທດ, ພົນລະເມືອງລາວ, ຜູ້ອົບພະຍົບທີ່ເຮັດວຽກຢູ່ໃນ ສປປ ລາວ ຈົ່ງຮ່ວມມືກັນຢ່າງເຂັ້ມແຂງໃນການຕິດຕາມ, ກວດກາ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນທຸກຮູບແບບ “ ເນື່ອງໃນໂອກາດນີ້, ສະຖາບັນ ILSTA ແມ່ນໄດ້ເປັນພາກສວ່ນຫນຶ່ງໃນການປະຕິບັດ ໂດຍຮວ່ມມືກັບລັດຖະບານແຫ່ງ […]

Continue Reading

ກອງປະຊຸມຈັດຕັ້ງປະຕິບັດ

ກອງປະຊຸມຈັດຕັ້ງປະຕິບັດໄດ້ຈັດຂື້ນໃນສອງມື້ທີ່ຜ່ານມາ, ໃນວັນທີ 25 – 26 ພະຈິກ ທີ່ແຂວງຫຼວງພະບາງ. ILSTA ເປັນຕົວແທນຢ່າງພາກພູມໃຈໃນກອງປະຊຸມ, ໂດຍຜ່ານການຮ່ວມມືກັບກະຊວງຍຸຕິທຳ. ກອງປະຊຸມໄດ້ຮວບຮວມເອົາອົງການຈັດຕັ້ງຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາເປັນຈຳນວນຫຼວງຫຼາຍ, ລວມທັງຜູ້ຕາງໜ້າຈາກສັງຄົມພົນລະເຮືອນ ແລະ ພາກເອກະຊົນ, ເພື່ອປະເມີນຄວາມຄືບໜ້າ, ຈັດລຽງບູລິມະສິດຕື່ມອີກ ແລະ ເລັ່ງຄວາມພະຍາຍາມເພື່ອບັນລຸຈຸດປະສົງຂອງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດຄັ້ງທີ 8 (NSEDP ຂອງປີ 2016-2020) ແລະ ການທົບທວນກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs). ແນວຄວາມຄິດເບື້ອງຕົ້ນຂອງ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດຄັ້ງທີ 9 (ປະຈຳປີ 2021-2025) ກໍ່ໄດ້ຖືກນຳສະເໜີໃນກອງປະຊຸມ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງ, ພ້ອມທັງພິຈາລະນາມາດຕະການທີ່ຈຳເປັນສຳລັບການເລັ່ງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດຜົ້ນອອກຈາກການເປັນປະເທດດ້ອຍພັດທະນາ (LDC) ພາຍໃນປີ 2024 ແລະ ພ້ອມດວ້ຍກາຍເປັນລັດແຫ່ງກົດໝາຍພາຍໃນປີດຽວກັນ.

Continue Reading

ການແຂ່ງຂັນສານຈຳລອງລະດັບປະເທດກ່ຽວກັບກົດໝາຍມະນຸດສະທຳສາກົນ

ໃນວັນທີ 20-21 ເດືອນ ພະຈິກ ທີ່ຜ່ານມານີ້, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມກ່ຽວກັບ ຄະດີ ຕໍ່ໜ້າສານອາຍາສາກົນ. ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາ ໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການປັບປຸງຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ!  ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການຝຶກອົບຮົມໂດຍ ທ່ານ ປອ ເພີຣີນ ໄຊມອນ ຈາກ ມະຫາວິທະຍາໄລລຸກຊຳບວກ. ນອກຈາກນີ້, ທາງສະຖາບັນ ILSTA ຂອງພວກເຮົາກໍໄດ້ປະກອບສ່ວນເຂົ້າໃນການແຂ່ງຂັນຄັ້ງນີ້ ໂດຍຜູ້ຊ່ຽວຊານ ທ່ານ ນາງ ອາລີນາ ຕີມຸສ໌ […]

Continue Reading

ບົດບັນຍາຍເປີດກວ້າງ“ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”

ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ນີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ນີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນເພື່ອສິດສອນດ້ານກົດໝາຍ ແລະ ສຸມໃສ່ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”. ທ່ານ ສຈ. ນີເນເຕຣ ໄດ້ວິເຄາະ ແລະ ສົນທະນາກັບຜູ້ເຂົ້າຮ່ວມໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ, ລັດຖະທຳມະນູນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ສຈ. ນີເນເຕຣ ໄດ້ດຳເນີນບົດບັນຍາຍເປີດກວ້າງພາຍໃຕ້ຫົວຂໍ້ກ່ຽວກັບສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ, ເຊິ່ງເຂົ້າຮ່ວມໂດຍບັນດານັກຮຽນ ແລະ ຄູອາຈານຫຼາຍກວ່າ 60 ທ່ານຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

Continue Reading

ການຝຶກອົບຮົມກ່ຽວກັບການຕ້ານ ແລະ ສະກັດກັ້ນການຟອກເງິນ

ບັນດາພະນັກງານຈາກນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງທ້ອງຖິ່ນ ຈຳນວນ 65 ທ່ານ ໄດ້ເຂົ້າຮ່ວມໃນການຝຶກອົບຮົມ ເພື່ອຝຶກຝົນທັກສະ ແລະ ຄວາມພ້ອມໃນການກຽມເປັນຜູ້ຊ່ວຍໄອຍະການ ໃນວຽກງານການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ. ໃນວັນທີ 13 ພະຈິກ ທີ່ຜ່ານມາ, ການຝຶກອົບຮົມກ່ຽວກັບການຕ້ານ ແລະ ສະກັດກັ້ນການຟອກເງິນໄດ້ຖືກຈັກຂຶ້ນໂດຍສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ອົງການໄອຍະການປະຊາຊົນສູງສຸດ(ອອປສ). ການຝຶກອົບຮົມດັ່ງກ່າວແມ່ນດຳເນີນ ໂດຍເລຂາທິການຄະນະບໍລິຫານສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ຊ່ຽວຊານຈາກສະຖາບັນILSTA, ທ່ານ ຄິດ ຟາຣຄູຮາຣຊັນ. ການຝຶກອົບຮົມໃນຄັ້ງນີ້ ແມ່ນສຸມໃສ່ການຖ່າຍທອດຄວາມຮູ້ກ່ຽວກັບການຟອກເງິນຢ່າງເລິກເຊິ່ງ ແລະ ການໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມໃນກິດຈະກຳການເຮັດວຽກເປັນກຸ່ມ ທີ່ມີລັກສະນະຕອບໂຕ້ ແລະ ເນັ້ນໃສ່ພາກປະຕິບັດ ຜ່ານກໍລະນີສຶກສາດ້ານການສຶບສວນ-ສອບສວນດ້ານການເງິນ. ນອກຈາກການນຳສະເໜີດ້ານຂໍ້ມູນ ແລະ ການຖ່າຍທອດພາກປະຕິບັດຜ່ານກໍລະນີສຶກສາແລ້ວ, ສະຖາບັນ ILSTA ກໍຍັງເນັ້ນໜັກເຖິງການຖ່າຍທອດຄວາມຮູ້ຕ່າງໆດ້ານກົດໝາຍ, ຜ່ານກິດຈະກຳຖາມ-ຕອບຄວາມຮູ້ດ້ານກົດໝາຍ, ທີ່ບັນດາຜູ້ເຂົ້າຮວ່ມໄດ້ມີສ່ວນຮ່ວມໃນອາທິດທີ່ຜ່ານມາ. ດັ່ງທີ່ກິດຈະກຳໄດ້ຈົບລົງ, ພວກເຮົາຂໍສະແດງຄວາມຍິນດີກັບ ທ່ານນາງ ສີສຸພັນ ໄຊຍະສຸກ ຈາກ […]

Continue Reading

ການຝຶກອົບຮົມສານຈຳລອງທີ່ມະຫາວິທະຍາໄລແຫ່ງຊາດລາວ

ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ Heleen De Geest ແລະ ທ່ານ ດຣ Lawrence Siry ເພື່ອມາດຳເນີນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019. ເຊິ່ງທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຜູ້ທີ່ຈະໄປເຂົ້າຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນອາຊີປາຊີຟິກ. ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນຈະໄດ້ຮັບໃບປະກາດສະນີຍະບັດພາຍຫຼັງສຳເລັດການຝຶກອົບຮົມ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ດຣ Heleen De Geest ແລະ ທ່ານ […]

Continue Reading