Archive | ຂ່າວສານ

ການບັນຍາຍເປີດກ່ຽວກັບ ພັນທະດ້ານພາສີອາກອນສຳລັບພົນລະເມືອງລາວ

ໂດຍການສະໜັບສະໜຸນ ຂອງສະຖາຍບັນ ILSTA ທ່ານ ສຸລິຍັນ ລຸນຈັນທາ ອາຈານອາວຸໂສ ຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທັງເປັນຫົວໜ້າ ໂຄງການກົດໝາຍເພື່ອປະຊາຊົນ ໄດ້ໃຫ້ກຽດບັນຍາຍເປີດກ້ວາງໃນຫົວຂໍ້ ‘ພັນທະດ້ານ ພາສີອາກອນ ສຳລັບພົນລະເມືອງລາວ’ ໃນວັນທີ່ 10 ພຶດສະພາ 2017. ການບັນຍາຍເປີດກ້ວາງດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈສູງ, ມີການປະກອບສ່ວນຢ່າງຄືກຄື້ນ ແລະ ມີຜູ້ເຂົ້າຮ່ວມຮັບຟັງຈຳນວນຫຼາຍ ເຊິ່ງທ່ານ ສຸລິຍັງ ໄດ້ນຳສະເໜີທິດສະດີ ກ່ຽວກັບພັນທະດ້ານອາກອນ ແລະ ພາສີ. ການບັນຍາຍດັ່ງກ່າວໄດ້ນຳສະເໜີ ອາກອນປະເພດຕ່າງໆ, ທັງອາກອນທາງກົງ ແລະ ອາກອນທາງອ້ອມທີ່ນຳໃຊ້ຢູ່ໃນ ລາວ ລ້ວນແຕ່ໄດ້ຮັບການນຳສະເໜີ ແລະ ເອື້ອອຳນວຍໃຫ້ຜູ້ເຂົ້າຮ່ວມ ໄດ້ພິຈາລະນາເຖິງ ສາເຫດທີ່ຕ້ອງມີອາກອນຮູບແບບຕ່າງໆ. ກາລະໂອກາດ ແລະ ສິ່ງທ້າທາຍໃນລະບົບອາກອນຂອງລາວກໍ່ໄດ້ຮັບການນຳສະເໜີ. ຖ້າປະເມີນຕາມການສົນທະນາ ແລກປ່ຽນຢ່າງຄຶກຄື້ນແລ້ວ ຖືວ່າການບັນຍາຍເປີດຄັ້ງນີ້ ແມ່ນໄດ້ຮັບຄວາມເພິ່ງພໍໃຈສູງ.

Continue Reading

ພະນັກງານບັງຄັບໃຊ້ກົດໝາຍ ບັນດາແຂວງພາກເໜືອ ໄດ້ຮັບການຝຶກອົບຮົມ ການຕໍ່ຕ້ານ ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ

ສະຖາບັນ ILSTA ຮ່ວມກັບ ອົງການໄອຍາການປະຊາຊົນສູງສຸດ ໄດ້ສືບຕໍ່ຈັດຝຶກອົບຮົມ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ ໂດຍເນັ້ນໃສ່ ການຈຳແນກປະເພດອາຊະຍາກຳ, ການຄ້າມະນຸດ ແລະ ການລັກລອບນຳຄົນເຂົາອອກເມືອງຜິດກົດໝາຍ. ການຝຶກອົບຮົມນີ້ໄດ້ຮັບການຊ່ວຍເຫຼືອທາງການເງິນຈາກ ກະຊວງການເງິນ ລຸກຊຳບວກ ແລະ ໄດ້ຮັບການເປີດຂຶ້ນຮ່ວມກັນໂດຍ ທ່ານ ບຸນຍັງ ຈັນດາລາສານ ຮອງປະທານອົງການໄອຍາການປະຊາຊົນສູງສຸດ ແລະ ທ່ານ ຣິຊາດ ຟິລີບປາດ ຫົວໜ້າສະຖາບັນ ILSTA ແລະ ເຂົ້າຮ່ວມໂດຍ ພະນັກງານທີ່ມາຈາກ ອົງການໄອຍາການປະຊາຊົນ, ພະແນກ ປ້ອງກັນຄວາມສະຫງົບແຂວງ ທີ່ມາຈາກ ສີ່ ແຂວງ ພາກເໜືອ: ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ຮວມທັງ ພະນັກງານ ຈາກອົງການໄອຍະການສູງສຸດ ແລະ ຊ່ຽວຊານຈາກ ສະຖາບັນ ILSTA ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ. ແນວຄິດລິເລີ່ມນີ້ແມ່ນສ່ວນໜຶ່ງຂອງ ຊຸດຝຶກອົບຮົມ […]

