Archive | ຂ່າວສານ

ເປີດການບັນຍາຍ – ການບັງຄັບໃຊ້ ສິດຕໍ່ຊັບສິນທາງປັນຍາ ໃນ ສປປ ລາວ

ທ່ານ ດຣ. ສົມເດດ ແກ້ວວົງສັກ ເຊີ່ງເປັນອາຈານສອນພາກວິຊາກົດໝາຍມ ທີ່ຄະນະ ນິຕິສາດ ແລະ ລັດຖະສາດມ ຂອງ ມະຫາວິທະຍາໄລແຫ່ງຊາດລາວ. ທ່ານ ດຣ. ສົມເດດ ໄດ້ຮັບປະລີນຍາເອກ ທາງດ້ານ ສິດທິຊັບສິນທາງປັນຍາ.  ໃນວັນທີ 8 ເດືອນ ທັນວາ ທ່ານ ດຣ. ສົມເດດ ໄດ້ໃຫ້ການບັນຍາຍ ກ່ຽວກັບ ການບັງຄັບໃຊ້ ສິດຕໍ່ຊັບສິນທາງປັນຍາ ໃນ ສປປ ລາວ. ເຊີ່ງໃນຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຮັບຟັງ ຈຳນວນ 150 ທ່ານ. ນອກນີ້ການບັນຍາຍຂອງ ທ່ານ ດຣ. ສົມເດດ ໄດ້ລວມເອົາສິດທິ ທີ່ແຕກຕ່າງກັນ, ພັນທະທາງດ້ານກົດໝາຍ ແລະ ກົນໄກໃນການປະຕິບັດ ທີ່ເໝາະສົມກັບສະຖານທີ່ຕ່າງອີກດ້ວຍ.    

Continue Reading

ເປີດການບັນຍາຍ – ການລັກລອບເຄື່ອນຍ້າຍແຮງງານ

ຜ່ານການສືກສາໄດ້ສະແດງໃຫ້ເຫັນວ່າ: ການຄ້າມະນຸດ ສ່ວນຫລາຍແມ່ນການເຄື່ອນຍ້າຍທີ່ຜິດກົດໝາຍ ແລະ ການລັກລອບເຄື່ອນຍ້າຍແຮງງານ. 9,2 ລ້ານຄົນ ແມ່ນຖືກບັງຄັບແຮງງານ ໃນພາກພື້ນ ອາຊີປາຊີຟິກ. ໃນວັນທີ 27 ເດືອນພະຈິກ, ທ່ານ ຣິດຊາດ ຟິລິບພາດ (ILSTA) ໄດ້ຂື້ນບັນຍາຍກ່ຽວກັບ ການລັກລອບເຄື່ອນຍ້າຍແຮງງານ ແລະ ອົງປະກອບທີ່ເຊື່ອມຕໍ່ໄປເຖີງ ການຄ້າມະນຸດ.  ໂດຍສະເພາະກໍລະນີສືກສາ ທີ່ມີຄວາມໜ້າສົນໃຈ, ອົງການສະຫະປະຊາຊາດ ໄດ້ຈັດຕັ້ງສົນທິສັນຍາວ່າດ້ວຍອາສະຍາກຳ ແລະ ຂໍ້ຜູກມັດຂອງອານຸສັນຍາ; ອານຸສັນຍາວ່າດ້ວຍການລັກລອບເຄື່ອນຍ້າຍແຮງງານ ແລະ ອານຸສັນຍາວ່າດ້ວຍ ການຄ້າບຸກຄົນ. ໃນລະຫວ່າງການບັນຍາຍແມ່ນໄດ້ມີການວິເຄາະ ທີ່ເຮັດໃຫ້ເຫັນວ່າກົດໝາຍລາວກໍສາມາດກ້າວເຂົ້າສູ່ກົດໝາຍອາຊຽນເຊັນດຽວກັບປະເທດອື່ນໆໄດ້. ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍໃນຄັ້ງນີ້ 138 ຄົນ.

Continue Reading

ເປີດການບັນຍາຍ – ການຄຸ້ມຄອງສິດຜູ້ຖືກຫາໃນຂະບວນການຍຸຕິທຳທາງອາຍາ

ການເປີດບົດບັນຍາຍ ກ່ຽວກັບ ບັນຫາການຄຸ້ມຄອງສິດຜູ້ຖືກຫາໃນຂະບວນການຍຸຕິທຳທາງອາຍາ ສປປ ລາວ ໂດຍ ທ່ານ ດຣ. ພອນແສງ ຄູນທະວີດວງໃຈ, ຜູ້ທີ່ເປັນອາຈານສອນ ຢູ່ທີ່ພາກກົດໝາຍອາຍາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ລາວ. ທ່ານ ດຣ. ພອນແສງ ໄດ້ເຮັດບົດວິທະຍານິພົນປຣີນຍາເອກ ກ່ຽວກັບ ສິດບໍ່ໃຫ້ການເປັນປໍລະປັກແກ່ຕົນເອງຂອງຜູ້ຖືກຫາ, ສົມທຽບການຮຽນລະຫວ່າງ ກົດໝາຍລາວ ແລະ ໄທ, ຢູ່ທີ່ ມະຫາວິທະຍາໄລທຳມະສາດ ປະເທດໄທ ຈົບໃນປີ 2015.  

