Archive | ຂ່າວສານ

ຜູ້ຊະນະເລີດກິດຈະກຳຖາມ-ຕອບດ້ານກົດໝາຍໃນກອງປະຊຸມພາກພື້ນຄັ້ງທີສາມ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂໍສະແດງຄວາມຍິນດີກັບ ທ່ານ ແສນປະເສີດ ພົມມະລືຊາ, ໄອຍາການແຂວງຈຳປາສັກ ທີ່ເປັນຜູ້ຊະນະເລີດໃນກິດຈະກຳ ການແຂ່ງຂັນຖາມ-ຕອບ ຄວາມຮູ້ດ້ານກົດໝາຍ ໃນກອງປະຊຸມພາກພື້ນ ຈັດຂຶ້ນທີ່ນະຄອນປາກເຊ ໃນເດືອນພະຈິກທີ່ຜ່ານມາ. ກິດຈະກຳການແຂ່ງຂັນຖາມ-ຕອບຄວາມຮູ້ດ້ານກົດໝາຍ ແມ່ນເປັນໜຶ່ງໃນກິດຈະກຳທີ່ສຳຄັນໃນການປະເມີນຄວາມຮູ້ກ່ຽວກັບກົດໝາຍ, ເຊິ່ງໄດ້ຖືກຈັດຂຶ້ນໃນທຸກໆກອງປະຊຸມພາກພື້ນເພື່ອຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ຮ່ວມມືກັນຈັດໂດຍສະຖາບັນ ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ. ເເບບທົດສອບດັ່ງກ່າວນັ້ນແມ່ນປະກອບມີຄຳຖາມກ່ຽວກັບ ກົດໝາຍຫຼາຍຂໍ້ໂດຍເນັ້ນໃສ່ຫົວຂໍ້ກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ ແລະ ບັນດາຫົວຂໍ້ທີ່ຖືກນຳສະເໜີໃນກອງປະຊຸມ.

Continue Reading

ກິດຈະກຳການເຜີຍແຜ່ຂໍ້ມູນຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ໄດ້ດຳເນີນຄຽງຄູ່ໄປພ້ອມກັບກອງປະຊຸມພາກພື້ນຄັ້ງທີ 3 ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ຈັດຂຶ້ນໃນອາທິດແລ້ວນີ້ທີ່ນະຄອນປາກເຊ. ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA, ໄດ້ມອບປຶ້ມຄູ່ມືເຕັກນິກ, ໃບປິວຂໍ້ມູນຕ່າງໆໃນຫົວຂໍ້ກ່ຽວກັບກົດໝາຍທັງໝົດ ຫຼາຍກວ່າ 2,500 ສະບັບ ໃຫ້ແກ່ພະນັກງານລັດຖະກອນຈາກ ບັນດາແຂວງພາກໃຕ້ ແລະ ພາກກາງ, ໃນນັ້ນລວມມີ ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື, ຈຳປາສັກ ແລະ ວຽງຈັນ. ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານເພື່ອຕ້ານອາຊະຍາກຳທີ່ມີການຈັດຕັ້ງໃນຄັ້ງນີ້ ໄດ້ແຈກຍາຍເຄື່ອງມືທີ່ເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມພາກພື້ນຫຼາຍກ່ວາ 70 ທ່ານ ແລະ ກະຕຸ້ນການຊຸກຍູ້ໃນວຽກງານການໂຄສະນາເຜີຍແຜ່ຄວາມຮູ້ດ້ານກົດໝາຍ ຂອງບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າຈາກສານປະຊາຊົນໃນແຂວງຂອງພວກເຂົາ.

