Archive | ຂ່າວສານ

ການຝຶກອົບຮົມຄູຝຶກໃຫ້ແກ່ບັນດາຄະນະກຳມະການໄກ່ເກ່ຍຂັ້ນບ້ານ, ທີ່ແຂວງບໍ່ແກ້ວ

ສະຖາບັນດ້ານຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ພອ້ມດວ້ຍ ໂຄງການ ລາວ/031 ໄດ້ຮວ່ມມືກັບກະຊວງຍຸຕິທຳ ໃນການຈັດການຝຶກອົບຮົມຄູຝຶກໃຫ້ແກ່ບັນດາຄະນະກຳມະການໄກ່ເກ່ຍຂັ້ນບ້ານ, ທີ່ແຂວງບໍ່ແກ້ວ. ໃນການຝິກອົບຮົມດັ່ງກ່າວມີຜູ້ເຂົ້າຮວ່ມເຖິງ 30 ທ່ານຈາກທັງໝົດ 5 ເມືອງໃນແຂວງບໍ່ແກ້ວ, ລວມມີ: ເມືອງຫວ້ຍຊາຍ, ເມືອງຕົ້ນເຜິ້ງ, ເມືອງເມິງ, ເມືອງຜາອຸດົມ ແລະ ເມືອງປາກທາ.

Continue Reading

ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍຈາກກະຊວງຍຸຕິທຳ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ຖືເປັນກຽດຢ່າງສູງທີ່ໄດ້ຮັບໃບຍ້ອງຍໍຈາກກະຊວງຍຸຕິທຳ ໃນວັນທີ 12 ສິງຫາ ທີ່ຜ່ານມາ. ສະຖາບັນ ILSTA ຮູ້ສຶກປະທັບໃຈທີ່ໄດ້ຮັບໃບຍ້ອງຍໍນີ້ ທີ່ເປັນການຍ້ອງຍໍ ສັນລະເສີນຜົນງານ ໃນການປະກອບສວ່ນໃນການກະກຽມ ແລະ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ທີ່ຈັດຂື້ນໃນວັນທີ 9 – 10 ແລະ 12 ຕຸລາ 2018, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ສະຖາບັນ ILSTA ຈະຂໍສືບຕໍ່ເປັນຈຸດສຸມໃນການຝຶກອົບຮົມຜູ້ຊ່ຽວຊານດ້ານກົດໝາຍ ຂອງລາວໃນທົ່ວຂະແໜງກົດໝາຍ ແລະ ປະກອບສວ່ນໃນການສະໜັບສະໜູນດ້ານກົດໝາຍໃນລາວສືບຕໍ່ໄປ. ຂໍຂອບໃຈຮູບພາບບາງສວ່ນຈາກກະຊວງຍຸຕິທຳ.

Continue Reading

ກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ ທີ່ນະຄອນປາກເຊ, ແຂວງຈຳປາສັກ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ແລະ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ເປັນຄູ່ພາຄີໃນການຈັດກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ, ເຊິ່ງຈັດຂຶ້ນທີ່ນະຄອນປາກເຊ, ແຂວງຈຳປາສັກ ໃນວັນທິ 5 ຫາ 6 ສິງຫາ ທີ່ຜ່ານມາ. ກອງປະຊຸມປະກອບຄຳເຫັນໃນຄັ້ງນີ້ແມ່ນເປັນປະທານໂດຍ ປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ແສງດາຣາ, ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ເພັດສະໜອນ ພັນທະວົງ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ທ່ານ ນາງ ບຸບຜາ ເຄນວົງດາລາ, ຮອງປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ຄຳແພງ ວິລະພັນ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ຄໍາພັນ ບຸນຜາຄົມ ແລະ ຮອງປະທານສະພາແຂວງຈຳປາສັກ, ທ່ານ ຄໍາສີ ປ່ຽງວໍລະວົງ. ສະຖາບັນ ILSTA […]

Continue Reading

ກອງປະຊຸມ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ທາບທາມການປັບປຸງກົດໝາຍວ່າດວ້ຍການດໍເນີນຄະດີແພ່ງ

