Author Archive | Ilsta

ຫຼັກສູດພາສາອັງກິດດ້ານກົດໝາຍຂອງສະຖາບັນ ILSTA ເທີມທີ 2

ຫຼັກສູດພາສາອັງກິດດ້ານກົດໝາຍຂອງສະຖາບັນ ILSTA ເທີມທີ2 ແມ່ນໄດ້ເປີດແລ້ວ ແລະ ຈະ ດຳເນີນໄປຈົນເຖິງເດືອນສິງຫາ. ໂດຍລວມແລ້ວ, ພວກເຮົາມີພະນັກງານລັດຫຼາຍກວ່າ 150 ຄົນຈາກ 15 ກະຊວງຕ່າງໆເຂົ້າຮ່ວມໃນຫຼັກສູດຂອງພວກເຮົາ. ການຮຽນຜ່ານທາງອອນລາຍແມ່ນຖືກດຳເນີນຜ່ານໂປແກຣມ Zoom ແລະ ຈະດຳເນີນເປັນເວລາ 12 ອາທິດ ໂດຍອາຈານTracey Donehue, ຈາກສະຖາບັນ ILSTA.

Continue Reading

ບົດບັນຍາຍເປີດກວ້າງອອນລາຍ ” ການຟອກເງິນ ແລະ ການກະທຳຜິດຕົ້ນ ”

ໃນວັນພຸດ, ທີ 13 ພຶດສະພາ, ສະຖາບັນ ILSTA ຮ່ວມກັບ NUOL ໄດ້ຈັດບົດບັນຍາຍເປີດກວ້າງOnline ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ນຳສະເໜີ ໂດຍທ່ານ Keith Farquharson ແລະ ແປໂດຍ ທ່ານນາງ ທິບພາພອນ ສິພັນດອນ, ຜູ້ຊ່ວຍໂຄງການຈາກ ILSTA. ຂໍສະແດງຄວາມຂອບໃຈພິເສດມາຍັງຄະນະນິຕິສາດແລະລັດຖະສາດມະຫາວິທະຍາໄລແຫ່ງຊາດສຳລັບການປະກອບສ່ວນຂອງພວກເຂົາໃນການຈັດກິດຈະກຳນີ້.

Continue Reading

ການສຳມະນາຄົ້ນຄ້ວາທາງດ້ານກົດໝາຍແບບອອນລາຍ

ມະຫາວິທະຍາໄລລຸກຊຳບວກ ຍັງສືບຕໍ່ຊຸກຍູ້ການຄົ້ນຄ້ວາທາງດ້ານກົດໝາຍໃນປະເທດລາວ, ເຖິງໃນໄລຍະນີ້ຈະມີການແຜ່ລະບາດຂອງ Covid-19 ກໍຕາມ. ທ່ານ ປອ. ສເຕຟານ ບລຳ ແລະ ທ່ານ ນາງ ດຣ ເພີລີນ ສີມອນ ໄດ້ຈັດການສຳມະນາຄົ້ນຄ້ວາທາງດ້ານກົດໝາຍແບບອອນລາຍຂຶ້ນ ໃນວັນພະຫັດທີ່ຜ່ານມາ, ເຂົ້າຮວ່ມໂດຍບັນດາອາຈານສອນທັງໝົດ 6 ທ່ານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍະໄລແຫ່ງຊາດລາວ, ເຊິ່ງບັນດາອາຈານແມ່ນໄດ້ຮັບການສະໜັບສະໜູນ ຈາກມະຫາວິທະຍາໄລລຸກຊຳບວກໃນການຄົ້ນຄວ້າ. ເຖິງວ່າຈະມີໄລຍະທາງທີ່ຫ່າງໄກກັນ, ພວກເຂົາທັງໝົດລ້ວນແຕ່ໄດ້ຮັບໝາກຜົນ ແລະ ຮຽນຮູ້ໃນການແລກປ່ຽນກ່ຽວກັບເອກະສານດ້ານກົດໝາຍໃນຄັ້ງນີ້!

Continue Reading

ການເຜີຍແຜ່ຂໍ້ມູນກ່ຽວກັບການຕ້ານການຟອກເງິນຂອງສະຖາບັນການເງິນໃນ ສປປ ລາວ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ດີໃຈທີ່ໄດ້ເປັນສ່ວນໜຶ່ງຂອງການເຜີຍແຜ່ກ່ຽວກັບການຕ້ານການຟອກເງິນຂອງສະຖາບັນການເງິນໃນ ສປປ ລາວ. ວິດີໂອຂອງພວກເຮົາກ່ຽວກັບການຕ້ານການຟອກເງິນ ແລະ ການສະກັດກັ້ນການສະໜອງເງິນໃຫ້ແກ່ການກໍ່ການຮ້າຍ ແມ່ນໄດ້ຖືກເຜີຍແຜ່ຢູ່ໃນເວັບໄຊທ໌ຕ່າງໆຂອງບັນດາທະນາຄານໃນ ສປປ ລາວ, ຊ່ວຍໃນການເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນ. ເພື່ອບັນລຸຈຸດສຳຄັນຂອງພວກເຮົາໃນການປູກຈິດສຳນຶກກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງເງິນໃຫ້ແກ່ການກໍ່ການຮ້າຍ, ພວກເຮົາຈະສືບຕໍ່ຊ່ວຍເຫຼືອ ພ້ອມທັງປະຕິບັດໜ້າທີ່ກັບ ສຕຟງໃນການຊ່ວຍຊຸມຊົນຂອງພວກເຮົາສ້າງຄວາມເຂົ້າໃຈກ່ຽວກັບກົນໄກຂອງການຟອກເງິນ ແລະ ຈະຂໍປະກອບສ່ວນສະໜອງຂໍ້ມູນເພື່ອຕ້ານກັບອາຊະຍາກຳດ້ານການເງິນຢ່າງຄຽງຄູ່.