Continue Reading

ສະຖາບັນອີນສຕາສະໜັບສະໜູນການປຶກສາຫາລື ຮ່າງໂຄງສ້າງຄູ່ມືການຕ້ານການສໍ້ລາດບັງຫຼວງ

ຫ້ອງການກວດກາມະຫາວິທະຍາໄລແຫ່ງຊາດລາວ ໂດຍໄດ້ຮັບການສະໜັບສະໜຸນຈາກ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງໂຄງສ້່າງ ປຶ້ມຄູ່ມືການຕໍ່ຕ້ານການສໍລາດບັງຫຼວງ, ເຊິ່ງຈະໄດ້ຮັບການພັດທະນາໃຫ້ກາຍເປັນ ປຶ້ມຄູ່ມືເພື່ອການຮຽນການສອນໃນຫົວຂໍ້ດັ່ງກ່າວໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ພາຍຫຼັງຮ່າງດັ່ງກ່າວໄດ້ຮັບຄວາມເຫັນດີໂດຍຄະນະກຳມະການຮ່າງ. ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ຮສຈ ປອ ອຸດົມ ພອນຄຳເພງ ປະທານກວດກາ ແລະ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ເຂົ້າຮ່ວມໂດຍ ຄະນະກຳມະການຮ່າງປື້ມຄູ່ມື, ຕາງໜ້າອົງການລັດຖະບານ ແລະຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ຈຳນວນສີບກ່ວາທ່ານ. ເປົ້າໝາຍຂອງການປຶກສາຫາລືໃນຄັ້ງນີ້ກໍເພື່ອ ອຳນວຍຄວາມສະດວກໃຫ້ແກ່ຄະນະກຳມາທິການຮ່າງປື້ມຄູ່ມື ສາມາດປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ໃຫ້ຄຳແນະນຳ ເຂົ້າໃນໂຄງສ້າງ ປື້ມຄູ່ມືກ່ຽວກັບການຕ້ານການການສໍ້ລາດບັງຫຼວງ, ເຊິ່ງຈະຖືກພັດທະນາເປັນປື້ມນຳໃຊ້ເຂົ້າໃນການສອນ ແລະ ການຮຽນ ໃນທຸກຄະນະວິຊາຂອງມະຫາວິທະຍາໄລແຫ່ງຊາດ. ນອກນີ້ໃນປີຜ່ານມາ ສະຖາບັນ ILSTA ໄດ້ສະໜັບສະໜຸນ ການຈັດຝຶກອົບຮົມໄລຍະສາມວັນ ສຳລັດພະນັກງານກວດກາ ທີ່ເຮັດວຽກໃນຄະນະຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ. ການຝຶກອົບຮົມດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ສຸມໃສ່ ການຍົກສູງການປ້ອງກັນ ແລະ […]

Continue Reading

ກອງປະຊຸມລະດັບຊາດຈະໄດ້ຈັດຂຶ້ນທຸກໆປີ

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ(OSPP)  ຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ແລະ ຄູ່ຮ່ວມມືສາກົນຈາກ ລຸກຊຳບວກ ແລະ ການາດາ, ໄດ້ຈັດກອງປະຊຸມລະດັບຊາດ ຄັ້ງທຳອິດຂຶ້ນເພື່ອຈຸດປະສົງ ຕອບໂຕ້ໄພຂົ່ມຂູ່ສາກົນ ຈາກການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ. ກອງປະຊຸມຄັ້ງນີ້ໄດ້ເຊີນບັນດາ ພະນັກງານໄອຍະການ, ຕຸລາການ ແລະ ຕໍາຫຼວດ ຈາກ 17 ແຂວງຂອງລາວ ເຂົ້າຮ່ວມເພື່ອຍົກສູງການປະສານຮ່ວມມື ແລະ ຄວາມພະຍາຍາມຮ່ວມກັນ ຕໍ່ສູ້ກັບໄພຂົ່ມຂູ່ທີ່ຮ້າຍແຮງເຫຼົ່ານີ້ ທີ່ມີຕໍ່ສັງຄົມ. ທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ນີ້ແມ່ນກອງປະຊຸມຄັ້ງທໍາອິດ ທີ່ໄດ້ເຊີນເອົາ ບັນດາອົງການຈັດຕັ້ງບັງຄັບໃຊ້ກົດໝາຍທີ່ສຳຄັນ ມາຈາກທຸກໆແຂວງ ຮວມທັງຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳ ເພື່ອຮ່ວມກັນແກ້ໄຂບັນຫາທີ່ມີຄວາມເຊື່ອມໂຍງການນີ້. ທ່ານກ່າວຕື່ມອີກວ່າ: ມັນມີຄວາມສຳຄັນຫຼາຍທີ່ຈະຕ້ອງໄດ້ວິເຄາະບັນຫາເຫຼົ່ານີ້ຮ່ວມກັນ ແລະ ຖອດຖອນບົດຮຽນ ກ່ຽວກັບວິທີປະຕິບັດທີ່ດີສຸດ ໃນການຕໍ່ຕ້ານສິ່ງທ້າທາຍເລົ່ານີ້. ເນື່ອງຈາກວ່າ ກະແສໂລກາພິວັດເພີ່ມຂຶ້ນ, ອາຊະຍາກຳຂ້າມຊາດ […]