ກອງປະຊຸມ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ທາບທາມການປັບປຸງກົດໝາຍວ່າດວ້ຍການດໍເນີນຄະດີແພ່ງ ໄດ້ຖືກຈັດຂຶ້ນວັນທີ 7 – 8 ສິງຫາ 2019 ທີ່ ນະຄອນປາກເຊ, ແຂວງຈຳປາສັກ ໂດຍການຮວ່ມມືລະຫວ່າງ ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR ແລະ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ. ກອງປະຊຸມໃນຄັ້ງນີ້ແມ່ນເປັນປະທ່ານຮວ່ມໂດຍຮອງປະທານສານປະຊາຊົນສູງສຸດ, ທ່ານ ຄໍາພັນ ບຸນຜາຄົມ ແລະ ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ. ຈຸດປະສົງໃນການດຳເນີນກອງປະຊຸມໃນຄັ້ງນີ້ ແມ່ນເພືອເສີມສ້າງຄວາມເຂັ້ມແຂງໃນຄວາມເຂົ້າໃຈຕໍ່ວຽກງານການກວດກາດ້ານການເງິນໃນຂົງເຂດກ່ຽວກັບການສໍ້ລາດບັງຫຼວງ, ການຕ້ານການສໍ້ລາດບັງຫຼວງ, ພອ້ມທັງແຍງສອ່ງທາງໃນການຊີ້ນໍາກ່ຽວກັບການທາບທາມປັບປຸງກົດໝາຍວ່າດວ້ຍການດໍາເນີນຄະດີແພ່ງ.

Continue Reading

ກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ

ສະຖາບັນ ILSTA ແລະ ສານປະຊາຊົນສູງສຸດແຫ່ງ ສ.ປ.ປ.ລາວ ໄດ້ເປັນຄູ່ພາຄີໃນການຈັດກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ. ໃນການແລກປ່ຽນຄຳຄິດ ແລະ ຄຳເຫັນໃນຄັ້ງນີ້ ປະກອບມີບັນດາຜູ້ພິພາກສາ ແລະ ຫົວໜ້າກົມນິຕິກຳຈາກບັນດາກະຊວງຕ່າງໆເຂົ້າຮ່ວມ. ການສ້າງຕັ້ງອຳນາດການປົກຄອງ ແມ່ນເພື່ອສະໜອງວິທິການແກ້ໄຂຂໍ້ຂັດແຍ່ງລະຫວ່າງລັດ, ການປົກຄອງ ແລະ ສາທາລະນະຊົນ. ພ້ອມນັ້ນຍັງເປັນບາດກ້າວສຳຄັນໃນຄວາມມຸ້ງໝັ້ນຂອງລັດຖະບານລາວ ໃນການກ້າວໄປສູ່ການເປັນລັດທີ່ປົກຄອງໂດຍກົດໝາຍ. ລັດຖະບັນຍັດວ່າດ້ວຍການດຳເນີນການປົກຄອງໄດ້ເນັ້ນເຖິງຄວາມສຳຄັນຂອງລະບົບຕຸລາການທີ່ເປັນກາງ ແລະ ເອກະລາດ.  

Continue Reading

ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃນການຕ້ານການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ຈັດຂຶ້ນທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ.

