Archive | ການເປີດຊຸດບັນຍາຍ

ບົດວິໄຈທາງກົດໝາຍ ແລະ ວິທີການ

ມະຫາວິທະຍາໄລລຸກຊຳບວກພ້ອມດ້ວຍ ຄະນະນິຕິຊາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສຳມະນາໃນຫົວຂໍ້ “ບົດວິໄຈທາງກົດໝາຍ ແລະ ວິທີການ”. ພາຍໃຕ້ການສຳມະນາໃນຫົວຂໍ້ “ແຫຼ່ງກົດໝາຍ”, “ວິທີການຊອກຫາຂໍ້ມູນ” ແລະ “ໂຄງຮ່າງຄຳຕັດສິນຂອງສານ” ທີ່ໄດ້ຖືກດຳເນີນໂດຍຄະນະຜູ້ແທນຈາກມະຫາວິທະຍະໄລລຸກຊຳບວກ, ໂດຍ ທ່ານ ປອ Braum, ທ່ານ ດຣ Radovic, ທ່ານ ນາງ ດຣ Citeroni ແລະ ທ່ານ ນາງ Jolly. ການສຳມະນາໃນຄັ້ງນີ້ແມ່ນມີຜູ້ເຂົ້າຣວ່ມເຖິງ 40 ທ່ານ ຈາກຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ພາຍຫຼັງການການສຳມະນາ, ຜູ້ເຂັ້າຮວ່ມທີ່ຖືກຄັດເລືອກ ຈະມີໂອກາດໄປແລກປ່ຽນໃນໂຄງການການເຝິກອົບຮົມດ້ານກົດໝາຍໃນລະດູຮ້ອນ.

Continue Reading

ບັນຍາຍເປີດກວ້າງ ໃນຫົວຂໍ້ ‘’ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ’’ ໂດຍ ທ່ານ ອາລີນາ ທີມຸດ, ຊ່ຽວຊານຈາກສະຖາບັນ ILSTA

ທ່ານ ອາລີນາ ທີມຸດ, ຊ່ຽວຊານຈາກສະຖາບັນ ILSTA ໄດ້ເປີດຊຸດບັນຍາຍ ໃນຫົວຂໍ້ ‘’ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ’’, ທີ່ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລເເຫ່ງຊາດ ໃນວັນທີ 29 ພຶດສະພາ ທີ່ຜ່ານມາ. ບົດບັນຍາຍເປີດກ້ວາງໃນຄັ້ງນີ້ ແມ່ນເຂົ້າຮວ່ມໂດຍ ບັນດານັກສຶກສາ, ຄູອາຈານ ແລະ ພະນັກງານ-ຜູ້ປະຕິບັດດ້ານກົດໝາຍ. ທ່ານ ອາລີນາ ທີມຸດ ໄດ້ແນະນຳ ຂໍ້ມູນເບື້ອງຕົ້ນທີ່ເປັນປະໂຫຍດ ກ່ຽວກັບການລັກລອບເຄື່ນຍ້າຍແຮງງານຂ້າມແດນ ແລະ ອະທິບາຍເຖິງຄວາມແຕກຕ່າງລະຫວ່າງ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ແລະ ການຄ້າມະນຸດ. ຜູ້ເຂົ້າຮວ່ມຮັບຟັງໃນການບັນຍາຍ ໄດ້ແລກປ່ຽນຄວາມເຂົ້າໃຈຕໍ່ກັບກໍລະນີສຶກສາ ທີ່ໄດ້ຖືກຍົກຂຶ້ນມາ ເພື່ອອະທິບາຍເຖິງຄວາມແຕກຕ່າງຂອງອາຊະຍາກຳທັງສອງ. ເຊິ່ງພາຍຫຼັງການບັນຍາຍ ບັນດານັກສຶກສາທີ່ເຂົ້າຮ່ວມ ໄດ້ຕັ້ງຫລາຍຄຳຖາມພາຍໃຕ້ຫົວຂໍ້ ເຊິ່ງເຮັດໃຫ້ການສົນທະນາເເລກປ່ຽນ ເເລະ ຖາມ-ຕອບ ດຳເນີນໄປດວ້ຍການໂຕ້ຕອບທີ່ໜ້າສົນໃຈ.  