Continue Reading

ຊຸດບັນຍາຍເປີດກ້ວາງ ປະຈຳປີ 2017 ພາກທີ1

ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA ຮ່ວມກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດຊຸດບັນຍາຍເປີດກ້ວາງແຕ່ປີ 2015 ເປັນຕົ້ນມາ, ເຊິ່ງໄດ້ເຊີນເອົາ ບັນດາວິຊາການແຖວໜ້າ ແລະ ຊ່ຽວຊານດ້ານກົດໝາຍໃນລາວ ຈາກພາກລັດ ແລະ ເອກະຊົນ ເພື່ອແບ່ງປັນປະສົບການກັບນັກສຶກສາ ແລະ ຄູອາຈານ. ທຸກທ່ານສາມາດເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນຄຳເຫັນ ໃນຊຸດບັນຍາຍເປີດກ້ວາງ, ເຊິ່ງຈະໃຊ້ເວລາປະມານ 1.30 ຊົ່ວໂມງ ຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ, ປຶກສາຫາລື ແລະ ຖາມ-ຕອບ. ການບັນຍາຍແມ່ນຈະໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຕຶກ L ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຕັ້ງຢູ່ບ້ານດອນນົກຂຸ້ມ. ນັກສຶກສາ, ຄູອາຈານ, ຊ່ຽວຊານດ້ານກົດໝາຍ ແລະ ທຸກທ່ານທີ່ສົນໃຈສາມາດເຂົ້າຮ່ວມການບັນຍາຍເປີດຄັ້ງຕໍ່ໄປໄດ້, ເຊິ່ງຈະຈັດຂຶ້ນໃນຫົວຂໍ້: ‘ພັນທະດ້ານພາສີ ອາກອນຂອງປະຊາຊົນລາວ’ ໃນວັນທີ 10 ພຶດສະພາ 2017 ເລີ່ມແຕ່ເວລາ […]

Continue Reading

ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວເຂົ້າຮ່ວມຮັບຟັງການບັນຍາຍກ່ຽວກັບການລະເມີດ

ນັກສຶກສາ ແລະ ຄູອາຈານ ຄະນະນິຕິສາດ ແລະ ລັດຖະສາດ ຫຼາຍກ່ວາ 100 ຄົນ ໄດ້ເຂົ້າຮ່ວມຮັບຟັງ ການບັນຍາຍເປີດກ້ວາງ ຫົວຂໍ້ການລະເມີດ ໃນຂອບກົດໝາຍຂໍ້ຜູກພັນນອກສັນຍາ ເຊິ່ງນຳສະເໜີໂດຍ ທ່ານ ອາຈານ ວິໄຊ ສີຫາປັນຍາ ຫົວໜ້າພາກວິຊາກົດໝາຍແພ່ງ ຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ. ການບັນຍາຍເປີດກ້ວາງດັ່ງກ່າວ ຈັດຂຶ້ນພາຍໃຕ້ກອບ ຊຸດບັນບາຍເປີດກ້ວາງໃນຫົວຂໍ້ສະເພາະຕ່າງໆ ດ້ານກົດໝາຍ ທີ່ໄດ້ຮັບການສະໜັບສະໜຸນໂດຍ ສະຖາບັນ ILSTA, ເຊິ່ງໄດ້ເຊີນເອົາ ບັນດາວິຊາການແຖວໜ້າ ແລະ ຊ່ຽວຊານດ້ານກົດໝາຍໃນລາວ ຈາກພາກລັດ ແລະ ເອກະຊົນ ເພື່ອແບ່ງປັນປະສົບການກັບນັກສຶກສາ ແລະ ຄູອາຈານ. ນອກນີ້ ກໍ່ເພື່ອເຮັດໃຫ້ຊຸດບັນຍາຍເປີດກ້ວາງນີ້ກາຍເປັນເວທີ ໃນການແລກປ່ຽນຄວາມຄິດເຫັນ ແລະ ໂຕ້ວາທີ ດ້ານກົດໝາຍ. ຖ້າທ່ານຕ້ອງການເຂົ້າຮ່ວມການບັນຍາຍເປີດກວ້າງຄັ້ງຕໍ່ໄປ, ທ່ານສາມາດຕິດຕາມແຜນຂອງພວກເຮົາໄດ້ທີ່ at www.facebook.com/ilsta.org ຫຼື ທີ່ www.ilsta.org

