Author Archive | Ilsta

ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ຄັ້ງທີ 14

ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາສໍາລັບປີ 2020 ຊຶ່ງຖືກເລື່ອນມາໃນປີ 2021 ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ ແມ່ນໄດ້ຖືກຈັດຂຶ້ນ ໃນວັນທີ 7-12 ມີນາ 2021 ຢູ່ທີ່ ນະຄອນກຽວໂຕ, ປະເທດຍີ່ປຸ່ນ. ຫົວຂໍ້ສໍາລັບກອງປະຊຸມໃຫຍ່ໃນປີນີ້ກໍຄື “ຍົກລະດັບການປ້ອງກັນອາຊະຍາກໍາ, ຂະບວນຍຸຕິທໍາທາງອາຍາ ແລະ ລັດແຫ່ງກົດໝາຍ ເພື່ອກ້າວສູ່ຜົນສໍາເລັດໃນເປົ້າໝາຍປີ 2030”. ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ເປັນເຄືອຂ່າຍສາກົນທີ່ໃຫຍ່ທີ່ສຸດໃນໂລກ ໂດຍເຕົ້າໂຮມເອົາຫຼາກຫຼາຍພາກສ່ວນ ລວມມີ ບັນດາຜູ້ກໍານົດນະໂຍບາຍ, ຜູ້ປະຕິບັດ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ໃນຂະແໜງວຽກງານປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ຊຶ່ງໄດ້ເຂົ້າຮ່ວມເພື່ອແລກປ່ຽນປະສົບການ ແລະ ຊອກຫາວິທີການແກ້ໄຂບັນຫາຮ່ວມກັນ ໃນຂອບເຂດທົ່ວໂລກ, ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ເຫັນໄດ້ເຖິງຄວາມສໍາຄັນໃນວຽກງານດ້ານສະເພາະດັ່ງກ່າວນີ້. ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ຮູ້ສຶກປິຕິຍິນດີທີ່ໄດ້ປະກອບສ່ວນສະໜັບສະໜູນການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ຢູ່ໃນກອງປະຊຸມກຽວໂຕຄັ້ງທີ […]

Continue Reading

ການຝຶກອົບຮົມກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນວຽກງານຕ້ານການສໍ້ລາດບັງຫຼວງ” ທີ່ເມືອງ ວັງວຽງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຮ່ວມມືກັບ ອົງກາໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນວຽກງານຕ້ານການສໍ້ລາດບັງຫຼວງ” ໃຫ້ແກ່ໄອຍາການ ທົ່ວພາກກາງ ຂອງ ສປປ ລາວ ທີ່ເມືອງ ວັງວຽງ, ແຂວງວຽງຈັນ. ການເຝິກອົບຮົມໃນຄັ້ງນີ້ ແມ່ນເຂົ້າຮ່ວມໂດຍ ບັນດາພະນັກງານຈຳນວນຫຼາຍກວ່າ 65 ທ່ານ ຈາກອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການທະຫານ ແລະ ອົງການໄອຍະການປະຈຳ 6 ແຂວງພາກກາງ, ເຊິ່ງລວມມີ ແຂວງ ວຽງຈັນ, ໄຊສົມບູນ, ຊຽງຂວງ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ຜູ້ອຳນວຍການ ແລະ ເຈົ້າໜ້າທີ່ໂຄງການ ຈາກສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ທ່ານ ຄິດ ຟາຄູຮາຊັນ ໃຫ້ນຳພາໃນການນຳສະເໜີໃນຫົວຂໍ້ກ່ຽວກັບ ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສືບສວນ-ສອບສວນດ້ານການເງິນ. […]

Continue Reading

ກິດຈະກຳການຕ້ານສໍ້ລາດບັງຫຼວງ, ທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ

ນັກຮຽນ ແລະ ອາຈານ ຈຳນວນ 450 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳການຕ້ານສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ສະຖາບັນ LSTA, ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ໄດ້ນຳສະເໜີຜູ້ເຂົ້າຮ່ວມ ກ່ຽວກັບກິດຈະກຳໃນການຕ້ານສໍ້ລາດບັງຫຼວງ ໃນຂະແໜງການສຶກສາ ທີ່ປະຕິບັດໂດຍ ອົງການກວດກາລັດຖະບານ ໃນປີທີ່ຜ່ານມາ. ທ່ານ ຈອນ ຄອນນໍລີ ໄດ້ໃຫ້ຂໍ້ມູນກ່ຽວກັບກົດໝາຍກ່ຽວກັບການຕ້ານສໍ້ລາດບັງຫຼວງທີ່ປະຕິບັດໃນ ສປປ ລາວ ແລະ ສາກົນ. ການບັນຍາຍແມ່ນຈົບລົງດ້ວຍກິດຈະກຳຖາມ-ຕອບທີ່ຄຶກຄື້ນ. ພ້ອມດຽວກັນນັ້ນ, ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ ໄດ້ມອບ ໂປສເຕີໃນການຕ້ານສໍ້ລາດບັງຫຼວງຈາກ ສະຖາບັນ ILSTA ໃຫ້ແກ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.

Continue Reading

ກິດຈະກຳປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ທີ່ໂຮງຮຽນມັດຖະຍົມສົມບູນສາລາຄຳ

ນັກຮຽນ ແລະ ຄູອາຈານຈາກໂຮງຮຽນມັດຖະຍົມສົມບູນສາລາຄຳ ຈຳນວນ 350 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ອົງການກວດກາລັດ SIA ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ILSTA ໃນອາທິດທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ, ທ່ານ ບຸນສົມ ສຸດທິວົງ, ຜູ້ອຳນວຍການໂຮງຮຽນມັດຖະຍົມສົມບູນສາລາຄຳ ແລະ ທ່ານນາງ ອາລິນາ ທີມຸດ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA. ກິດຈະກຳດັ່ງກ່າວແມ່ນເພື່ອສົ່ງເສີມບັນດາສະຖາບັນສຶກສາ ແລະ ຊາວໝຸ່ມລາວ ກ່ຽວກັບການຕ້ານທຸກໆການກະທຳທີ່ເປັນຮູບແບບຂອງການສໍ້ລາດບັງຫຼວງ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຂໍ້ມູນດ້ານກົດໝາຍ ກ່ຽວກັບການສໍ້ລາດບັງຫຼວງ ທີ່ປາກົດໃນມາດຕາ 354-369 ໃນປະມວນກົດໝາຍອາຍາລາວ ແລະ ໄດ້ຮັບຟັງການບັນຍາຍ ພ້ອມທັງເຂົ້າຮ່ວມກິດຈະກຳຖາມ-ຕອບ, ນຳສະເໜີໂດຍ ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ແລະ ທ່ານນາງ ອາລິນາ ທີມຸດ, […]

Continue Reading

ກິດຈະກຳການຕ້ານສໍ້ລາດບັງຫຼວງ, ທີ່ມະຫາວິທະຍາໄລແຫ່ງຊາດ

ກິດຈະກຳການຕ້ານສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ໄດ້ຈັດຂື້ນທີ່ ມະຫາວິທະຍາໄລແຫ່ງຊາດ ໃນອາທິດແລ້ວນີ້. ອາຈານ ແລະ ນັກສຶກສາ ຈຳນວນ 300 ຄົນ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມ ໃນ 3 ບົດບັນຍາຍ ແລະ ກິດຈະກຳການຖາມ-ຕອບ, ນຳພາໂດຍ ທ່ານ ​ໄຊ​ຄຳ ອຸ່ນ​ມີ​ໄຊ, ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ຮອງອະທິການບໍດິມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA. ສິ່ງພິມກ່ຽວກັບການຕ້ານສໍ້ລາດບັງຫຼວງ ພ້ອມດ້ວຍປ້າຍໂຄສະນາຈາກສະຖາບັນ ILSTA ທີ່ປະກອບດ້ວຍ ທ້າວ ບຸນ, ຕົວລະຄອນກາຕູນໃນວິດີໂອຕ້ານການສໍ້ລາດບັງຫຼວງ, ໄດ້ຖືກມອບໃຫ້ກົມກວດກາ ຂອງມະຫາວິທະຍາໄລແຫ່ງຊາດ ຢ່າງເປັນທາງການ.

