Archive | ຂ່າວສານ

ຝຶກອົບຮົມກ່ຽວກັບປະເພດຂອງອາຊະຍາກຳ ແລະ ອາຊະຍາກຳທີ່ມີການຈັດຕັ້ງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ພ້ອມດ້ວຍ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (ອອປສ) ໄດ້ຮວ່ມມືກັນຈັດການຝຶກອົບຮົມວຽກງານໄອຍະການ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ພະນັກງານວິຊາການທີ່ກຽມເປັນຜູ້ຊ່ວຍພະນັກງານໄອຍະການ. ຫົວຂໍ້ຂອງການສຳມະນາພາກທຳອິດ ຂອງການຝຶກອົບຮົມຊຸດນີ້ແມ່ນກ່ຽວກັບປະເພດຂອງອາຊະຍາກຳ ແລະ ອາຊະຍາກຳທີ່ມີການຈັດຕັ້ງ. ວາລະໃນການກ່າວເປີດການຝຶກອົບຮົມແມ່ນດຳເນີນໂດຍ ທ່ານນາງ ບຸນໄທ ປັນແກ້ວ, ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ຈາກ ອອປສ ແລະ ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍສື່ສານ ແລະ ເລຂາທິການຄະນະບໍລິຫານສະຖາບັນ ILSTA. ບັນດາຜູ້ເຂົ້າຮ່ວມທັງ 65 ທ່ານຈາກອົງການໄອຍະການຂັ້ນສູນກາງ ແລະ ຂັ້ນແຂວງໄດ້ເຂົ້າຮ່ວມໃນການສົນທະນາ ແລະ ບົດບັນຍາຍ ດຳເນີນໂດຍ ທ່ານ ຄີດ ຟາກູຣາຊັນ, ຊ່ຽວຊານຈາກສະຖາບັນ ILSTA ແລະ ບັນດາຜູ້ແທນຈາກ ອອປສ. ການຝຶກອົບຮົມຊຸດນີ້ແມ່ນຈະຈັດຂຶ້ນລະຫວ່າງເດືອນ ຕຸລາ ຫາ ພະຈິກ ແລະ ຈະດຳເນີນໄປໂດຍມີການຝຶກອົບຮົມໃນຫຼາຍຫົວຂໍ້ອື່ນໆທີ່ກ່ຽວຂ້ອງກັບອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ.

Continue Reading

ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ຈັດຂຶ້ນທີ່ເມືອງໂພນສະຫວັນ, ແຂວງຊຽງຂວາງ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ຮວ່ມມືກັບ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຕ້ານການສໍ້ລາດບັງຫຼວງຂຶ້ນທີ່ເມືອງໂພນສະຫວັນ, ແຂວງ ຊຽງຂວາງ, ໂດຍໄດ້ເຕົ້າໂຮມເອົາບັນດາສານແຂວງຈາກ ຂັ້ນສູນກາງ, ແຂວງພາກເໜືອ ແລະ ອົງການກວດກາລັດ. ໃນວັນທີ 10 – 11 ຕຸລາທີ່ຜ່ານມາ, ກອງປະຊຸມຕ້ານການສໍ້ລາດບັງຫຼວງໄດ້ຖືກຈັດຂຶ້ນໂດຍຜ່ານການເປັນປະທານຮ່ວມຂອງ ຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ຄຳພັນ ບຸນພາຄົມ ແລະ ຫົວໜ້າຝ່າຍບໍລິຫານ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຈອນ ຄອນນໍລີ. ກອງປະຊຸມໄດ້ເຕົ້າໂຮມເອົາບັນດາຊ່ຽວຊານ ແລະ ຜູ້ພິພາກສາໃນການແລກປ່ຽນຂໍ້ມູນ ແລະ ຄວາມຮູ້ກ່ຽວກັບການສໍ້ລາດບັງຫຼວງ ແລະ ສາຍສຳພັນລະຫວ່າງ ການສໍ້ລາດບັງຫຼວງ ແລະ ການກະທຳຜິດທາງອາຍາປະເພດອື່ນໆເຊັ່ນການຟອກເງິນ, ໂດຍການເນັ້ນໃສ່ມາດຕະຖານສາກົນ ແລະ ການປະຕິບັດທີ່ດີທີ່ສຸດ ໂດຍສຸມໃສ່ບົດບັນຍັດຂອງອະນຸສັນຍາສະຫະປະຊາຊາດວ່າດວ້ຍການຕ້ານການສໍ້ລາດບັງຫຼວງ (UNCAC). ໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກວ່າ 60 ທ່ານ ຈາກສະຖາບັນ ILSTA […]