Continue Reading

ກອງປະຊຸມພາກພື້ນຄັ້ງທີສາມໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ກອງປະຊຸມພາກພື້ນຄັ້ງທີ 3 ກ່ຽວກັບການສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ສຸມ ໃສ່ການຟອກເງິນ, ການຄ້າມະນຸດ, ຫຼັກຖານໃນການດຳເນີນຄະດີອາຍາ ແລະ ການຮ່ວມມືສາກົນທາງດ້ານອາຍາ” ປະຈຸບັນກຳລັງດຳເນີນຢູ່ ນະຄອນປາກເຊ, ແຂວງຈຳປາສັກ ແຕ່ວັນທີ 23-25 ພະຈິກ. ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າຈາກສານປະຊາຊົນ ຈຳນວນຫຼາຍກວ່າ 70 ທ່ານຈາກແຂວງພາກໃຕ້ ໄດ້ເຂົ້າຮ່ວມຮັບຟັງໃນບົດນຳສະເໜີພາຍໃຕ້ຫົວຂໍ້ສຳຄັນຂອງກອງປະຊຸມ. ພາກສ່ວນຫຼັກຂອງວຽກງານໃນກອງປະຊຸມແມ່ນການສຸມໃສ່ການແລກປ່ຽນໃນພາກປະຕິບັດຜ່ານກໍລະນີສຶກສາ ແລະ ການຖ່າຍທອດປະສົບການ ກ່ຽວກັບ ຫົວຂໍ້ ການຄ້າມະນຸດ ແລະ ການຟອກເງິນ, ເຊິ່ງນຳພາໂດຍຊ່ຽວຊານຈາກສະຖາບັນ ILSTA. ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ໄດ້ເນັ້ນໜັກວ່າ “ການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ານກົດໝາຍ ແມ່ນມີຄວາມສຳຄັນຫຼາຍໃນການເພີ່ມທະວີ ການຮ່ວມມືລະຫວ່າງຝ່າຍຕ່າງໆ ເພື່ອຕໍ່ສູ້ກັບກຸ່ມອາຊະຍາກອນ ຂ້າມຊາດ. ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ຮຽກຮ້ອງໃຫ້ມີການຮ່ວມມືສາກົນຢ່າງຫ້າວຫັນ, ການແລກປ່ຽນທາງດ້ານຂະແໜງການ ແລະ ເຕັກນິກການສືບສວນທີ່ທັນສະໄໝ. ໃນຖານະເປັນຄູ່ພາຄີຂອງລັດຖະບານລາວ ສະຖາບັນ ILSTA ຈະສືບຕໍ່ໃຫ້ການສະໜັບສະໜູນການນຳໃຊ້ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ໃນ […]

Continue Reading

ການຮັບຮອງເອົາກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ

ສະຖາບັນ ILSTA ຂໍສະແດງຄວາມຍິນດີມາຍັງ ສະພາແຫ່ງຊາດລາວ ໃນການຮັບຮອງເອົາ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8. ການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນ ແລະ ກັນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຕ້ານອາຊະຍາ ກຳທີ່ມີການຈັດຕັ້ງ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະຖາບັນກັບປະເທດອື່ນໆ. ການຮັບຮອງເອົາກົດໝາຍດັ່ງກ່າວ ແມ່ນບາດກ້າວທີ່ສຳຄັນ ໃນການປະເມີນຜົນຂອງກຸ່ມການຮ່ວມມືເພື່ອຕ້ານການຟອກເງິນ ອາຊີ-ປາຊີຟິກ (APG) ທີ່ຈະມາເຖິງໃນຕໍ່ໜ້າ. ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແມ່ນເຄື່ອງມືທີ່ຈຳເປັນແກ່ ອົງການບັງຄັບໃຊ້ດ້ານກົດໝາຍແຫ່ງຊາດໃນການພົວພັນກັບຄູ່ຮ່ວມງານຕ່າງປະເທດ ແລະ ການປະຕິບັດໜ້າທີ່ຮ່ວມກັນໃນການຕ້ານການເຄື່ອນໄຫວຂອງອາຊະຍາກຳຂ້າມຊາຍແດນ. ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນໃນການສ້າງກົດໝາຍໃຫ້ມີຄວາມຈະແຈ້ງ ແລະ ຈະສືບຕໍ່ສະໜັບສະໜູນ, ພ້ອມທັງ ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກແກ່ຜູ້ປະຕິບັດງານໃນລະດັບປະເທດ ແລະ ພາກພື້ນ ໃນຄະດີອາຍາ ແລະ ຄະດີແພ່ງເພື່ອປະຕິບັດກົດໝາຍໃຫ້ມີປະສິດຕິຜົນ.