Continue Reading

ເປີດຊຸດບັນຍາຍ – ຄວາມຮັບຜິດຊອບທາງດ້ານກົດໝາຍອາຍາຂອງນິຕິບຸກຄົນ ຢູ່ໃນ ສປປ ລາວ

ການເປີດບັນຍາຍກ່ຽວກັບ ຄວາມຮັບຜິດຊອບທາງດ້ານກົດໝາຍອາຍາຂອງນິຕິບຸກຄົນ ຢູ່ໃນ ສປປ ລາວ ໂດຍ ທ່ານ ບຸນລ້ຽງ ວົງສຳພັນ ໃນວັນທີ 6 ເດືອນ ພະຈິກ ປີ 2015.  ທ່ານ ບຸນລ້ຽງ ແມ່ນເປັນອາຈານສອນພາກວິຊາກົດໝາຍອາຍາ ຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລາວ ແລະ ໄດ້ຂຽນກ່ຽວກັບຫົວຂໍ້ນີ້ ໃນເວລາເຮັດບົດປ້ອງກັນ ປຮິນຍາໂທ ຢູ່ທີ່ມະຫາວິທະຍາໄລທຳມະສາດ, ປະເທດໄທ. ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍເປັນຈຳນວນ 150 ທ່ານ.

Continue Reading

ການເຂົ້າຢ້ຽມຢາມຫ້ອງການ ILSTA ຂອງຄະນະຜູ້ແທນສະວິເດັນ

ຄະນະຜູ້ແທນຂອງສະວິເດັນຈຳນວນ 15 ທ່ານ, ຜູ້ທີ່ມີສ່ວນຮ່ວມໃນການຮ່ວມມືພັດທະນາລະຫວ່າງ ສະວິເດັນ ກັບ ປະເທດລາວ ໃນໄລຍະ 40 ປີທີ່ຜ່ານມາ, ໄດ້ມາຢ້ຽມຢາມຫ້ອງການ ILSTA ໃນປະເທດລາວ ແລະ ທີ່ໄດ້ຮັບການປັບປຸງຂະແໜງການທາງດ້ານກົດໝາຍໂດຍ ຮອງປະທານ ຂອງ ILSTA. ໃນຄະນະຜູ້ແທນທີ່ເຂົ້າມາຢ້ຽມຢາມຄັ້ງນີ້ໄດ້ລວມມີອະດິດຫົວໜ້າສະຖານທູດສະວິເດັນ ປະຈຳ ສປປ ລາວ 4 ທ່ານ ແລະ ນອນຢູ່ໃນພາກສ່ວນໜື່ງໃນການຢ້ຽມຢາມປະເທດລາວ ເປັນເວລາ ສອງອາທິດ.

Continue Reading

ພາກວິຊາ – ພາສາອັງກິດ ສຳລັບ ກົດໝາຍສາກົນ

ໃນເດືອນ ຕຸລາ – ເດືອນ ພະຈິກ ປີ 2015 ILSTA, ໃນການຮ່ວມມືກັບ ຄະນະຜູ້ແທນເອີລົບ ໃນ ສປປ ລາວ, ເພື່ອສຸມໃສ່ວິຊາພາສາອັງກິດສຳລັບກົດໝາຍສາກົນ ໂດຍມີຜູ້ຊຽວຊານທາງດ້ານກົດໝາຍຈຳນວນ 25 ທ່ານ ທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ແລະ ຄະນະສະພາແຫ່ງຊາດ.

Continue Reading

ກອງປະຊຸມ – ສະຖາບັນຍຸຕິທຳແຫ່ງຊາດ

ກອງປະຊຸມ ກ່ຽວກັບແບບການສິດສອນ ທີ່ຈັດຂື້ນໂດຍ ສະຖາບັນ ILSTA ເປັນເວລາ 2 ມື້ ແມ່ນວັນທີ 22 – 23 ໃນເດືອນ ຕຸລາ ປີ 2015, ເພື່ອຄູຝືກຂອງ ສະຖາບັນຍຸຕິທຳແຫ່ງຊາດ (NIJ). ເຊີ່ງມີຄູອາຈານເຂົ້າຮ່ວມລວມທັງໝົດ 25 ທ່ານ, ໃນນີ້ມີ ຄູອາຈານປະຈຳ ແລະ ແຂກຮັບເຊີນຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ໄດ້ແນໃສ່ການສິດສອນແບບຜູ້ຮຽນເປັນໃຈກາງ. ສະຖາບັນຍຸຕິທຳແຫ່ງຊາດ ແມ່ນສະຖາບັນທີ່ຮັບຜິດຊອບໃນການຝືກອົບຮົມຜູ້ພິພາກສາໃນອານາຄົດ, ໄອຍະການສານ ແລະ ສະມາຊິກສະພາທະນາຍ.