Continue Reading

ຄັ້ງທີສອງຂອງກອງປະຊຸມທາບທາມ ປະກອບຄໍາຄິດເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງ

ຄັ້ງທີສອງຂອງກອງປະຊຸມທາບທາມ ປະກອບຄໍາຄິດເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງ ໄດ້ຖືກຈັດຂຶ້ນ ທີ່ ເມືອງໂພນສະຫວັນ, ແຂວງ ຊຽງຂວາງ. ຜູ້ຕາງໜ້າຈາກແຂວງພາກເໜືອ ທີ່ມາຈາກສະມາຊິກສະພາແຂວງ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງຊຽງຂວາງ ໄດ້ເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມຄັ້ງນີ້ແມ່ນການເປັນປະທານຮ່ວມຂອງ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງຊຽງຂວາງ, ທ່ານ ເພັດສະໝອນ ພັນທະວົງ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ຄໍາພັນ ບຸນຜາຄົມ,​ ຮອງປະທານສານປະຊາຊົນສູງສຸດ, ທ່ານ ໄພວີ ສີບົວລີພາ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຈອນ ຄອນນໍລີ, ອໍານວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ. ເພື່ອເປັນການຕິດຕາມກອງປະຊຸມທາບທາມຄັ້ງທີ່ທຳອິດທີ່ໄດ້ຈັດຂຶ້ນທີ່ນະຄອນປາກເຊໃນເດືອນກໍລະກົດທີ່ຜ່ານມາ, ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ພ້ອມດວ້ຍ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ສືບຕໍ່ຈັດກອງປະຊຸມຄັ້ງທີສອງນີ້ ແລະ ໄດ້ລວມເອົາບັນດາຜູ້ຕາງໜ້າຈາກ 9 […]

Continue Reading

ການລົນນະລົງເຜີຍແຜ່ຄວາມຮູ້ ໂດຍຮ່ວມມືກັບ ສໍານັກງານຂໍ້ມູນຕ້ານ ການຟອກເງິນ ( AMLIO )

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ໄດ້ມີການລົນນະລົງເຜີຍແຜ່ຄວາມຮູ້ ໂດຍຮ່ວມມືກັບ ສໍານັກງານຂໍ້ມູນຕ້ານ ການຟອກເງິນ ( AMLIO ) ເພື່ອເຜີຍແຜ່ກົດລະບຽບ ກ່ຽວກັບການຄອບຄອງ ແລະ ການຂົນສົ່ງເງິນຕາ. ສໍານັກງານຕ້ານການຟອກເງິນ ໄດ້ມີການຕິດຕັ້ງປ້າຍຂໍ້ມູນ ຢູ່ຈຸດຕ່າງໆຕາມຊາຍແດນຂອງລາວ ໂດຍຕ້ອງມີການແຈ້ງເຕືອນຕໍ່ເຈົ້າ ໜ້າທີ່ກໍລະນີ ມີຂົນສົ່ງເງິນສົດຈໍານວນ 12.000 ໂດລາ ສະຫະລັດ ຫຼື ຫຼາຍກວ່າ ຫຼື ທຽບເທົ່າກັນໃນເງິນຕາສະກຸນອື່ນ. ປ້າຍຂໍ້ມູນແຈ້ງເຕືອນໄດ້ຖືກຕິດຕັ້ງຢູ່ ບໍ່ເຕັນ, ແຂວງຫຼວງນໍ້າທາ; ຂົວມິດຕະພາບແຂວງບໍ່ແກ້ວ; ຂົວມິດຕະພາບ ແຂວງຄໍາມ່ວນ; ເດີນບິນ ແຂວງຫຼວງພະບາງ, ບ້ານ ນໍ້າຊອຍ, ຫົວພັນ; ປາກຊັນ ແຂວງບໍລິຄໍາໄຊ; ບ້ານ ວາງເຕົາ, ປາກເຊ ແຂວງຈໍາປາສັກ.  