ກອງປະຊຸມຕິດຕາມໃນລະດັບພາກພື້ນ ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນອີກຄັ້ງຫນຶ່ງ ໃນວັນທີ 26-28 ມິຖຸນາ ທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ. ກອງປະຊຸມໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ ຈາກພາກກາງລວມເຖິງຈາກແຂວງຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ. ໃນກອງປະຊຸມຄັ້ງນີ້ປະກອບມີບັນດາໄອຍາການ, ເຈົ້າໜ້າທີ່ຕຸລາການ ແລະ ຜູ້ປະຕິບັດໜ້າທີ່ດ້ານກົດໝາຍ ຈາກພາກກາງລວມເຖິງຂັ້ນທ້ອງຖິ່ນ ແລະ ຊ່ຽວຊານຕ່າງປະເທດ ຈາກສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ຈາກປະເທດການາດາ ແລະ ຕົວແທນຈາກມະຫາວິທະຍາໄລລຸກຊຳບວກ ເຂົ້າຮວ່ມຫຼາຍກວ່າ 120 ທ່ານ. ກຸນແຈສຳຄັນຂອງກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ນະໂຍບາຍການຕ້ານການການຟອກເງິນ ແລະ ພາກປະຕິບັດຕົວຈິງ ເຊິງໃນນັ້ນລວມມີ ກໍລະນີສຶກສາ ແລະ ການສາທິດກ່ຽວກັບແບບຢ່າງພາກປະທິບັດທີ່ດີທີ່ສຸດ ໃນການສຶບສວນດ້ານການເງິນ. ກອງປະຊຸມໃນຄັ້ງນີ້ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການຕ້ານການຟອກເງິນ ໂດຍອີງຕາມການປະເມີນຜົນສຳລັບປີ 2020 ຂອງກຸ່ມຕໍ່ຕ້ານການຟອກເງິນອາຊີ – ປາຊີຟິກ, ເຊິ່ງບັນຫາດັ່ງກວ່າຈະມີຜົນກະທົບ ໃນການພັດທະນາດ້ານເສດຖະກິດສັງຄົມ ແລະ ແຮງດຶງດູດຂອງປະເທດຕໍ່ການລົງທຶນສາກົນ. […]

Continue Reading

ງານການແຂ່ງຂັນ University Challenge Quiz ຄັ້ງທີ 2 ປະຈຳປີ 2019

ໃນວັນພຸດທີ 5 ມິຖຸນາ 2019 ທີ່ຜ່ານມາ, ງານການແຂ່ງຂັນ 2nd University Challenge Quiz ຈັດຂຶ້ນທີ່ ມະຫາວິທະຍາໄລແຫ່ງຊາດ ໄດ້ສິ້ນສຸດລົງ ພອ້ມດວ້ຍບັນຍາກາດທີ່ຄຶກຄື້ນ. ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ຮູ້ສຶກປະທັບໃຈ ທີ່ໄດ້ເປັນສວ່ນໜຶ່ງໃນການຈັດການແຂ່ງຂັນໃນຄັ້ງນີ້ ເພື່ອການພັດທະນາຊາວໝຸ່ມລາວ. ໃນປີນີ້ ທີມທີ່ຊະນະ ໄດ້ຮັບຂັນລາງວັນ ແລະ ໃບກຽດຕິຄຸນ ຈາກ ທ່ານ ຈອນ ຄໍນໍລີ, ຫົວໜ້າຝ່າຍສື່ສານ ແລະ ເລຂາທິການຄະນະບໍລິຫານສະຖາບັນ ILSTA. ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ກັບທີມທີ່ຊະນະໃນປີນີ້!  

Continue Reading

ງານສຳມະນາໃນຫົວຂໍ້ ”ບົດວິໄຈທາງກົດໝາຍ” ແລະ ການຢ້ຽມຢາມ ຂອງຄະນະຕົວແທນຈາກມະຫາວິທະຍາໄລ ລຸກຊຳບວກ

ພາຍໃຕ້ການຮວ່ມມືຂອງມະຫາວິທະຍາໄລ ລະຫວ່າງ ປະເທດ ລຸກຊຳບວກ ແລະ ລາວ. ງານສຳມະນາໃນຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ໄດ້ຖືກຈັດຂຶ້ນ ໃນວັນທີ 21-23 ພຶດສະພາ. ໃນການສຳມະນາຄັ້ງນີ້ ແມ່ນຖືກນໍາສະເໜີໂດຍ ວິທະຍາກອນ 4 ທ່ານ ຈາກ ມະຫາວິທະຍາໄລ ລຸກຊໍາບວກ, ໄດ້ແກ່ Pr. Stefan Braum, accompanied by Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy. ໃນໄລະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາຫຼາຍຂອບເຂດຂອງຫົວຂໍ້ ແລະ ວິທີການ ຂອງການວິໄຈທາງກົດໝາຍ, ເຊິງ ປະກອບມີ ກົດລະບຽບທາງວິຊາການຂອງກົດໝາຍ, ບົດບາດ ແລະ ໜ້າທີ່ຂອງຕຸລາການ, ວິທີການປຽບທຽບລະຫວ່າງ […]