Continue Reading

ການເປີດຊູດບັນຍາຍ 2015

ຍີນດີຕ້ອນຮັບທູກທ່ານ ເຂົ້າຮ່ວມຮັບຟັງ ຊຸດບັນຍາຍເປີດກ້ວາງ ເຊິ່ງຈະຈັດຂື້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລາວ. ທຸກໆ ການບັນຍາຍແມ່ນເປີດກ້ວາງ ສຳລັບທຸກທ່ານ ບໍ່ວ່າຈະເປັນຊຽວຊານດ້ານກົດໝາຍ, ຄູອາຈານ, ນັກສືກສາ ແລະ ບຸກຄົນທົ່ວໄປທີ່ ມີຄວາມສົນໃຈກ່ຽວກັບກົດໝາຍ. Lecture series calendar

Continue Reading

ເປີດຊຸດບັນຍາຍ – ກົດລະບຽບຂອງກົດໝາຍ

ການເປີດການບັນຍາຍ ກ່ຽວກັບກົດລະບຽບຂອງກົດໝາຍ (RoL) ບັນຍາຍໂດຍ ທ່ານ ອີຣີກ ແຮກວິດສ໌ ຫົວໜ້າບໍລິຫານ ສະຖາບັນ ILSTA,  ໃນວັນທີ 20 ເດືອນ ຕຸລາ 2015. ບົດບັນຍາຍໄດ້ສະເໜີ ພາບລວມ ວ່າດ້ວຍ ແນວຄວາມຄິດໃນກົດລະບຽບຂອງກົດໝາຍ. ສປປ ລາວ ວ່າມີຄວາມມຸ່ງໝັ້ນໃນການສ້າງ ກົດລະບຽບຂອງກົດໝາຍ (RoL) ໃຫ້ບັນລຸຜົນພາຍໃນປີ 2020 – ໄດ້ມີການປືກສາຫາລືເພື່ອໃຫ້ໄດ້ຮັບໝາກຜົນທີ່ຈະແຈ້ງເພື່ອໃຫ້ບັນລຸຈຸດປະສົງນີ້. ຕໍ່ຄຳສັນຍາທີ່ ສປປ ລາວ ໄດ້ເຮັດ ໂດຍຜ່ານສົນທິສັນຍາສາກົນ, ກົດບັດອາຊຽນ ແລະ ລັດຖະທຳມະນູນລາວ ແມ່ນຫຍັງ? ການບັນຍາຍດັ່ງກ່າວຍັງໄດ້ຍົກເອົາປະຫວັດສາດຂອງ ກົດລະບຽບຂອງກົດໝາຍ RoL ແລະ ຄວາມແຕກຕ່າງກັນຂອງ ກົດລະບຽບຂອງກົດໝາຍ RoL ປະກອບເຂົ້າພ້ອມ.  

Continue Reading

ເປີດຊຸດບັນຍາຍ – ການຄ້າມະນຸດ

ໃນວັນທີ 2 ເດືອນ ກໍລະກົດ ປີ 2015 ໄດ້ມີການເປີດບັນຍາຍ ກົດໝາຍອາຍາວ່າດ້ວຍການຄ້າມະນຸດ ທີ່ໄດ້ຈັດຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ທີ່ນະຄອນຫລວງວຽງຈັນ. ໃນກອງປະຊຸມນີ້, ບໍ່ວ່າ ຜູ້ຊຽວຊານ ຫຼື ນັກສືກສາ ໄດ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ໂດຍຜ່ານ ກໍລະນີສືກສາ ສະເພາະໃນການຄ້າມະນຸດ ແລະ ຄວາມແຕກຕ່າງຈາກການກະທຳຜິດທາງດ້ານອາຍາອື່ນໆ, ໂດຍສະເພາະການລັກລອບເຄື່ອນຍ້າຍແຮງງານທີ່ຜິດກົດໝາຍ. ບົດບັນຍາຍທີ່ປະກອບມີການວິເຄາະແບບສົມທຽບກົດໝາຍພາຍໃນ ແລະ ສາກົນ. ການຄ້າມະນຸດແມ່ນມີການແຜ່ຂະຫຍາຍຢ່າງຫລວງຫລາຍ ແລະ ຮ້າຍແຮງ ຢູ່ໃນພາກພື້ນແມ່ນຳ້ຂອງ.

Continue Reading