Continue Reading

ການບັນຍາຍອອນລາຍໃນຫົວຂໍ້ “ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ”

ສະຖາບັນ ILSTA ໄດ້ຈັດບົດບັນຍາຍເປີດກ້ວາງແບບອອນລາຍ ຄັ້ງທີສອງຂຶ້ນໃນວັນພຸດທີ 29 ເມສາ ເວລາ 10 ໂມງເຊົ້າ. ການບັນຍາຍໃນຫົວຂໍ້ “ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ” ແມ່ນດຳເນີນໂດຍ ທ່ານ ນາງ ອາລິນາ ທີມຸດສ໌, ພະນັກງານໂຄງການຈາກILSTA ແລະ ແປເປັນພາສາລາວໂດຍ ທ່ານ ນາງ ທິບພະພອນ ສີພັນດອນ, ຜູ້ຊ່ວຍໂຄງການຈາກILSTA. ການບັນຍາຍແມ່ນດຳເນີນໄປດ້ວຍການຖາມ – ຕອບຄຳຖາມ. ນັກຮຽນ ແລະ ບັນດາອາຈານຈາກມະຫາວິທະຍາໄລແຫ່ງຊາດກໍໄດ້ເຂົ້າຮ່ວມຢ່າງຫ້າວຫັນ ແລະ ສົນໃຈໃນຫົວຂໍ້. ທີ່ສຳຄັນ, ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຈັດຕັ້ງການບັນຍາຍອອນລາຍໃນຄັ້ງນີ້!

Continue Reading

ບົດບັນຍາຍເປີດກວ້າງຜ່ານທາງ Online ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ

ສະຖາບັນ ILSTA ໄດ້ຈັດບົດບັນຍາຍເປີດກວ້າງຜ່ານທາງ Online ເປັນຄັ້ງທຳອິດ! ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄະນະນິຕິສາດ ແລະ ລັດຖະສາດຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃນການຈັດການບັນຍາຍທາງອອນລາຍໃນຄັ້ງນີ້! ການປາຖະກະຖາໃນຮູບແບບອອນລາຍຄັ້ງທຳອິດ ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ ຈາກມະຫາວິທະຍາໄລລຸກຊຳບວກ ໃນຕອນເຊົ້າວັນສຸກທີ 10 ເມສາ 2020 ເວລາ 10:00-11:00 ໂມງ. ທ່ານ ດຣ Perrine ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບ. ການບັນຍາຍແມ່ນຖືກດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ສຸພາພອນ ສີ່ພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍຜ່ານທ່າງອິນເຕິເນັດໃນມື້ນີ້ ແມ່ນມີຜູ້ເຂົ້າຮ່ວມເຖິງ 70 ທ່ານ! ບັນດາຜູ້ເຂົ້າຮ່ວມໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄຶ້ນ. ໃນການປາຖະກະຖານີ້ແມ່ນຈັດຂຶ້ນໃນຮູບແບບວິດິໂອ Live ຜ່ານໂປຣແກຣມ Zoom ເຊິ່ງບັນດານັກຮຽນສາມາດເຂົ້າຮ່ວມໄດ້ຢຸ່ທີ່ບ້ານ ຜ່ານການໃຊ້ໂທລະສັບມືຖື, ຄອບພິວເຕີ […]

Continue Reading

ການສອນພາສາອັງກິດດ້ານກົດໝາຍທາງອອນລາຍ

ປະຈຸບັນ ສະຖາບັນ ILSTA ກຳລັງດຳເນີນການສອນພາສາອັງກິດດ້ານກົດໝາຍທາງອອນລາຍ. ມື້ເຊົ້ານີ້, ນັກຮຽນຂອງພວກເຮົາສາມາດສືບຕໍ່ໃນການຮຽນຂອງພວກເຂົາ, ໂດຍການເຂົ້າຮ່ວມການຮຽນອອນລາຍຄັ້ງທຳອິດຈາກສະຖາບັນ. ມື້ນີ້ບົດຮຽນທຳອິດແມ່ນສອນໂດຍ ອາຈານ David Wood, ຄູສອນພາສາອັງກິດຈາກ ILSTA. ເຖິງວ່າພວກເຮົາທຸກຄົນຈະປະສົບກັບສະຖານະການ ຄວາມບໍ່ສະດວກຈາກ Covid19, ແຕ່ສະຖາບັນ ILSTA ກໍຍັງຄົງຈະສົ່ງເສີມການຮຽນຮູ້ຜ່ານທາງອິນເຕີເນັດ ແລະ ມຸ້ງໝັ້ນໃນການສືບຕໍ່ດຳເນີນການສອນພາສາອັງກິດ ໃຫ້ແກ່ນັກຮຽນຂອງພວກເຮົາຜ່ານທາງອອນລາຍ.