Continue Reading

ບົດບັນຍາຍເປີດກວ້າງ ໃນຫົວຂໍ້ ”ຄວາມຮັບຜິດຊອບທາງອາຍາຂອງບໍລິສັດ” ໂດຍ ຊ່ຽວຊານຈາກ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ Keith Farquharson

ໃນວັນທີ 8 ພຶດສະພາ ທີ່ຜ່ານມາ, ທ່ານ Keith Farquharson, ຊ່ຽວຊານ ຈາກ ສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໄດ້ນໍສະເໜີ ບົດບັນຍາຍເປີດກວ້າງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນຫົວຂໍ້ ”ຄວາມຮັບຜິດຊອບທາງອາຍາຂອງບໍລິສັດ”. ຫົວຂໍ້ຫຼັກຂອງການບັນຍາຍ ແມ່ນ ກ່ຽວກັບ ຂໍ້ກຳນົດໃໝ່ຕໍ່ພາລະຂອງນິຕິບຸກຄົນ ໃນປະມວນກົດໝາຍສະບັບໃໝ່, ເງື່ອນໄຂທາງດ້ານກົດໝາຍຂອງຄວາມຮັບຜິດຊອບ ຈົນເຖິງ ຫຼັກມູນ ແລະ ທາງເລືອກ ໃນການອະນຸມັດ. ຜູ້ເຂົ້າຮວ່ມທຸກຄົນ ໄດ້ສະແດງ ທັກສະໃນການວິເຄາະ ຕໍ່ການແກ້ໄຂບັນຫາ ໃນກໍລະນີສຶກສາ ລວມເຖິງ ການເຂົ້າຮວ່ມໃນພາກ ຖາມ-ຕອບ ທີ່ເຕັມໄປດວ້ຍຂໍ້ມູນທີ່ຫນ້າສົນໃຈ. ຜູ້ເຂົ້າຮວ່ມ ໃນບົດບັນຍາຍເປີດກວ້າງໃນຄັ້ງນີ້ ລວມມີ ບັນດາ ນັກສຶກສາ, ຄູອາຈານ ແລະ ນັກກົດໝາຍ.

Continue Reading

ການເປີດຊຸດບັນຍາຍເພື່ອສະເຫລີມສະຫຼອງຄົບຮອບ 70 ປີ ຂອງຖະເເຫລງການສາກົນວ່າດ້ວຍສິດທິມະນຸດ

ການສະເຫຼີມສະຫຼອງຄົບຮອບ 70 ປີ ຂອງຖະເເຫລງການສາກົນວ່າດ້ວຍສິດທິມະນຸດເເມ່ນຫົວຂໍ້ຂອງການເປີດຊຸດບັນຍາຍຄັ້ງສຸດທ້າຍປະຈຳປີ 2018, ເຊິ່ງຖືກຈັດຂຶ້ນໃນວັນທີ 26 ທັນວາ ທີ່ມະຫາວິທະຍາໄລເເຫ່ງຊາດ. ທ່ານ ນາງ ອາລິນາ ທິມຸດ, ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ນຳສະເໜີປະຫວັດການສ້າງຕັ້ງຖະເເຫລງການສາກົນວ່າດ້ວຍສິດທິມະນຸດ, ລວມທັງຜູ້ສ້າງຕັ້ງ ເເລະ ບົດບາດຂອງຖະເເຫລງການດັ່ງກ່າວໃນຖານະເປັນກະດູກສັນຫຼັງຂອງກົດໝາຍສາກົນວ່າດ້ວຍສິດທິມະນຸດ. ໃນຊ່ວງໄລຍະພົ້ນເດັ່ນຂອງການບັນຍາຍເເມ່ນຊ່ວງການສົນທະນາເເລກປ່ຽນເຊິ່ງຕິດຕາມມາດ້ວຍການສະຫຼຸບບັນດາກໍລະນີິສຶກສາ ເເລະ ການເເລກປ່ຽນທີ່ສ້າງສັນຈາກນັກສຶກສາ, ຄູອາຈານ ເເລະ ພະນັກງານລັດທີ່ເຂົ້າຮ່ວມຟັງບັນຍາຍ.