Continue Reading

ການຮ່ວມມືໃນກິດຈະກຳເສີມຂະຫຍາຍຂໍ່ມູນເພື່ອຕ້ານການສໍ້ລາດບັງຫຼວງຂອງ ສະຖາບັນ ILSTA, ອົງການກວດກາລັດຖະບານ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

ຕົວແທນຈາກກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດວ້ຍ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ພົບປະກັບ ທ່ານ ລິຊາດ ພິລິບປາກ, ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນກິດຈະກຳເສີມຂະຫຍາຍຂໍ່ມູນເພື່ອຕ້ານການສໍ້ລາດບັງຫຼວງ. ສະຖາບັນ ILSTA ຮູ້ສຶກເປັນກຽດ ທີ່ໄດ້ຮ່ວມມືຄຽງຄູ່ກັບອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ ໃນການສະໜັບສະໜຸນ ໂປດສເຕີ ຈຳນວນ 200 ແຜ່ນກ່ຽວກັບ 4 ຮູບແບບຂອງການສໍ້ລາດບັງຫຼວງ ແລະ ມອບວິດີໂອສັ້ນໃຫ້ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ກົມກວດກາ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເພື່ອເປັນເຄື່ອງມືໃນກິດຈະກຳການຕ້ານການສໍ້ລາດບັງຫຼວງໃນອານາຄົດຂ້າງໜ້າ. ສະຖາບັນ ILSTA ຈະສືບຕໍ່ພັດທະນາສາຍສຳພັນອັນດີ, ການຮ່ວມມື ແລະ ການສະໜັບສະໜຸນ ຄູ່ພາຄີຂອງພວກເຮົາ ແລະ ບັນດາໜ່ວຍງານຕ່າງໆໃຫ້ບັນລຸເປົ້າໝາຍໃນການຕ້ານການສໍ້ລາດບັງຫຼວງໃນ ສປປ […]

Continue Reading

ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ໃນວັນທີ 9 ພະຈິກ ທີ່ຜ່ານມາ, ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໄດ້ດຳເນີນຂຶ້ນທີ່ ນະຄອນປາກເຊ, ແຂວງຈຳປາສັກ. ທ່ານ ຈອນ ຄອນນໍລີ, ອຳນວຍການຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ມອບປື້ມຄູ່ມືເຕັກນິກ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 1,500 ສະບັບ ໃຫ້ແກ່ຕາງໜ້າຜູ້ພິພາກສາ ຈາກ 9 ແຂວງພາກກາງ ແລະ ໃຕ້, ທີ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ”. ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ຂອງສະຖາບັນ ILSTA ໃນຄັ້ງນີ້ ບໍ່ພຽງແຕ່ເປັນການແຈກຢາຍອຸປະກອບໃຫ້ຂໍ້ມູນທີ່ເປັນປະໂຫຍດພຽງແກ່ຜູ້ເຂົ້າຮ່ວມ 75 ທ່ານ ໃນການອົບຮົມທີ່ນະຄອນປາກເຊເທົ່ານັ້ນ, ແຕ່ຍັງເປັນການສະໜັບສະໜຸນ ໃນກິດຈະກຳການເຜີຍແຜ່ຂໍ້ມູນດ້ານກົດໝາຍຂອງບັນດາຜູ້ພິພາກສາ ໃນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ວຽງຈັນ, ຈຳປາສັກ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ອີກດ້ວຍ.

Continue Reading

ການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ

ສານປະຊາຊົນສູງສຸດ ພ້ອມດວ້ຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືຈັດການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ” ທີ່ນະຄອນປາກເຊ, ແຂວງຈຳປາສັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຂວາງ ທະວີສັກ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມພິດ ຊິນນິຈັກ, ປະທານສານປະຊາຊົນພາກໃຕ້ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA.​ ການເຝິກອົບຮົມໄດ້ເຕົ້າໂຮມເອົາບັນດາຜູ້ພິພາກສາ ຈຳນວນ 75 ທ່ານ, ຈາກທັງໝົດ 9 ແຂວງພາກກາງ ແລະ ໃຕ້, ລວມມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ການບັນຍາຍໃນຫົວຂໍ້ກ່ຽວກັບ ການຟອກເງິນ ແລະ ການກະທຳຜິດຕົ້ນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂຽນຮ່າງຄຳຕັດສິນຂອງສານ ໄດ້ຖືກນຳສະເໜີໂດຍ […]

Continue Reading

ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມວນ

ສະຖາບັນ ILSTA ໄດ້ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງໃນອາທິດແລ້ວນີ້ ທີ່ແຂວງຄຳມວນ. ໃນກິດຈະກຳດັ່ງກ່າວ, ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບ ກິດຈະກຳທາງອອນລາຍ, ວິດິໂອຕົວຢ່າງສານຈຳລອງ ແລະ ພື້ນທີ່ໃນການຮັບຊົມບົດບັນຍາຍທາງອອນລາຍ ກ່ຽວກັບຫົວຂໍ້ດ້ານກົດໝາຍ ໃຫ້ແກ່ພະນັກງານລັດ ຈາກ 6 ແຂວງພາກກາງ. ປື້ມຄູ່ມືເຕັກນິກ, ປະມວນກົດໝາຍອາຍາ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 3800 ສະບັບ ໃນຫົວຂອງກອງປະຊຸມພາກພື້ນກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ” ໄດ້ຖືກແຈກຢາຍໃຫ້ແກ່ເຈົ້າໜ້າທີ່ເຂົ້າຮ່ວມໃນກອງປະຊຸມທີ່ເມືອງທ່າແຂກ.