Continue Reading

ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ໃນວັນທີ 3 ກຸມພາ ທີ່ຜ່ານມາ. ຊ່ຽວຊານ ແລະ ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບວິດີໂອ, ບົດບັນຍາຍອອນລາຍ ແລະ ບັນດາສິ່ງພຶມຕ່າງໆ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ. ໂປດສເຕີຈຳນວນ 100 ແຜ່ນ ແລະ ສິ່ງພິມໂຄສະນາຕາມສະຖານທີ່ ຈຳນວນ 6ຊຸດ ໃນຫົວຂໍ້ຂອງການສໍ້ລາດບັງຫຼວງໄດ້ຖືກແຈກຢາຍໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ທີ່ເປັນພະນັກງານກວດກາຂອງກະຊວງແຜນການ ແລະ ການລົງທຶນ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ສະຖາບັນ ILSTA ຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມວຽກງານຂອງ ສປປ ລາວໃນການຕ້ານສໍ້ລາດບັງຫຼວງ, ຄຽງຄູ່ກັບຄູ່ພາຄີຂອງພວກເຮົາໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຂໍ້ມູນໃຫ້ທຸກໆພາກສ່ວນ.

Continue Reading

ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ

ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ ໄດ້ຖືກຈັດຂຶ້ນໃນວັນທີ 2-3 ກຸມພາ, ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA, ໂດຍການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ອົງການກວດກາລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນ. ການສຳມະນາໃນຄັ້ງນີ້ໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ກວດກາ ຈຳນວນ 25 ທ່ານ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ບົດບັນຍາຍ ແລະ ກິດຈະກຳໃນຫົວຂໍ້ກ່ຽວກັບການສໍ້ລາດບັງຫຼວງ ແລະ ການສືບສວນ-ສອບສວນດ້ານການເງິນ ແມ່ນຖືກນຳສະເໜີໂດຍຊ່ຽວຊານຈາກສະຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ, ທ່ານ ຈອນ ຄອນນໍລີ ແລະ ທ່ານ ຄີດທ໌ ຟາຄູຮາຊັນ ແລະ ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບລັດຖະບານ, ທ່ານ ເທບພະໄທ ພັນກ້າ. ການບັນຍາຍໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມເປັນຢ່າງດີ ແລະ ຕາມດ້ວຍກິດຈະກຳຖາມ-ຕອບທີ່ນຳໄປສູ່ການສົນຖະນາກ່ຽວກັບຫົວຂໍ້ຢ່າງຄຶກຄື້ນ.

Continue Reading

ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບ “ການຄ້າມະນຸດ ແລະ ການຟອກເງິນ”

ໃນວັນທີ 20-21 ມັງກອນທີ່ຜ່ານມາ, ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນ ແລະ ເຕົ້າໂຮມເອົາບັນດາພະນັກງານວິຊາການ ຈຳນວນ 56 ທ່ານຈາກແຂວງບໍລິຄຳໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ເພື່ອກະກຽມຄວາມພ້ອມສູ່ການກ້າວໄປເປັນຜູ້ຊ່ວຍໄອຍະການ. ການເຝິກອົບຮົມດັ່ງກ່າວແມ່ນນຳພາໂດຍ ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ຄິດ ຟາຄູຮາຊັນ ແລະ ທ່ານນາງ ອາລິນາ ທີມຸດ. ທິດສະດີກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ແມ່ນຖືກນຳສະເໜີຄຽງຄູ່ກັບການເຮັດກິດຈະກຳຜ່ານພາກປະຕິບັດ ໂດຍອີງໃສ່ກໍລະນີສຶກສາ. ບັນດາຜູ້ເຂົ້າຮ່ວມໄດ້ຜ່ານການເຮັດກິດຈະກຳຈຳລອງສຳພາດຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ລວມໄປເຖິງການສົນທະນາກ່ຽວກັບກົນໄກການແລກປ່ຽນຂໍ້ມູນ, ການສືບສວນ-ສອບສວນທາງດ້ານການເງິນ ແລະ ການຮັບຊົມວິດີໂອຕົວຢ່າງຂອງສານຈຳລອງ. ການເຝິກອົບຮົມແມ່ນໄດ້ຖືກດຳເນີນໄປຢ່າງຄຶກຄື້ນ, ຜູ້ເຂົ້າຮ່ວມມີຄວາມກະຕືນລືລົ້ນໃນການສົນທະນາ ແລະ ແລກປ່ຽນຄວາມຮູ້ໃນກິດຈະກຳຖາມ-ຕອບໃນການປະເມີນສິ່ງທີ່ໄດ້ຮຽນຮູ້ໃນເວລາສອງມື້ທີ່ຜ່ານມາ. ສະຖາບັນ ILSTA ຂໍອວຍພອນໃຫ້ບັນດາພະນັກງານວິຊາການທຸກຄົນໂຊກດີ ແລະ ປະສົບຜົນສຳເລັດໃນການສອບເສັງເພື່ອໄປເປັນຜູ້ຊ່ວຍພະນັກງານໄອຍາການໃນໄວໆນີ້.