Continue Reading

ການຝຶກອົບຮົມຄູຝຶກ

ອົງການຈັດຕັ້ງສາກົນສຳລັບການຍ້າຍຖີ່ນຖານ (IOM) ແລະ ລັດຖະບານສະຫະລັດອາເມລິກາ ໄດ້ສະໜັບສະໜຸນການຈັດ “ຝຶກອົບຮົມຄູຝືກ” ສຳລັບພະນັກງານໄອຍະການອາວຸໂສ ຂອງ ສປປລາວ ເປັນເວລາ ສີ່ວັນ ແຕ່ວັນທີ ທີ 13 -16 ເດືອນ ມີນາ 2016 ທີ່ ທ່າລາດ, ແຂວງວຽງຈັນ. ສະຖາບັນ ILSTA ໄດ້ນຳສະເໜີ ຫົວຂໍ້ການຕໍ່ຕ້ານການຄ້າມະນຸດ ໃນວັນທີ 15 ມີນາ, ເຊິ່ງເປັນການນຳສະເໜີ ທີ່ເຕັ້ມໄປດ້ວຍການປະກອບຄຳເຫັນແລກປ່ຽນຢ່າງຫ້າວຫັນ ແລະ ໄດ້ທົບທວນຄືນບັນດາບົດບັນຍັດຕ່າງໆ ໃນກົດໝາຍ ສາກົນ ແລະ ກົດໝາຍພາຍໃນປະເທດ ທີ່ມີໄວ້ ເພື່ອຕໍ່ສູ້ກັບ ແລະ ປາບປາມການຄ້າມະນຸດ. ນອກນີ້ຍັງໄດ້ນຳໃຊ້ ກໍລະນີສຶກສາ ເພື່ອຮ່ວມກັນຄົ້ນຄົ້ວ ວ່າບັນດານິຕິກຳຕ່າງໆ ທີ່ມີຢູ່ແລ້ວນັ້ນສາມາດນຳໃຊ້ ໃນພາກປະຕິບັດຕົວຈິງຄືແນວໃດແດ່.

Continue Reading

ບັນຍາຍເປີດກ້ວາງ ຫົວຂໍ້: ‘ການຕ້ານການຄ້າມະນຸດ’

ການບັນຍາຍເປີດກ້ວາງຫົວຂໍ້ ‘ການຕ້ານການຄ້າມະນຸດ’ ນຳສະເໜີໂດຍ ທ່ານ. ຄຳປານ ໄຊຍະວົງ ຈາກກົມຕ້ານການຄ້າມະນຸດ ຂອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 15 ມີນາ ປີ2017 ທີ່ຜ່ານມານີ້. ທ່ານ ຄຳປານ ໄດ້ນຳສະເໜີ ຫຼາຍບັນຫາ, ເລີ່ມຕົ້ນດ້ວຍເຫດ ເຮັດໃຫ້ເກີດມີການຄ້າມະນຸດຫຼາຍກໍລະນີ ຢູ່ໃນ ສປປ ລາວ, ກຸ່ມຄົນທີ່ມັກຕົກເປັນຜູ້ເຄາະຮ້າຍ ແລະ ຈຸດຈົບຂອງພວກເຂົາ, ຍຸດທະວິທີ ທີ່ພວກຄ້າມະນຸດມັກຈະນຳໃຊ້ ໃນການຫຼອກລວງ ແລະ ຄວບຄຸມຜູ້ເຄາະຮ້າຍ, ພ້ອມທັງບົດບັນຍັດຕ່າງໆໃນກົດໝາຍທີ່ກ່ຽວຂ້ອງ ແລະ ວິທີການແຈ້ງໃຫ້ໜ່ວຍງານຮັບຜິດຊອບຮັບຊາບ ເພື່ອຂໍຄວາມຊ່ວຍເຫຼືອ ໃນກໍລະນີພົບພໍ້ ການຄ້າມະນຸດ. ການນຳສະເໜີ ໄດ້ຮັບຄວາມສົນໃຈສູງ ແລະ ມີການແລກປ່ຽນທີ່ຫ້າວຫັນ ຕິດຕາມດ້ວຍພາກຖາມຕອບ ຢ່າງມີບັນຍາກາດ.