Continue Reading

ກອງປະຊຸມພາກພື້ນຄັ້ງທີສອງກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມ່ວນ

ເຈົ້າໜ້າທີ່ລະດັບສູງຈາກ 6 ແຂວງພາກກາງ, ລວມມີຫ້ອງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະພາທະນາຍຄວາມລາວ, ໄດ້ເຕົ້າໂຮມກັນຢູ່ເມືອງທ່າແຂກ, ແຂວງຄຳມ່ວນ ໃນວັນທີ 13 ຫາ 15 ຕຸລາ ໃນກອງປະຊຸມພາກພື້ນຄັ້ງທີສອງ ຂອງອອປສ ແລະ ສະຖາບັນ ILSTA ກ່ຽວກັບ “ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໂດຍສຸມໃສ່ບັນຫາການຟອກເງິນ, ການຄ້າມະນຸດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ“. ກອງປະຊຸມພາກພື້ນຄັ້ງທີສອງຂອງປີ 2020 ນີ້ແມ່ນຈັດຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຍັງ ຈັນດາລາສານ, ຮອງປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮິດຊາດ ຟີລິບປາກ, ປະທານສະຖາບັນ ILSTA. ທ່ານ ບຸນຍັງ ຈັນດາລາສານ ໄດ້ຍົກໃຫ້ເຫັນວ່າ“ ອາຊະຍາກຳທີ່ມີການຈັດຕັ້ງ, ໂດຍສະເພາະການຟອກເງິນ, ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດຂອງຊາດ ແລະ ທົ່ວໂລກ. ໃນຍຸກໂລກາພິວັດນີ້, ກຸ່ມອາຊະຍາກອນ ໄດ້ຊອກຫາທຸກວິທີທາງເພື່ອແຊກແຊງໃນລະບົບເສດຖະກິດ ແລະ ເພື່ອຜົນປະໂຫຍດແກ່ຕົນເອງ. […]

Continue Reading

ການເຜີຍແຜ່ຂໍ້ມູນດ້ານກົດໝາຍໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ

ກິດຈະກຳການເຜີຍແຜ່ຂໍ້ມູນດ້ານກົດໝາຍໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໄດ້ຖືກຈັດຂຶ້ນທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດ. ໃນຕອນເຊົ້າຂອງມື້ນີ້, ປະທານສະຖາບັນ ILSTA, ທ່ານ ລິຊາດ ຟິລິບປາກ ໄດ້ມອບປຶ້ມປະມວນກົດໝາຍອາຍາ ຈຳນວນ 70 ຫົວ, ພ້ອມດ້ວຍ ໃບປິວ ແລະ ປຶ້ມຄູ່ມືດ້ານກົດໝາຍ ໃນຫົວຂໍ້ກ່ຽວກັບ ການຕ້ານການສໍ້ລາດບັງຫຼວງ, ການຄ້າມະນຸດ ແລະ ປະເພດຂອງອາຊະຍາກຳທີ່ມີການຈັດຕັ້ງ ຈຳນວນ 770 ສະບັບ ໃຫ້ແກ່ບັນດາຜູ້ພິພາກສາສານປະຊາຊົນເຂດ ທີ່ມາຈາກທົ່ວປະເທດ. ກິດຈະກຳການເຜີຍແຜ່ຂໍ້ມູນຂອງສະຖາບັນ ILSTA ແມ່ນຖືວ່າເປັນອົງປະກອບຫຼັກໃນການສະໜັບສະໜູນໃນການສືບຕໍ່ເຜີຍແຜ່ຂໍ້ມູນຂອງບັນດາຜູ້ເຂົ້າຮ່ວມເອງ ໃນຂົງເຂດຂອງຕົນພາຍຫຼັງສຳເລັດການຝຶກອົບຮົມ.

Continue Reading