Continue Reading

ການເປີດຊຸດບັນຍາຍໃນຫົວຂໍ້ ການເງິນດິຈິຕອນ

ໃນວັນທີ 12 ເດືອນທັນວາ 2018 ທ່ານ ຈອນ ຄອນໂນລີ, ເຊິ່ງເປັນອຳນວຍການຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ເປີດການບັນຍາຍທີ່ມະຫາວິທະຍາໄລເເຫ່ງຊາດໃນຫົວຂໍ້ ການເງິນດິຈິຕອນ. ໃນງານດັ່ງກ່າວ, ໄດ້ມີການນຳສະເໜີກ່ຽວກັບສະກຸນເງິນຫຼາຍຮູບເເບບທີ່ສຳຄັນ, ລວມທັງປະຫວັດການມີຕົວຕົນ ເເລະ ບົດບາດທີ່ສະກຸນເງິນດັ່ງກ່າວໄດ້ດັດປ່ຽນລະບົບການເງິນເເຫ່ງຊາດ ເເລະ ເສດຖະກິດ. ໂດຍການເຂົ້າຮ່ວມຟັງບັນຍາຍຂອງນັກສຶກສາ, ອາຈານ ເເລະ ນັກວິຊາຊີບກົດໝາຍ ເຊິ່ງໃນຕອນທ້າຍຂອງການບັນຍາຍໄດ້ມີການສົນທະນາເເລກປ່ຽນຄວາມຄິດເຫັນໂດຍເນັ້ນໃສ່ໂຄງຮ່າງທາງດ້ານກົດໝາຍຂອງສະກຸນເງິນດິຈີຕອນຢູ່ໃນເເຕ່ລະປະເທດ.

Continue Reading

ການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ

ໃນສອງມື້ທີ່ຜ່ານມາຂອງວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງທ່ານ ປອ Basak Baglayan ເຊິ່ງເປັນຊ່ຽວຊານທາງດ້ານສິດທິມະນຸດ ເເລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກໃນສາຍວິຊາ ” ວິສາຫະກິດ ເເລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບມາດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”. ໂດຍມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ໃນ 4 ຫົວຂໍ້ບັນຍາຍຄື: ປະຫວັດຄວາມເປັນມາຂອງກົດຫມາຍສາກົນວ່າດ້ວຍສິດທິມະນຸດ, ກົນໄກພາຍໃຕ້ກົດບັດຂອງ ສປຊ, ກົນໄກພາຍໃຕ້ສົນທິສັນຍາຂອງ ສປຊ, ໂລກາພິວັດ ເເລະ ສິດທິມະນຸດ.

Continue Reading

ການຟອກເງິນທີ່ໄດ້ມາຈາກການສໍ້ລາດບັງຫຼວງ

ສືບຕໍ່ຮູບເເບບຂອງຮູບການສໍ້ລາດບັງຫຼວງ, ທ່ານ ຄີດ ຟາຄູຮາເຊິນ ພະນັກງານຮັບຜິດຊອບເເຜນງານຂອງສະຖາບັນ ILSTA ໄດ້ເປີດບັນຍາຍໃນຫົວຂໍ້ ‘’ການຟອກເງິນທີ່ໄດ້ມາຈາກການສໍ້ລາດບັງຫຼວງ’’ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 5 ທັນວາ 2018ໃ ໂດຍການນຳໃຊ້ກໍລະນີສຶກສາທີ່ເກີດຂຶ້ນຈິງ, ທ່ານ ຄີດ ໄດ້ນຳສະເໜີໃຫ້ຜູ້ຮ່ວມຟັງບັນຍາຍສາມາດຮັບຮູ້ເຖິງຊ່ອງທາງທີ່ພະນັກງານລັດດຳເນີນການສໍ້ລາດບັງຫຼວງ, ລວມທັງຂະບວນການຟອກເງິນທີ່ໄດ້ຈາກການສໍ້ລາດບັງຫຼວງນັ້ນ. ໃນຊ່ວງການສົນທະນາ-ເເລກປ່ຽນຄວາມຄິດເຫັນ, ບັນດາຜູ້ຮ່ວມຟັງບັນຍາຍໄດ້ຍົກປະເດັນທີ່ສຳຄັນຫຼາຍຢ່າງ, ລວມທັງຂໍ້ຫຍຸ້ງຍາກໃນການກວດພົບ ເເລະ ປ້ອງກັນ ພຶດຕິກຳການສໍ້ລາດບັງຫຼວງ, ການກູ້ຄືນຊັບສິນທີ່ຖືກຟອກໂດຍການນຳໃຊ້ຂອບເຂດອຳນາດສານຕ່າງປະເທດ, ການນຳໃຊ້ບັນຊີນິລະນາມ ເເລະ ການຫຼີກລ້ຽງພາສີ.