Continue Reading

ກອງປະຊຸມໄອຍາການເຂດສາມຫຼ່ຽມຄຳ ໄທ-ລາວ-ມຽນມາ ທີ່ຈັງຫວັດຊຽງຣາຍ, ວັນທີ 19-20 ກຸມພາ

ໃນວັນທີ 19-20 ກັນຍາ ທີ່ຜ່ານມາ, ທ່ານ ເສີດສັກ ຫິລັດສິຣິສົມບັດ ຮອງໄອຍາການສູງສຸດ, ທ່ານນາງ ລັດດາວັນ ສິນທຸລັກ ອະທິການບໍດີໄອຍາການສຳນັກງານຄຸ້ມຄອງສິດ ແລະ ຊວ່ຍເຫຼືອດ້ານກົດໝາຍແກ່ປະຊາຊົນ ແລະ ທ່ານ ຈຸມພົນ ພັນສຳລິດ ຮອງອະທິການບໍດີໄອຍາການ ສຳນັກງານຕ່າງປະເທດ ໄດ້ເຂົ້າຮວ່ມໃນກອງປະຊຸມ “ການເຊື່ອມໂຍງການຮ່ວມມືໃນການປົກປ້ອງສິດ, ເຜີຍແຜ່ຄວາມຮູ້ດ້ານກົດໝາຍ ແລະ ການຊ່ວຍເຫຼືອດ້ານກົດໝາຍໃຫ້ປະຊາຊົນໃນສະມາຄົມອາຊຽນ, ຈັດຂຶ້ນທີ່ຈັງຫວັດຊຽງຣາຍ” ໂດຍການສະໜັບສະໜູນຈາກກອງທຶນຍຸຕິທຳ, ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ປະເທດລຸກຊຳບວກ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນຂົງເຂດ. ໂຄງການດັ່ງກ່າວໄດ້ຮັບກຽດຈາກຜູ້ແທນສຳນັກງານໄອຍະສູງສຸດແຫ່ງປະເທດມຽນມາ (Union Attorney General’s Office), ໂດຍແມ່ນ ທ່ານ ເຕັງ ທຸນ (ທ່ານ Thein Tun), ໄອຍະການແຂວງທ່າຂີ້ເຫຼັກ ແລະ ທ່ານ ຈໍ່ ມຸຍ (ທ່ານ Kyaw Hmwe), ໄອຍະການແຂວງຊຽງຕຸງ […]

Continue Reading

ສະຖາບັນ ILSTA ໄດ້ຖືເປັນກຽດໄດ້ຮັບການຢ້ຽມຢາມ ໂດຍລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳຈາກປະເທດລຸກຊຳບວກ, ທ່ານນາງ Paulette Lenert

ໃນວັນທີ 10 ກັນຍາ ທີ່ຜ່ານມາ, ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການໄດ້ຖືເປັນກຽດໄດ້ຮັບການຢ້ຽມຢາມ ໂດຍລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳຈາກປະເທດລຸກຊຳບວກ, ທ່ານນາງ Paulette Lenert; ສະມາຊິກລັດຖະສະພາ, ທ່ານນາງ Lydia Mutsch, ທ່ານ Gusty Graas, ທ່ານ Sven Clement; ທ່ານທູດປະເທດລຸກຊຳບວກປະຈຳ ສປປ ລາວ, ທ່ານ Jean-Paul Senninger ແລະ ພ້ອມດວ້ຍ ຜູ້ອຳນວຍການຝ່າຍຮ່ວມມືດ້ານການພັດທະນາ, ກະຊວງການຕ່າງ ຈາກປະເທດລຸກຊຳບວກ ແລະ ຫົວໜ້າໂຄງການ LuxDev. ສະຖາບັນ ILSTA ໄດ້ຖືໂອກາດອັນດີນີ້ ໃນການຕ້ອນຮັບ ແລະ ສະເໜີກິດຈະກຳຂອງສະຖາບັນ, ຜົນໄດ້ຮັບ ແລະ ເປົ້າໝາຍໃນອານາຄົດ.