Continue Reading

ກອງປະຊຸມຄະນະກຳມະທິການ ດ້ານອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ ຄັ້ງທີ 28, ຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຮິກ ວັນທີ 20-24 ພຶດສະພາ

ກອງປະຊຸມ ຄະນະກຳມະທິການ ດ້ານອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ ຄັ້ງທີ 28, ເຊິ່ງເປັນກອງປະຊຸມລະດັບໂລກ ກ່ຽວກັບ ຄວາມຍຸຕິທຳທາງອາຍາ ແລະ ການຕ້ານອາຊະຍາກຳ ໄດ້ຖືກຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຮິກ ໃນ ວັນທີ 20-24 ພຶດສະພາ, ກອງປະຊຸມດັ່ງກ່າວ ໄດ້ນໍາສະເໜີ ແລະ ສົນທະນາກ່ຽວກັບແນວທາງ ແລະ ຂໍ້ຫຍຸ້ງຍາກ ຕໍ່ກັບຫົວຂໍ້ດັ່ງກ່າວຢ່າງເລິກເຊິ່ງ ແລະ ກວມລວມໃນຫຼາຍດ້ານ. ການຮວ່ມມືຢ່າງເປັນທາງການ ແລະ ບໍ່ເປັນທາງການ ລວມເຖິງການແບ່ງປັນບົດຮຽນທີ່ດີທີ່ສຸດ ຖືວ່າເປັນຈຸດສຳຄັນໃນການແກ້ໄຂ ອາຊະຍາກຳຂ້າມຊາດແບບມີການຈັດຕັ້ງ. ກອງປະຊຸມຄັ້ງທີ 28 ຂອງຄະນະກໍາມະການສະຫະປະຊາຊາດ ກ່ຽວກັບການປ້ອງກັນອາຊະຍາກໍາ ແລະ ຄວາມຍຸຕິທຳທາງອາຍາ ທີ່ພວມຖືກຈັດຂຶ້ນທີ່ ກຣຸງ ວຽນນາ, ປະເທດ ໂອຕຣິກ, ແຕ່ວັນທີ 20-24 ພຶດສະພາ, ບໍ່ແມ່ນເປັນພຽງແຕ່ ການຖອດຖອນແລກປ່ຽນ ບົດຮຽນທີ່ຜ່ານມາ ແລະ ແນວທາງ, […]

Continue Reading

ກອງປະຊູມສືບຕໍ່ ການຕ້ານອາດຊະຍາກຳຂ້າມຊາດ ຈັດທີ່ ແຂວງຫຼວງພະບາງ

ສືບຕໍ່ຈາກກອງປະຊຸມ ປະຈຳປີ 2019 ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ, ສະຖານບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໄດ້ສືບຕໍ່ໃນການຈັດກອງປະຊຸດໃນພາກເໜືອ, ພາກການ ແລະ ພາກໃຕ້ ໃນ ສ.ປ.ປ.ລາວ. ສະຖາບັນ ILSTA ແລະ ອົງການໄອຍາການ ໄດ້ຮວ່ມເປັນຄູ່ພາຄີ ຈັດກອງປະຊຸມທີ່ ແຂວງຫລວງພະບາງ ໃນວັນທີ 27 ຫາ 29 ມີນາ ທີ່ຜ່ານມາ, ເຊິ່ງມີຜູ້ເຂົ້າຮວ່ມທັງໝົດເຖິງ 120 ທ່ານ ຈາກ 7 ແຂວງພາກເໜືອ. ປະທານໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ, ທ່ານ ຄຳສານ ສຸວົງ, ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ແລະ ປະທານສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາທ໌. […]

Continue Reading