Continue Reading

ການຕໍໍ່ສູ້ຕ້ານກັບການສໍ້ລາດບັງຫຼວງ (ກໍລະນີສຶກສາ ປະເທດ ໂມໂດວາ)

ທ່ານ ນາງ ອາລິນາ ທິມຸດ ຊ່ຽວຊານຈາກສະຖາບັນ ILSTA ໄດ້ເປີດຊຸດບັນຍາຍ ໃນຫົວຂໍ້ ‘’ການຕໍໍ່ສູ້ຕ້ານກັບການສໍ້ລາດບັງຫຼວງ (ກໍລະນີສຶກສາ ປະເທດ ໂມໂດວາ)’’, ທີ່ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລເເຫ່ງຊາດ. ໂດຍມີບັນດານັກສຶກສາ, ຄູອາຈານ, ພະນັກງານຈາກກະຊວງຍຸຕິທຳ ເເລະ ສານປະຊາຊົນສູງສຸດ ເຂົ້າຮ່ວມ. ເຊິ່ງພາຍຫຼັງການບັນຍາຍ ຜູ້ເຂົ້າຮ່ວມ ເເລະ ວິທະຍາກອນກໍໄດ້ມີການສົນທະນາເເລກປ່ຽນ ເເລະ ຖາມ-ຕອບ ບາງບັນຫາທີ່ເປັນຂໍ້ສົງໄສ.

Continue Reading

ໂຄງຮ່າງ ເເລະ ສະຖາບັນທີ່ກ່ຽວຂ້ອງຂອງກົດໝາຍອາຍາສາກົນ

ທ່ານ ປອ ລໍເຣັນ ຊິຣີ ອາຈານຈາກມະຫາວິທະຍາໄລ ໂຄກ (ປະເທດອຽກລັງ) ເເລະ ເປັນອາດີດນັກວິໄຈຂອງມະຫາວິທະຍາໄລ ລຸກຊຳບວກ ໄດ້ຢ້ຽມຢາມຄະນະນິຕິສາດ ເເລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ ( ນະຄອນຫຼວງວຽງຈັນ) ໃນວັນທີ 5 ຫາ 9 ເດືອນພະຈິກ ປີິ 2018. ໂດຍການເປີດຊຸດບັນຍາຍຄັ້ງທີ່ສອງຂອງທ່ານ ປອ ລໍເຣັນ ທີ່ຈັດຂຶ້ນພາຍໃຕ້ການສະໜັບສະໜູນຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການສຳລັບສົກຮຽນປີ 2018-2019 ໃນວັນທີ່ 7 ພະຈິກ ປີ 2018 ພາຍໃຕ້ຫົວຂໍ້່ ‘’ໂຄງຮ່າງ ເເລະ ສະຖາບັນທີ່ກ່ຽວຂ້ອງຂອງກົດໝາຍອາຍາສາກົນ’’ ໂດຍມີນັກສຶກສາ ເເລະ ຄູອາຈານຈາກ ຄະນະນິຕິສາດ-ລັດຖະສາດ ເຂົ້າຮ່ວມຫຼາຍກວ່າຮ້ອຍຄົນ. ນອກນັ້ນ, ທ່ານ ປອ ລໍເຣັນ ຍັງໄດ້ຈັດຫຼັກສູດກະກຽມການເເຂ່ງຂັນສານຈຳລອງໃຫ້ກັບນັກສຶກສາຄະນະນິຕິສາດ ເເລະ ລັດຖະສາດ ເພື່ອກຽມຄວາມພ້ອມທີ່ຈະເເຂງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທຳສາກົນຂອງອົງການກາເເດງ, ເຊິ່ງເປັນການເເຂ່ງຂັນໃນພູມິພາກອາຊີ-ປາຊິຟິກ.

Continue Reading

ເເນວຄວາມຄິດຂອງລັດເເຫ່ງກົດໝາຍ

ທ່ານ ປອ ເພີຣິນ ຊິມອນ ພະນັກງານປະສານງານຂອງມະຫາວິທະຍາໄລລຸກຊຳບວກ, ມີຫ້ອງການຢູ່ທີ່ຄະນະນິຕິສາດ ເເລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ, ໄດ້ເປີດຊຸດບັນຍາຍຄັ້ງທຳອິດຂອງສົກຮຽນປີ 2018-2019 ເເລະ ຖືກຈັດຂຶ້ນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 2 ພະຈິກ ປີ 2018 ໃນຫົວຂໍ້ ‘’ເເນວຄວາມຄິດຂອງລັດເເຫ່ງກົດໝາຍ’’, ໂດຍມີນັກສຶກສາ ເເລະ ຄູອາຈານ, ພ້ອມດ້ວຍນັກວິຊາຊີບກົດໝາຍເຂົ້າຮ່ວມປະມານ 200 ກວ່າຄົນ, ການບັນຍາຍດ່ັ່ງກ່າວນັ້ນ, ໄດ້ສົ່ງເສີມໃຫ້ມີການເເລກປ່ຽນຄວາມຄິດເຫັນທີ່ສ້າງສັນບົນພື້ນຖານອົງປະກອບຂອງການສ້າງຕັ້ງລັດເເຫ່ງກົດໝາຍຂອງ ສປປ ລາວ.

Continue Reading