Continue Reading

ພິທີມອບຮັບປຶ້ມປະມວນກົດໝາຍອາຍາຂອງ ສປປ ລາວ, ວັນທີ 10 ກັນຍາ, ນະຄອນຫຼວງວຽງຈັນ

ທ່ານລັດຖະມົນຕີ Lenert ໄດ້ເຂົ້າຮວ່ມງານພິທິມອບ-ຮັບປື້ມປະມວນກົດໝາຍອາຍາຂອງ ສປປ ລາວ ໂດຍຮວ່ມມີ ພະນະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ເນເວັນ ມິມິຊາ, ຄະນະກໍາມາທິການເອີຣົບເພື່ອການຮວ່ມມືສາກົນ ແລະ ການພັດທະນາ. ທ່ານລັດຖະມົນຕີຈາກປະເທດລຸກຊໍາບວກໄດ້ກ່າວວ່າ ” ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ລັດຖະບານລາວ, ໂດຍສະເພາະແມ່ນວຽກງານຂອງກະຊວງຍຸຕິທຳ. ປະມວນກົດໝາຍອາຍາສະບັບນີ້ ແມ່ນຂີດໝາຍສຳຄັນສຳລັບ ສປປ ລາວ ໃນການກາຍເປັນລັດແຫ່ງກົດໝາຍ. ປະຈຸບັນນີ້ປະເທດລາວ ໄດ້ມີປະມວນກົດໝາຍອາຍາທີ່ຄົບຖ້ວນ ແລະ ທັນສະໄໝ ” ພ້ອມນັ້ນ, ທ່ານລັດຖະມົນຕີ Lenert ກໍໄດ້ຢັ້ງຢືນຕໍ່ຄຳໝັ້ນສັນຍາໄລຍະຍາວຂອງປະເທດລຸກຊໍາບວກ ໃນການສະໜັບສະໜູນດ້ານການປົກຄອງທີ່ດີ ແລະ ລະບົບສະຖາບັນທີ່ດີໃນລາວ. ທ່ານໄດ້ກ່າວຕື່ມວ່າ ” ການຝຶກອົບຮົມແກ່ຜູ້ປະຕິບັດກົດໝາຍເຊັ່ນ: ຜູ້ພິພາກສາ, ທະນາຍຄວາມ, ໄອຍະການ ແລະ ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບກົດໝາຍອາຍາສະບັບໃໝ່ ນີ້ແມ່ນສິ່ງທີ່ຂາດບໍ່ໄດ້ ແລະ ຂ້າພະເຈົ້າຍິນດີທີ່ຈະແຈ້ງໃຫ້ທ່ານຊາບວ່າວຽກງານທີ່ສຳຄັນນີ້ກຳລັງດຳເນີນຢູ່ໃນປະເທດລາວ, ໂດຍຜ່ານການຮ່ວມມືດ້ານການພັດທະນາຂອງປະເທດລຸກຊຳບວກ, ເຊິ່ງສະຖາບັນ ILSTA ໄດ້ກຳລັງເອົາໃຈໃສ່ໃນການຝຶກອົບຮົມຜູ້ຊ່ຽວຊານດ້ານກົດໝາຍໃນທົ່ວປະເທດ.” ໃນການມາຢ້ຽມຢາມປະເທດລາວຂອງ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ […]

Continue Reading

ກອງປະຊຸມສືບຕໍ່ຄັ້ງທີສາມ ພາຍໃຕ້ຫົວຂໍ້ “ ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ເເລະ ເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ” ຈັດຂຶ້ນທີ່ເມືອງທ່າແຂກ, ແຂວງຄຳມວ່ນ