Continue Reading

ILSTA ໄດ້ຮັບໃບຍ້ອງຍໍ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ຖືເປັນກຽດຢ່າງສູງ ທີ່ໄດ້ຮັບໃບຍ້ອງຍໍ ຈາກ ອົງການໄອຍະການປະຊາຊົນສູງສຸດ (OSPP) ຂອງ ສປປ ລາວ ໃນວັນສຸກ ທີ 10 ມີນາ 2017  ທີ່ຜ່ານມານີ້. ທ່ານ. ໄຊຊະນະ ໂຄດພູທອນ ຮອງຫົວຫນ້າ ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບໃບຍ້ອງຍໍ ໃຫ້ກັບ ທ່ານ. ຣິດຊາດ ຟີລີບປາກ ຫົວໜ້າ ສະຖາບັນ ILSTA ເພື່ອເປັນການຍົກຍ້ອງ ເຖິງຄຸນງາມຄວາມດີ ສຳລັບການຊ່ວຍເຫຼືອຂອງ ສະຖາບັນ ILSTA ໃນຖານະເປັນຜູ້ນຳໜ້າ ໃນການສະໜອງການຊ່ວຍເຫຼືອແກ່ຂະແໜງກົດໝາຍ ໃນ ສປປ ລາວ. ພິທີມອບ-ຮັບ ໃບຍ້ອງຍໍຢ່າງເປັນທາງການ ດັ່ງກ່າວ ຈັດຂຶ້ນໃນໂອກາດ ມອບ-ຮັບ ຫ້ອງຝືກອົບຮົມພາສາອັງກິດ ຕັ້ງຢູ່ພາຍໃນ ອົງການໄອຍະການປະຊາຊົນສູງສຸດ, ໃຫ້ການຊ່ວຍເຫຼືອໂດຍສະຖາບັນ ILSTA, ເຊິ່ງຈະເປັນອົງການທີ່ຮັບຜິດຊອບ ການຝຶກອົບຮົມ ໃຫ້ແກ່ຊ່ຽວຊານກົດໝາຍ ຂອງລາວ […]

Continue Reading

ນັກສຶກສາຫຼາຍກ່ວາ 500 ຄົນໄດ້ຮັບການຝຶກອົບຮົມ

ໃນລະຫວ່າງເດືອນ ພະຈິກ 2016 – ມັງກອນ 2017 “ຄູຝຶກ ກ່ຽວກັບການປ້ອງກັນການຄ້າມະນຸດ”, ໄດ້ຮັບການຝຶກອົບຮົມໂດຍ ສູນບໍລິການກົດໝາຍເພື່ອປະຊາຊົນ ຂອງ ຄະນະນິຕິສາດ ແລະ ລັດຖະສາດ ຮ່ວມມືກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ເຊິ່ງໄດ້ລົງໄປຕາມຄະນະຕ່າງໆຂອງ ມະຫາວິທະຍາໄລ ແຫ່ງຊາດລາວ. ໂດຍຜ່ານການບັນຍາຍ ທີ່ເນັ້ນໃສ່ໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມ ເຊິ່ງກວມເອົາ ການສະແດງບົດບາດ, ຫຼີ້ນເກມ ແລະ ກິດຈະກຳອື່ນໆ ເພື່ອສອນໃຫ້ນັກຮຽນຫຼາຍກ່ວາ 500 ຄົນຮຽນຮູ້ກ່ຽວກັບອັນຕະລາຍ ສຳລັບແຮງງານເຄື່ອນຍ້າຍ ແລະ  ຄວາມສ່ຽງຕໍ່ການຄ້າມະນຸດ. ຄູຝຶກໄດ້ຮຽນຮູ້ວິທີການ ແລະ ປະສົມການຕ່າງໆຈາກຄູອາຈານທີ່ມີປະສົບການຂອງ ສູນບໍລິການກົດໝາຍເພື່ອປະຊາຊົນ ແລະ ກໍ່ເປັນສະມາຊິກສະພາທະນາຍຄວາມ. ກິດຈະກຳກ່ຽວກັບການປູກຈິດສຳນຶກນີ້ແມ່ນຈະສືບຕໍ່ໃນລະຫວ່າງກາງພາກຮຽນນີ້.  

Continue Reading