Continue Reading

ການກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (E-library)

ມະຫາວິທະຍາໄລລຸກຊຳບວກ ໄດ້ເຊັນສັນຍາກັບອົງການ “ EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ຢ່າງເປັນທີ່ສຳເລັດເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, ໃນນີ້ແມ່ນເປັນການສົ່ງເສີມ ໃຫ້ເຂົ້າເຖິງແຫຼ່ງຂໍ່ມູນດ້ານກົດໝາຍ ແລະ ການຝຶກອົບຮົມພະນັກງານຫ້ອງສະໝຸດ ໃນການນຳໃຊ້ແຫຼ່ງຂໍ້ມູນເຫຼົ່ານັ້ນ. ໃນວັນທີ 24-25 ກຸມພາ ທີ່ຜ່ານມາ, ຄນລ ໄດ້ຕ້ອນຮັບ ທ່ານນາງ Rima Kupryte, ຜູ້ຈັດການຂອງ EIFL. ທ່ານໄດ້ມາພົບກັບບັນດາພາກສວ່ນທີ່ກ່ຽວຂອ້ງທັງໝົດ ເພື່ອໂຄສະນາຫໍສະມຸດອີເລັກໂທຣນິກດັ່ງກ່າວ ແລະ ເພື່ອກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານໃນອະນາຄົດ. ກອງປະຊຸມໄດ້ຈັດຂື້ນໂດຍຜ່ານກິດຈະກຳຂອງ ໂຄງການລາວ031, ຫໍສະໝຸດຂອງຄນລ ແລະ ຫໍສະໝຸດສູນກາງຂອງມະຫາວິທະນາໄລແຫ່ງຊາດລາວ, ລວມທັງຮອງອະທິບໍດີຂອງມະຫາວິທະນາໄລແຫ່ງຊາດລາວ ທ່ານ ດຣ ອຸດົມພອນ ຄຳເພັງ ແລະ ທ່ານ ດຣ Perrine Simon ຜູ້ປະສານງານຈາກມະຫາວິທະຍະໄລລຸກຊຳບວກ. ບາງຖານຂໍ້ມູນເອເລັກໂຕຣນິກທີ່ມີຄວາມພ້ອມດ້ານວິຊາການທີ່ມີຢູ່ສຳລັບຄນລ ຍັງສາມາດສ້າງຜົນປະໂຫຍດໃຫ້ແກ່ຄະນະວິຊາອື່ນໆຂອງມະຫາວິທະນາໄລແຫ່ງຊາດລາວ. ການພັດທະນາຫ້ອງສະໝຸດເອເລັກໂຕຣນິກ ແມ່ນບູລິມະສິດໜຶ່ງໃນການປັບປຸງທັກສະການສຶກສາທາງດ້ານກົດໝາຍ ແລະ ການຄົ້ນຄ້ວາໃຫ້ມີປະສິດຕິພາບສູງຂຶ້ນ

Continue Reading

ILSTA ສະໜັບສະໜູນໃນການເຜີຍແຜ່ຂໍ້ມູນ ແລະ ສະໜອງການຊວ່ຍເຫຼືອທາງດ້ານວິຊາການ

ສະຖາບັນ ILSTA ໄດ້ສະໜັບສະໜູນ ເຄື່ອງພິມເອກະສານ, ຄອມພິວເຕີ ແລະ ສະໜອງການຊວ່ຍເຫຼືອທາງດ້ານວິຊາການ ໃຫ້ແກ່ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ), ເຊິ່ງເປັນໜຶ່ງໃນບັນດາຄູ່ພາຄີທີ່ສໍາຄັນຂອງພວກເຮົາ. ພ້ອມກັນນັ້ນ, ພວກເຮົາກໍໄດ້ໃຫ້ການສະໜັນສະໜູນ ປກສ ໃນການຂຽນໂຄງຮ່າງກ່ຽວກັບການຊວ່ຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ ສະບັບທໍາອິດຂອງ ສປປ ລາວ. ສະຖາບັນ ILSTA ມຸ້ງໝັ້ນທີ່ຈະປະຕິບັດວຽກງານໃນການຖ່າຍທອດຂໍ້ມູນ ແລະ ສະໜັບສະໜູນໃນການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

Continue Reading

ILSTA contribution in Information Dissemination Campaign with AMLIO and MOPS

ILSTA took an action in the supporting campaign for our partners. ILSTA provided a printer, laptop and offered technical support for Anti-Money Laundering Intelligence Office (AMLIO) and Ministry of Public Security. We are also providing support for the MoPS legal department in the drafting of Laos’ first law on Mutual Legal Assisstance (MLA). ILSTA will […]

Continue Reading