ກອງປະຊຸມພາກພື້ນພາຍໃຕ້ຫົວຂໍ້ ” ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໂດຍສະເພາະບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ເເລະ ເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ”  ໄດ້ຖືກຈັດຂຶ້ນເປັນຄັ້ງທີສາມ, ຄັ້ງນີ້ຈັດຂຶ້ນທີ່ເມືອງທ່າແຂກ, ແຂວງຄຳມວ່ນ, ໃນວັນທີ 28 ຫາ 30 ສິງຫາ 2019, ເຊິ່ງເປັນການສະຫຼຸບຊຸດກອງປະຊຸມທົ່ວປະເທດ. ທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າອົງການໄອຍະປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນຄໍາປາໄສເປີດກອງປະຊຸມວ່າ ” ອາຊະຍາກຳທີ່ມີການຈັດຕັ້້ງ ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍໃນການແກ້ໄຂ, ອົງການບັງຄັບໃຊ້ກົດໝາຍ ຕ້ອງກຽມພອ້ມໃນການຮັບມືກັບບັນຫາດັ່ງກ່າວທີ່ເປັນໄພຂົ່ມຂູ່ຕໍ່ພົນລະເມືອງ ເຊັນດຽວກັນກັບຄວາມສະຫວັດດີພາບ ແລະ ຄວາມປອດໄພຂອງປະເທດ ” ປະທານອົງການຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາກທ໌ ໄດ້ກ່າວວ່າ ” ປັດຈຸບັນນີ້ ສປປ ລາວ ໄດ້ມີເຄື່ອງມືດ້ານນິຕິກຳ, ປະມວນກົດໝາຍອາຍາ, ກົດໝາຍວ່າດວ້ຍການດໍາເນີນຄະດີອາຍາ, ກົດໝາຍວ່າດວ້ຍການຕ້ານການຟອກເງິນ, ສິ່ງເສບຕິດ ແລະ ການຄ້າມະນຸດ, ແຕ່ການບັງຄັບໃຊ້ກົດໝາຍເຫຼົ່ານີ້ຍັງມີຄວາມສຳຄັນຫຼາຍ […]

Continue Reading

ກິດຈະກຳການລົນນະລົງສ້າງຈິດສຳນຶກກ່ຽວກັບກົດລະບຽບໃໝ່ເພື່ອຕ້ານການຟອກເງິນ

ສຳນັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ (ສນຕຟງ), ກົມພາສີ, ພອ້ມກັບສະຖາບັນຊວ່ຍ ເຫຼືອດ້ານກົດ ໝາຍ ແລະ ວິຊາການ (ILSTA), ໄດ້ດຳເນີນກິດຈະກຳໃນການລົນນະລົງ ແລະ ສ້າງຈິດ ສຳນຶກທົ່ວປະ ເທດ ກ່ຽວກັບການຟອກເງິນ ໂດຍການຕິດຕັ້ງປ້າຍໃຫ້ຂໍ້ມູນຈຳນວນໜຶ່ງຢູ່ໃນບັນດາຈຸດ ຂ້າມແດນໃນ ປະເທດລາວ ເພື່ອເປັນການສ້າງຄວາມສົນໃຈ ແລະ ໃຫ້ຄວາມຮູ້ແກ່ຜູ້ເດີນທາງ ແລະ ນັກ ທອ່ງທ່ຽວ ກ່ຽວກັບລະບຽບກົດໝາຍຂອງ ສປປ ລາວ ໃນການຄອບຄອງ ແລະ ຂົນສົ່ງເງິນຕາ. ປ້າຍຂໍ້ ມູນດັ່ງກ່າວນີ້ຈະ ຖືກນຳໄປວາງໄວ້ຕາມຈຸດກວດຄົນເຂົ້າ-ອອກປະເທດ, ເຊິ່ງງ່າຍແກ່ການສັງເກດ ແລະ ຊວ່ຍໃນການເຜີຍ ແຜ່ກົດລະບຽບ ແລະ ຂໍ້ມູນ. ທ່ານ ພອນສະຫວັນ ທຳມະສິດ, ຫົວໜ້າພະແໜກສືບສວນ-ສອບສວນ ແລະ ຕ້ານການຫຼີກລ້ຽງພາສີ, ກົມພາສີ, ກະຊວງການເງິນ,​ ທ່ານ ຈິນດາໄມ ວິໄລຫົງ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ຈາກທະນາຄານແຫ່ງ […]

Continue Reading