Continue Reading

ກິດຈະກຳການຕ້ານສໍ້ລາດບັງຫຼວງຂອງສະຖາບັນ ILSTA ແລະ ກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ນຳພາໂດຍທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ໄດ້ພົບປະກັບຕົວແທນຈາກກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອແລກປ່ຽນ ແລະ ສົນທະນາກ່ຽວກັບກິດຈະກຳການເຝິກອົບຮົບຕ້ານການສໍ້ລາດບັງຫຼວງ, ທີ່ຈະຖືກຈັດຂຶ້ນພາຍໃນທ້າຍເດືອນນີ້, ນຳພາໂດຍກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ. ສະຖາບັນ ILSTA ໄດ້ສະໜັບສະໜຸນ ໂປດສເຕີ ແລະ ສິ່ງພິມກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ຈຳນວນ 200 ສະບັບ. ບັນດາສິ່ງຕີພິມດັ່ງກ່າວຈະຖືກນຳໄປແຈກຍາຍໃຫ້ແກ່ເຈົ້າໜ້າທີ່ກົມກວດກາໃນທົ່ວປະເທດ ທີ່ຈະເຂົ້າຮ່ວມໃນການເຝິກອົບຮົມຕ້ານການສໍ້ລາດບັງຫຼວງໃນໄວໆນີ້.

Continue Reading

ການເຝິກອົບຮົມ “ວຽກງານໄອຍະການໃຫ້ແກ່ ຜູ້ຊ່ວຍພະນັກງານໄອຍະການ”

ໃນຕອນເຊົ້າຂອງມື້ນີ້ “ ການເຝິກອົບຮົມວຽກງານໄອຍະການໃຫ້ແກ່ພະນັກງານວິຊາການ ທີ່ຈະກ້າວເປັນຜູ້ຊ່ວຍພະນັກງານໄອຍະການ” ໄດ້ຖືກເປີດຂຶ້ນຢ່າງເປັນທາງການ, ໃຫ້ກຽດເປີດພີທີໂດຍ ທ່ານ ຄຳສານ ສຸວົງ, ປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA). ພິທີເປີດການເຝິກອົບຮົມດັ່ງກ່າວໄດ້ຖືຈັດຂຶ້ນທິ່ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົບໄອຍະການ ແລະ ໄດ້ເຕົ້າໂຮມເອົາບັນດາພະນັກງານວິຊາການຫຼາຍກ່າວ 70 ທ່ານ, ທີ່ກຳລັງກຽມພ້ອມໃນການກາຍເປັນຜູ້ຊ່ວຍໄອຍະການໃນໄວໆນີ້. ການເຝິກອົບຮົມຈະດຳເນີນໄປເປັນເວລາ 3 ອາທິດ, ນັບແຕ່ວັນທີ 18 ມັງກອນ ຈົນເຖິງ ວັນທີ 5 ກຸມພາ 2021.

Continue Reading